ຫວຽດນາມ ເລັ່ງສ້າງລາຍໄດ້ໃຫ້ປະເທດ ສ້າງທ່າເຮືອເພີ່ມຂຶ້ນອີກ


ທ່າເຮືອ Can Gio ເປັນທ່າເຮືອໃໝ່ຂອງ ສສ ຫວຽດນາມ ທີ່ນະຄອນໂຮ່ຈີມິນ ຄາດວ່າຈະມີສ່ວນສະໜັບສະໜູນງົບປະມານລາຍຮັບຂອງປະເທດສູງເຖິງ 40 ລ້ານດົງ ຫຼື ປະມານ 1,69 ພັນລ້ານໂດລາ, ໃນຂະນະດຽວກັນ ກໍຈະຊ່ວຍສ້າງງານຫຼາຍໝື່ນຕຳແໜ່ງດ້ວຍເຊັ່ນດຽວກັນ.

ເອກະສານກ່ຽວກັບການກໍ່ສ້າງທ່າເຮືອ Can Gio ຈາກກຳມະການຂົນສົ່ງນະຄອນໂຮ່ຈີມິນລະບຸໄວ້ວ່າ ທ່າເຮືອຈະມີຄວາມກວ້າງຫຼາຍກວ່າ 7 ກິໂລແມັດ ແລະ ສາມາດຮັບຮອງເຮືອຂົນສົ່ງຖ່າຍຕູ້ຄອນເທັນເນີທີ່ມີນ້ຳໜັກຫຼາຍທີ່ສຸດ ໄດ້ເຖິງ 250.000 DWT ໂດຍຈະກໍ່ສ້າງເທິງເກາະ Phu Loi ເປັນສ່ວນໜຶ່ງຂອງປາກແມ່ນ້ຳ Cai Mep ແລະ ຈະມີມູນຄ່າປະມານ 5,45 ພັນລ້ານໂດລາ ແບ່ງການກໍ່ສ້າງອອກເປັນ 7 ເຟສຍ່ອຍ ເຊິ່ງເຟສທໍາອິດ ຈະສໍາເລັດໃນປີ 2027.

ຝ່າຍການກໍ່ສ້າງຄາດວ່າທ່າເຮືອແຫ່ງນີ້ ຈະເປັນປະໂຫຍດຢ່າງຫຼວງຫຼາຍຕໍ່ເສດຖະກິດທ້ອງຖິ່ນ ແລະ ເສດຖະກິດຂອງປະເທດ ໂດຍຈະສ້າງລາຍໄດ້ໃຫ້ປະເທດປະມານ 34-40 ລ້ານດົງຂອງທຸກໆປີ. ເມື່ອການກໍ່ສ້າງສຳເລັດ ປີ 2045 ພາສີ ແລະ ຄ່າທໍານຽມຕ່າງໆຈະກາຍເປັນທຶນກ້ອນໃຫຍ່ເຂົ້າຄັງລັດ.

ປະລິມານສິນຄ້າທີ່ຜ່ານທ່າເຮືອຕ່າງໆ ໃນໂຮ່ຈີມິນ ຈະເພີ່ມຂຶ້ນຫຼາຍກວ່າ 5% ໂດຍສະເລ່ຍ ຈົນຮອດປີ 2030 ໂດຍຄາດວ່າທ່າເຮືອແຫ່ງນີ້ ຈະເປັນປະໂຫຍດຢ່າງຫຼວງຫຼາຍຕໍ່ເສດຖະກິດທ້ອງຖິ່ນ ແລະ ເສດຖະກິດຂອງປະເທດ. ຈຳນວນລົດຕູ້ຄອນເທັນເນີຈະເພີ່ມຂຶ້ນ 6% ເຊິ່ງລະບົບຕູ້ທີ່ທ່າເຮືອຕ່າງໆ ກໍເກີນຂີດໝາຍຄວາມສາມາດໃນການຮັບຮອງໄດ້ແລ້ວ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/