ຫຼຽນຄຣິບໂຕ SQUID GAME ກາຍເປັນຝຸ່ນ ເມື່ອລາຄາຕົກລົງ -99.999% ພາຍໃນເວລາບໍ່ຮອດ 10 ນາທີ


ເປັນອີກໜຶ່ງອຸທາຫອນ ແລະ ສີ່ງທີ່ຄວນລະວັງສຳລັບຜູ້ທີ່ລົງທຶນໃນຫຼຽນ Cryptocurrency ເມື່ອຫຼຽນ SQUID GAME ຫຼຽນທີ່ຕັ້ງຊື່ຕາມຊີຣີ້ດັງ “SQUID GAME” ລາຄາລົດລົງເຖິງ -99.9999 % ພາຍໃນເວລາພຽງ 10 ນາທີ.

ໂດຍຫຼຽນ SQUID GAME ໄດ້ເປີດຕົວໄປເມື່ອອາທິດທີ່ຜ່ານມາຢ່າງຮ້ອນແຮງໂດຍມີມູນຄ່າທີ່ຂຶ້ນສູງແບບ 300 ເທົ່າ ຈົນເຮັດໃຫ້ມູນຄ່າລວມສູງສຸດຢູ່ທີ່ 240 ລ້ານໂດລາ ແຕ່ພໍມາຮອດມື້ນີ້ທີ່ລາຄາຂອງຫຼຽນທີ່ຂຶ້ນໄປຮອດ 2856 ໂດລາ ກໍຕົກລົງມາເຫຼືອພຽງ 0.00008 ໂດລາ ພາຍໃນ 10 ນາທີ ເຊີ່ງເຮັດໃຫ້ຄົນທີ່ລົງທຶນກັບຫຼຽນ SQUID GAME ບໍ່ສາມາດຂາຍຄືນ ຫຼື ເຮັດທຸລະກຳໃດໆກ່ຽວກັບຫຼຽນໄດ້ເລີຍ ເຊິ່ງເຈົ້າຂອງໂຄງການທີ່ເປີດຂາຍຫຼຽນກໍໄດ້ເຮັດການຫອບເງິນລົງທຶນທັງໝົດໄປ ພ້ອມກັບປິດ Account Twitter ແລະ ເວັບໄຊຂອງໂຄງການ ໄປໝົດ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/