ຜ່ານມາເຮົາອາດຈະເຄີຍເຫັນບັນດາພະລັງງານສະອາດມາຫຼາຍແລ້ວ ບໍ່ວ່າຈະເປັນພະລັງງານນ້ຳ, ພະລັງງານລົມ, ພະລັງງານແສງຕາເວັນ ຫຼື ພະລັງງານເມັດຝົນ ແຕ່ຮູ້ບໍ່ວ່າ ທີ່ປະເທດອອສເຕເລຍໄດ້ຄິດຄົ້ນພະລັງງານຈາກ “ຄື້ນທະເລ” ເທັກໂນໂລຢີຂອງພະລັງງານຈາກການຮຽນແບບການເຮັດວຽກຂອງພະລັງງານລົມ ຈາກບໍລິສັດ Wave Swell Energy.

ເຄື່ອງທີ່ຈະຜະລິດເປັນພະລັງງານຄື້ນຈະມີລັກສະນະຄ້າຍກັບເຮືອທີ່ມີຫ້ອງ ແລະ ປະຕູບານກວ້າງໃຕ້ນ້ຳທະເລ ເພື່ອໃຫ້ນ້ຳທະເລໄຫຼເຂົ້າໄປ ເຊິ່ງນ້ຳທີ່ໄຫຼເຂົ້າໄປນີ້ຈະເປັນການດັນລົມໃນຫ້ອງໃຫ້ໝຸນວຽນ ແລ້ວເກີດເປັນພະລັງງານ.

ພະລັງງານຄື້ນທະເລ ຈະເລີ່ມນຳໃຊ້ທີ່ເກາະ King Island, Tasmania ທາງພາກໃຕ້ຂອງອອສເຕເລຍ, ເຊິ່ງເປັນເກາະທີ່ມີລົມແຮງ ເຮັດໃຫ້ມີການກໍ່ຄື້ນສູງ ຈຶ່ງເໝາະກັບການໃຊ້ພະລັງງານໃໝ່ນີ້ຫຼາຍ, ຄາດວ່າພະລັງງານຄື້ນທະເລ ຈະສາມາດສ້າງພະລັງງານໃຫ້ປະເທດໄດ້ເຖິງ 11% ພາຍໃນປີ 2050 ຫຼື ເທົ່າກັບພະລັງງານທັງໝົດທີ່ໃຊ້ໃນເມືອງ Melbourne ເລີຍ.
ຂອບໃຈຂໍ້ມູນຈາກ: