ຈາກການສຳຫຼວດຄັ້ງໃໝ່ຂອງເເນວປະກາລັງກວ່າ 400 ເເຫ່ງທົ່ວໂລກພົບວ່າ ສະຫຼາມທີ່ເຄີຍພົບເຫັນທົ່ວໄປຢູ່ໃນນ່ານນ້ຳເຫຼົ່ານັ້ນກຳລັງຫາຍໄປ ເຊິ່ງເປັນສັນຍານເຕືອນທີ່ບອກວ່າສະຫຼາມກ້າວເຂົ້າສູ່ຄວາມສ່ຽງທີ່ຈະສູນພັນ.
ທີມນັກຄົ້ນຄວ້າປະມານ 150 ຄົນໄດ້ລາຍງານໃນວາລະສານ Science ວ່າ ປະຊາກອນຂອງສະຫຼາມຕາມເເນວປະກາລັງທົ່ວໄປ 5 ຊະນິດໄດ້ລົດລົງຢ່າງຫຼວງຫຼາຍໃນລະຫວ່າງ 60% ເຖິງ 73% ໃນເຄິ່ງສະຕະວັດທີ່ຜ່ານມາ.
ໂດຍຜົນທີ່ໄດ້ຮັບດັ່ງກ່າວໄດ້ເພີ່ມຄວາມຢ້ານກົວ ບໍ່ພຽງແຕ່ການສູນເສຍນັກລ່າເຫຼົ່ານີ້ ແຕ່ຍັງສົ່ງຜົນກະທົບຕໍ່ປາໃນລະບົບຕ່ອງໂສ້ອາຫານ ແລະ ຊຸມຊົນຊາຍຝັ່ງທີ່ອາໄສລະບົບນິເວດທາງທະເລ.

ນັກຄົ້ນຄວ້າກ່າວວ່າ ສາເຫດຂອງການລົດລົງແມ່ນການຫາປາຫຼາຍເກີນໄປ ເຊິ່ງຢູ່ໃນອາຊີສ່ວນໃຫຍ່, ໂດຍຊາວປະມົງໃນເຂດນ່ານນໍ້າບາງແຫ່ງໄດ້ຕັດຫູປາສະຫຼາມເພື່ອເຮັດຊຸບຫູປາ ແລະ ຖິ້ມສ່ວນທີ່ເຫຼືອ. ນອກຈາກນີ້ຊາວປະມົງທ້ອງຖິ່ນຍັງຈັບປາເກົ໋າ ເເລະ ປາກະພົງເຊິ່ງເປັນອາຫານຂອງສະຫຼາມ ເປັນການຮຸກຮານສະຫຼາມທາງອ້ອມ ເຮັດໃຫ້ພວກມັນຂາດທີ່ມາຂອງເເຫຼ່ງອາຫານ.
ໃນນ່ານນ້ຳທີ່ມີສະຫຼາມຈຳນວນໜ້ອຍ, ປາກະເບນຊະນິດຕ່າງໆ ກໍໄດ້ເຂົ້າມາມີບົດບາດເປັນນັກລ່າອັນດັບຕົ້ນໆ ເເຕ່ປາກະເບນນັ້ນກໍບໍ່ສາມາດເເທນທີ່ສະຫຼາມໄດ້, ການມີປາກິນຊີ້ນສາມາດສົ່ງເສີມຄວາມຫຼາກຫຼາຍທາງຊີວະພາບໃນເເນວປະກາລັງ ໂດຍການກິນເຫຍື່ອຫຼາຍຂະໜາດ ເຮັດໃຫ້ປາຊະນິດຕ່າງໆມີໂອກາດເຕີບໂຕ.
ໜຶ່ງໃນອຸປະສັກທີ່ໃຫຍ່ທີ່ສຸດໃນການປົກປ້ອງສະຫຼາມກໍຄືຊື່ສຽງຂອງພວກມັນ, ເຖິງເເມ່ນວ່າຈະມີລາຍງານກ່ຽວກັບສະຫຼາມທີ່ກັດຄົນ ເເຕ່ເຫດການດັ່ງກ່າວກໍບໍ່ເເມ່ນຈະເກີດຂຶ້ນຕະຫຼອດ, ເຖິງເເບບນັ້ນມັນກໍສ້າງຄວາມຢ້ານກົວໃຫ້ກັບຜູ້ຄົນ ເຊິ່ງເຮັດໃຫ້ຍາກທີ່ຈະອອກນະໂຍບາຍເພື່ອປົກປ້ອງພວກມັນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/