ອອງຣີ ມູໂອ (Henri Mouhot) ນັກສຳຫຼວດຄົນສຳຄັນຂອງໂລກໃນປະຫວັດສາດ ທີ່ເສຍຊີວິດຢູ່ຫຼວງພະບາງ ຍ້ອນໄຂ້ມາເລເຣຍ


ອອງຣີ ມູໂອ (Henri Mouhot) ເກີດເມື່ອວັນທີ 15 ພຶດສະພາ ປີ 1826 ເສຍຊີວິດໃນວັນທີ 10 ພະຈິກ 1861, ລາວເປັນນັກສຳຫຼວດ ແລະ ນັກທຳມະຊາດວິທະຍາຊາວຝຣັ່ງ ມີຊື່ສຽງຫຼາຍໃນສະຕະວັດທີ 19 ຈາກປຶ້ມສຳຫຼວດ Voyage dans les royaumes de Siam, de Cambodge, de Laos et autres parties centrales de l’Indochine ຫຼື  (Travels in the Central Parts of Indo-China (Siam), Cambodia, and Laos During the Years 1858, 1859, and 1860) ເຊິ່ງປຶ້ມດັ່ງກ່າວຕີພິມຫຼັງຈາກທີ່ລາວເສຍຊີວິດໜຶ່ງປີ ເປັນປຶ້ມທີ່ເຮັດໃຫ້ໂລກໄດ້ຮູ້ຈັກກັບອິນດູຈີນ.

ອອງຣີ ມູໂອ ເກີດທີ່ມົງເບລີຍາ ປະເທດຝຣັ່ງ ໃກ້ກັບຊາຍແດນສະວິດເຊີແລນ ຊີວິດໃນໄວເດັກຂອງລາວແມ່ນອາໄສຢູ່ຣັດເຊຍ. ຫຼັງຈາກນັ້ນກໍເປັນຄູສອນພາສາຣັດເຊຍດົນເຖິງ 10 ປີ ກ່ອນຈະອອກໄປທ່ອງທ່ຽວໃນຢູໂຣບ ແລະ ເອເຊຍພ້ອມມກັບອ້າຍຂອງລາວ, ລະຫວ່າງນັ້ນ ລາວກໍໄດ້ສຶກສາກ່ຽວກັບການຖ່າຍພາບຂອງ ຫຼຸຍ ດາແກ, ລາວໄດ້ຕັດສິນໃຈເດີນທາງມາປະເທດໄທ (ສະຫຍາມ ໃນສະໄໝນັ້ນ) ແລະ ປະເທດສິງກະໂປ ເພື່ອເກັບຕົວຢ່າງທາງພຶກສາສາດໃນອະຍຸດທະຍາ ແລະ ອິນດູຈີນ.

ເວົ້າໄດ້ວ່າ ອອງຣີ ມູໂອ ເປັນຜູ້ເປີດປະຕູອິນດູຈີນສູ່ໂລກ ເຮັດໃຫ້ໂລກຕາເວັນຕົກຮູ້ຈັກ ແລະ ສົນໃຈໃນອິນດູຈີນ; ລາວເປັນທີ່ຮູ້ຈັກດີໃນຖານະນັກສຳຫຼວດຊາວຝຣັ່ງ ທີ່ເດີນທາງເຂົ້າມາສຳຫຼວດທາງດ້ານພູມສາດ, ປະຫວັດສາດ, ສັງຄົມ ແລະ ທຳມະຊາດວິທະຍາໃນອິນດູຈີນ (ໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ).

ລາວໄດ້ເດີນທາງມາຮອດສະຫຍາມໃນວັນທີ 27 ເມສາ ປີ 1858 ເຊິ່ງລາວໄດ້ອອກສຳຫຼວດ 4 ເສັ້ນທາງພ້ອມກັບຜູ້ຕິດຕາມ 2 ຄົນ ໄພ ແລະ ແດງ ທີ່ດູແລແບກຫາບເຄື່ອງຂອງຕ່າງໆ ແລະ ໃນເສັ້ນທາງທີ 4 ນີ້ເປັນເສັ້ນທາງສຸດທ້າຍຂອງລາວກ່ອນຈະເສຍຊີວິດ ນັ້ນແມ່ນເດີນທາງຈາກແຂວງລົບບຸຣີ ຂ້າມສາຍພູດົງພະຍາໄຟ ໄປສູ່ແຂວງໄຊຍະພູມ ແລະ ແຂວງເລີຍ ກ່ອນຈະຂ້າມແມ່ນ້ຳຂອງມາປາກລາຍ ແລະ ຫຼວງພະບາງ. ອອງຣີ ມູໂອໄດ້ຂຽນໄວ້ໃນບັນທຶກວ່າ ພວກເຂົາໄດ້ພົບກັບຄວາມຫຍຸ້ງຍາກລຳບາກຈາກຝົນທີ່ຕົກຕະຫຼອດເວລາ, ຍຸງທີ່ຫຼາຍ ແລະ ສັດປ່າທີ່ອັນຕະລາຍ ເຊິ່ງລາວກໍໄດ້ເສຍຊີວິດດ້ວຍພະຍາດໄຂ້ມາເລເຣຍ ໃນບັນທຶກໄດ້ກ່າວວ່າ ອອງຣີ ມູໂອ ເສຍຊີວິດຢູ່ບ້ານຜານົມ ອານາຈັກລ້ານຊ້າງ ໃນປີ ຄສ.1861 ດ້ວຍອາຍຸພຽງ 35 ປີ.

ປັດຈຸບັນສຸສານຂອງລາວ ແມ່ນຕັ້ງຢູ່ດອນແກ້ງນູນ ນະຄອນຫຼວງພະບາງ ມີປະຫວັດ ແລະ ຮູບປັ້ນຂອງລາວໄວ້ໃຫ້ສັກກະລະບູຊາ ແລະ ໃນແຕ່ລະປີ ລູກຫຼານຂອງລາວທີ່ຢູ່ຕ່າງປະເທດກໍຈະກັບມາເຮັດບຸນເປັນປະຈຳທຸກປີ.

ຮູບ: ສຸສານຂອງ ອອງຣີ ມູໂອ

ຮູບ: ຮູບປັ້ນຂອງ ອອງຣີ ມູໂອ

ຮູບ: ປະຫວັດຫຍໍ້ຂອງ ອອງຣີ ມູໂອ

ຮູບ: ທາງຍ່າງໄປສຸສານ ອອງຣີ ມູໂອ ຈາກດອນແກ້ງນູນ

ຮູບ: ທາງຂຶ້ນສຸສານ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/