ສົງຄາມໃນເຂດກາຊາ ສົ່ງຜົນໃຫ້ມີເດັກນ້ອຍເສຍຊີວິດ 1 ຄົນ ທຸກໆ 10 ນາທີ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ສຳນັກງານບັນເທົາທຸກ ແລະ ຈັດຫາງານຂອງສະຫະປະຊາຊາດ ສຳລັບຜູ້ລີ້ໄພປາເລສໄຕນ໌ໃນຕາເວັນອອກໃກ້ (UNRWA) ໄດ້ອກມາເຜີຍແຜ່ລາຍງານວ່າ ການສູ້ຮົບໃນເຂດກາຊາ ລະຫວ່າງ ກອງທັບອິດສະຣາເອວ ກັບ ກຸ່ມຮາມາສ ສົ່ງຜົນໃຫ້ມີເດັກນ້ອຍເສຍຊີວິດ 1 ຄົນໃນທຸກໆ 10 ນາທີ.

ຈາກການລາຍງານຂອງ UN ພົບວ່າສົງຄາມເຂດກາຊານັ້ນ ພາກຊີວິດເດັກນ້ອຍ 1 ຄົນໃນທຸກໆ 10 ນາທີ ແລະ ມີເດັກນ້ອຍໄດ້ຮັບບາດເຈັບອີກຫຼາຍຄົນໃນໄລຍະເວລາດຽວກັນ ເຊິ່ງເປັນຜົນມາຈາກການໂຈມຕີແບບຕາມໃຈ ແລະ ບໍ່ເລືອກປະຕິບັດ ໂດຍສົງຄາມຍາວນານມານັບ 7 ເດືອນ ໂດຍບໍ່ມີທ່າທີວ່າຈະສິ້ນສຸດລົງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/