ສປປ ລາວ ໄດ້ຮັບການສະໜັບສະໜູນທຶນ ຈຳນວນ 14,740,000 ໂດລາສະຫະລັດ ຈາກ ສະຫະລັດອາເມຣິກາ ແລະ ນອກແວ ເພື່ອຊ່ວຍໃນການສຳຫຼວດ ແລະ ກວດກູ້ລະເບີດທີ່ບໍທັນແຕກ ໃຫ້ແກ່ອົງການ The Halo Trust ແລະ ອົງການຊ່ວຍເຫຼືອລ້າຂອງປະຊາຊົນນອກແວ (Norwegian People’s Aid Lao PDR) ໃນ ສປປ ລາວ. ທຶນດັ່ງກ່າວແມ່ນຈະສະໜັບສະໜູນການປະຕິບັດງານໃນດ້ານການສຳຫຼວດ ແລະ ກວດກູ້ລະເບີດທີ່ບໍ່ທັນແຕກ ໃນບັນດາແຂວງພາກໃຕ້ຂອງ ສປປ ລາວ ເພື່ອກຳຈັດໄພອັນຕະລາຍຈາກລະເບີດຊະນິດຕ່າງໆທີ່ຍັງຫຼົງເຫຼືອຢູ່.




ທີ່ມາ: https://www.facebook.com/usembassyvte/posts/10159580475539916
ພາບ: ອົງການເອັນພີເອ, U.S embassy Vientiane
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/