ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຝິກອົບຮົມການເມືອງ-ການປົກຄອງ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ

ຫ້ອງວ່າການ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ເປີດຊຸດເຝິກອົບຮົມ ບຳລຸງທິດສະດີ ການເມືອງ-ການປົກຄອງ ໄລຍະ 45 ວັນ ຊຸດທີ VII ໃຫ້ແກ່ສະມາຊິກພັກ, ພະນັກງານ ພາຍໃນ ຫສນຍ ໃນຕອນບ່າຍ ວັນທີ 16 ກັນຍາ ຜ່ານມາ ໂດຍເຂົ້າຮ່ວມພິທີເປີດ ຂອງ ສະຫາຍ ຄຳລາວັນ ຈັນທະລາວັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ບັນດາສະຫາຍຕາງໜ້າຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ອົງການຈັດຕັ້ງມະຫາຊົນ ແລະ ສຳມະນາກອນພາຍໃນ ຫສນຍ ເຂົ້າຮ່ວມ.

ຫ້ອງວ່າການ

ຈຸດປະສົງຂອງການເຝິກອົບຮົມ ກໍເພື່ອຍົກລະດັບຄວາມຮູ້ ທາງດ້ານທິດສະດີ ການເມືອງ-ການປົກຄອງ ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫລ່ງ ໂດຍສະເພາະ ແມ່ນພະນັກງານທີ່ຢູ່ໃນແຜນກຳນົດກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ມີຄວາມໜັກແໜ້ນ ເລິກເຊິ່ງ, ມີທັດສະນະຫຼັກໝັ້ນຊົນຊັ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີແບບແຜນດຳລົງຊີວິດປອດໃສ, ມີແບບແຜນການນໍາພາ, ແບບແບບວິທີເຮັດວຽກທີ່ຖືກຕ້ອງ ສອດຄ່ອງກັບແນວທາງ-ນະໂຍບາຍ ຂອງພັກ, ກົດໝາຍ, ລະບຽບການຂອງລັດ, ທັງເປັນເຄື່ອງມືທີ່ສໍາຄັນ, ຮັບປະກັນມາດຖານເງື່ອນໄຂ ຂອງສະມາຊິກພັກ-ພະນັກງານ ເພື່ອກໍ່ສ້າງເປັນພະນັກງານສືບທອດປ່ຽນແທນ ໃນຕໍ່ໜ້າ.

ສໍາລັບບົດຮຽນ ທີ່ຈະນຳເຂົ້າໃນການເຝິກອົບຮົມ ຄັ້ງນີ້ ປະກອບມີ 5 ວິຊາ ຄື: ວິຊາປັດຊະຍາ ມາກ-ເລນິນ; ວິຊາເສດຖະສາດການເມືອງ; ວິຊາລັດທິສັງຄົມນິຍົມວິທະຍາສາດ; ວິຊາ ບໍລິຫານສາດ ແລະ ວິຊາກໍ່ສ້າງພັກ ໂດຍແມ່ນອາຈານຈາກ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ເປັນຜູ້ຂຶ້ນຫ້ອງສິດສອນ, ເຊິ່ງມີສຳມະນາກອນ ເຂົ້າຮ່ວມທັງໝົດ 40 ສະຫາຍ ໂດຍໄດ້ເລີ່ມດໍາເນີນການເຝິກອົບຮົມ ໃນວັນທີ 19 ກັນຍາ 2022 ເປັນຕົ້ນໄປ.

ຫ້ອງວ່າການ

ສະຫາຍ ຄຳລາວັນ ຈັນທະລາວັນ ໄດ້ກ່າວວ່າ: ບັ້ນເຝິກອົບຮົມຄັ້ງນີ້, ມີຄວາມໝາຍຄວາມສຳຄັນຫຼາຍ ເພາະເປັນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຫສນຍ, ແຜນພັດທະນາວຽກງານວິຊາສະເພາະໃນໄລຍະ 5 ປີ ຂອງ ຫສນຍ ແລະ ແຜນຍຸດທະສາດການພັດທະນາບຸກຄະລາກອນໄລຍະ 10 ປີ (2020-2030) ທີ່ຫາກໍເຊັນຮັບຮອງ; ທັງເປັນການສົ່ງເສີມຍົກລະດັບ ແລະ ພັດທະນາບຸກຄະລາກອນຂອງ ຫສນຍ ໃຫ້ມີຄວາມຮູ້ທາງດ້ານທິດສະດີ-ການເມືອງ, ມີຄນະພາບ ໃນການບໍລິຫານວຽກງານຢູ່ແຕ່ລະຂັ້ນໃຫ້ທົ່ວເຖິງ ທັງເປັນການຈັດຕັ້ງປະຕິບັດແຜນການເຝິກອົບຮົມ ພາຍໃນ ຫສນຍ ໃຫ້ສຳເລັດຕາມແຜນການທີ່ວາງໄວ້. ພ້ອມນີ້, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບເຝິກອົບຮົມ ແລະ ສຳມະນາກອນທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ເອົາໃຈໃສ່ຮັບຟັງຍາດແຍ່ງເອົາບົດຮຽນຄວາມຮູ້ ຈາກອາຈານ ແລະ ເປັນເຈົ້າການປະກອບສ່ວນໃນການແລກປ່ຽນບົດຮຽນ ເພື່ອສາມາດນໍາມາໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນ, ສິ່ງສໍາຄັນແມ່ນໃຫ້ເອົາໃຈໃສ່ປະຕິບັດກົດລະບຽບໃນການຮຽນ, ການສອນ ຢ່າງເຄັ່ງຄັດ ເພື່ອເຮັດໃຫ້ຊຸດເຝິກອົບຮົມໃນຄັ້ງນີ້ ປະສົບຜົນສໍາເລັດ ຕາມຄາດ   ໝາຍທີ່ໄດ້ກໍານົດໄວ້.

ຫ້ອງວ່າການ

ຂອບໃຈຂໍ້ມູນຈາກ: https://cutt.ly/lVhstOT

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply