ກະຊວງຂໍ້ມູນຂ່າວສານ ແລະ ການສື່ສານຫວຽດນາມ (MIC) ກຽມກວດສອບການໃຫ້ບໍລິການຂອງ TikTok ໃນຫວຽດນາມ ເຊິ່ງຈະເລີ່ມກວດສອບຕັ້ງເເຕ່ເດືອນພຶດສະພາເປັນຕົ້ນໄປ. ເນື່ອງຈາກລັດຖະບານຫວຽດນາມເເນມເຫັນວ່າເນື້ອຫາທີ່ ‘ເປັນພິດ’ ໃນ TikTok ເປັນໄພຕໍ່ເຍົາວະຊົນ, ວັດທະນະທຳ ແລະ ຮີດຄອງປະເພນີຂອງປະເທດ.
Lê Quang Tự Do ຜູ້ຕາງໜ້າກະຊວງໄດ້ກ່າວວ່າ “ການຄວບຄຸມເນື້ອຫາໃນ TikTok ຍາກກວ່າການຄວບຄຸມເນື້ອຫາໃນເເພລັດຟອມຫຼາຍ, ດັ່ງນັ້ນເຮົາຈຶ່ງຕ້ອງມີມາດຕະການທີ່ເຂັ້ມງວດຫຼາຍຂຶ້ນ ການລຶບຢ່າງດຽວມັນບໍ່ພຽງພໍ”. ອີງຈາກຂໍ້ມູນ DataReportal ເຫັນວ່າຜູ້ໃຊ້ງານ TikTok ໃນຫວຽດນາມເກືອບ 50 ລ້ານຄົນມີອາຍຸຕັ້ງແຕ່ 18 ປີຂຶ້ນໄປ.

ໂດຍ TikTok ໄດ້ລຶບວິດີໂອຕາມຄຳຂໍຂອງລັດຖະບານຫວຽດນາມໃນໄຕມາດທີ 4 ຂອງປີທີ່ຜ່ານມາ, ເນື່ອງຈາກຄລິບດັ່ງກ່າວຖືວ່າເປັນການລະເມີດນະໂຍບາຍຂອງລັດຖະບານ ອີງຕາມຂໍ້ມູນຂອງບໍລິສັດ.
“TikTok, Facebook ແລະ YouTube ແມ່ນ social media ຂ້າມຊາຍແດນທີ່ມີມາດຕະຖານສາກົນ. ແຕ່ເມື່ອດຳເນີນງານຢູ່ຫວຽດນາມ ແພລັດຟອມດັ່ງກ່າວຕ້ອງປະຕິບັດຕາມກົດລະບຽບທ້ອງຖິ່ນທັງເນື້ອໃນ ແລະ ພັນທະພາສີ” Do ກ່າວໃນຖະແຫຼງການເມື່ອຕົ້ນອາທິດນີ້ ເເລະ ກ່າວຕື່ມວ່າ “ເມື່ອບໍ່ດົນມານີ້ TikTok ໄດ້ອະນຸຍາດໃຫ້ມີເນື້ອຫາ ເປັນພິດ, ຮຸນເເຮງ, ເລື່ອງຕົວະຫຼອກລວງ ແລະ ເລື່ອງງົມງວາຍ ໃນເເພລັດຟອມຂອງຕົນ”.

MIC ກ່າວວ່າ TikTok ເປັນແພລັດຟອມດຽວທີ່ຖືກກວດສອບຢູ່ໃນຕອນນີ້ ຍ້ອນວ່າມັນເປັນເເພລັດຟອມດຽວທີ່ສຳນັກງານຢູ່ໃນປະເທດ
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/