ຫ້າມພາດປາກົດການສຳຄັນ “ດາວອັງຄານໃກ້ໂລກທີ່ສຸດ”


ຄືນນີ້ 6 ຕຸລາ 2020

ເຊີນຊວນທຸກຄົນມາເບິ່ງ “ດາວອັງຄານເຂົ້າໃກ້ໂລກທີ່ສຸດ” ຄືນນີ້ 6 ຕຸລາ 2020 ໂດຍດາວອັງຄານ ຈະຫ່າງຈາກໂລກພຽງ 62 ລ້ານກິໂລແມັດ ສາມາດເບິ່ງເຫັນດ້ວຍຕາເປົ່າ ທາງທິດຕາເວັນອອກ ຫຼັງຕາເວັນລັບຂອບຟ້າ ພິເສດຈະເຫັນສີແດງຈະສຸກສະຫວ່າງຕະຫຼອດຄືນຫາກເບິ່ງຜ່ານກ້ອງໂທລະພາບຂະໜາດເສັ້ນຜ່າສູນກາງ 10 ນິ້ວ ກຳລັງການຂະຫຍາຍ 100 ເທົ່າຈະສາມາດເບິ່ງເຫັນພື້ນຜິວຂອງດາວອັງຄານໄດ້ນຳ.

ຖ້າໃຜສົນໃຈສາມາດລອງສັງເກດການກັນໄດ້ ຕັ້ງແຕ່ເວລາ 18 – 22 ໂມງ ຖ້າໃຜມີກ້ອງສ່ອງດາວເປັນໂອກາດທີ່ພາດບໍ່ໄດ້ ໄດ້ແຕ່ລຸ້ນຂໍໃຫ້ຟ້າຝົນເປັນໃຈ ບໍ່ມີເມກມາບັງ.

ທີ່ມາ: https://www.thairath.co.th/news/society/1945984

https://www.facebook.com/onenews31/posts/3608386195916496