ສົນທິສັນຍາ “ແບນອາວຸດນິວເຄຼຍ” ທົ່ວໂລກ ຈະເລີ່ມມີຜົນບັງຄັບໃຊ້ໃນຕົ້ນປີ 2021 ເຖິງແມ່ນວ່າປະເທດມະຫາອຳນາດຈະບໍ່ຮ່ວມລົງນາມ


ຫລັງຈາກອາວຸດນິວເຄຼຍສະແດງລິດຢູ່ເມືອງ Hiroshima ແລະ Nagasaki ປະເທດຍີ່ປຸ່ນ ສົ່ງຜົນໃຫ້ຫຼາຍຮ້ອຍພັນຄົນເສຍຊີວິດ ໃນປີ 1945, ກໍໄດ້ມີຄວາມພະຍາຍາມຊຸກຍູ້ປະຊາຊົນຜູ້ທີ່ຖືກກະທົບ ແລະ ພົນລະເຮືອນໃຫ້ “ອາວຸດນິວເຄຼຍ” ແມ່ນສິ່ງທີ່ຜິດກົດໝາຍລະດັບນານາຊາດ.

ຈົນມາຮອດເມື່ອສະຫະປະຊາຊາດ (United Nations) ຮັບໄປເປັນເຈົ້າພາບ, ມີການຍົກຮ່າງ ສົນທິສັນຍາວ່າດ້ວຍການຫ້າມອາວຸດນິວເຄຼຍ (Treaty on the Prohibition of Nuclear Weapons) ເຊິ່ງມັນກຳລັງຈະມີຜົນບັງຄັບໃຊ້ໃນຕົ້ນປີ 2021 ຫຼັງຈາກມີຊາດສະມາຊິກໃຫ້ສັດຕະຍາບັນຄົບ 50 ປະເທດ.

ຫລັງຈາກເຫດການ Hiroshima-Nagasaki ເຖິງແມ່ນວ່າບໍ່ເຄີຍມີການນຳໃຊ້ອາວຸດນິວເຄຼຍທີ່ສ້າງຄວາມເສຍຫາຍລະດັບນັ້ນອີກແລ້ວ, ແຕ່ຫຼາຍປະເທດມະຫາອຳນາດໃນໂລກໄດ້ເດີນໜ້າການເກັບສະສົມອາວຸດນິວເຄຼຍເປັນການໃຫຍ່ ໂດຍສະເພາະໃນໄລຍະສົງຄາມເຢັນ ບໍ່ຮວມເອົາການທົດລອງຫຼາຍກ່ວາ 300 ຄັ້ງ ໃນບໍລິເວນໝູ່ເກາະປາຊີຟິກທີ່ມີອານານິຄົມໂດຍປະເທດມະຫາອຳນາດ ທັງສະຫະລັດອາເມຣິກາ, ອັງກິດ ໄປຈົນຮອດຝຣັ່ງ ທີ່ປະປ່ອຍໃຫ້ມີຜົນກະທົບອັນໃຫຍ່ຫຼວງ.

ສະນັ້ນ ຈຶ່ງບໍ່ໜ້າແປກໃຈເລີຍທີ່ບັນດາປະເທດທີ່ໃຫ້ສັດຕະຍາບັນຊ່ວງທຳອິດນີ້ ເປັນປະເທດທີ່ຢູ່ໃນໝູ່ເກາະປາຊີຟິກເຊັ່ນ Fiji, Palau, Vanuatu, Kiribati, Samoa ແຕກຕ່າງກັບປະເທດມະຫາອຳນາດທີ່ບໍ່ໄດ້ເຂົ້າຮ່ວມໃນສົນທິສັນຍາສະບັບນີ້ ທັງສະຫະລັດອາເມລິກາ, ຈີນ, ອັງກິດ, ຝຣັ່ງ ແລະ ຣັດເຊຍ ຈົນຮອດປະເທດທີ່ມີອາວຸດນິວເຄຼຍເຊັ່ນ: ອິນເດຍ, ອິດສະລາແອນ, ປາກິດສະຖານ, ສປປ ເກົາຫຼີ ກໍບໍ່ມີຊື່ໃນສົນທິສົນຍາ.

ຕາມສົນທິສັນຍາສະບັບນີ້ ໄດ້ກຳນົດວ່າບັນດາກິດຈະກຳທີ່ກ່ຽວຂ້ອງກັບອາວຸດນິວເຄຼຍ ບໍ່ວ່າຈະເປັນການພັດທະນາ, ການທົດລອງ, ເປັນເຈົ້າຂອງຄອບຄອງ ແລະ ນຳໃຊ້ ແມ່ນບໍ່ສາມາດເຮັດໄດ້.

ແຕ່ເມື່ອບັນດາປະເທດໃຫຍ່ໆ ບໍ່ໄດ້ເຂົ້າຮ່ວມໃນການໃຫ້ສັດຕະຍະບັນ ຈຶ່ງເປັນທີ່ໜ້າສົນໃຈວ່າມັນຈະມີຜົນບັງຄັບໃຊ້ຫຼາຍໜ້ອຍເທົ່າໃດ ຫລື ໃນທີ່ສຸດມັນອາດເປັນພຽງແຕ່ສົນທິສັນຍາສະບັບໜຶ່ງ ທີ່ບໍ່ມີຜົນບັງຄັບໃດໆເລີຍ.

ທີ່ມາ:

https://www.facebook.com/thematterco/photos/a.1735876059961122/2727441210804597/