ກ່ອນເກມບານເຕະ ທີ່ເຕັມໄປດ້ວຍປະເດັນທາງການເມືອງ ຊາດ ສາສະໜາ ທີ່ຢືນກັນຢູ່ຄົນລະຈຸດ ລະຫວ່າງ ອີຣ່ານ ແລະ ສະຫະລັດ ອາເມຣິກາ ໃນການແຂ່ງຂັນບານໂລກ 2022 ທີ່ຈະເລີ່ມຂຶ້ນໃນວັນທີ 29 ນີ້ ໄດ້ມີປະເດັນໃຫ້ເວົ້າເຖິງກັນກ່ອນແລ້ວ ເມື່ອ ທີ່ ສະຫະພັນບານເຕະ ອາເມຣິກາ ໄດ້ໂພສພາບທີ່ມີ ທຸງຊາດຂອງ ອີຣ່ານ ທີ່ມີການດັດແປງ ລົງໃນສັງຄົມໂລກອອນລາຍ ແລະ ໄດ້ສ້າງຄວາມບໍ່ພໍໃຈໃຫ້ກັບຊາວອີຣ່ານເປັນຢ່າງຍິ່ງ.

ໃນວັນທີ 27 ພະຈິກ ສະຫະພັນບານເຕະ ອີຣ່ານ ໄດ້ຍື່ນຄຳຮຽກຮ້ອງໄປຫາ ສະຫະພັນບານເຕະ ສາກົນ FIFA ໃຫ້ດໍາເນີນການລົງໂທດ ອາເມຣິກາ ໃນກໍລະນີທີ່ ສະຫະພັນບານເຕະ ອາເມຣິກາ ໄດ້ເຮັດການປັບປ່ຽນ ດັດແກ້ ທຸງຊາດ ອີຣ່ານ ໃນຮູບທີ່ໂພສລົງໄປໃນສັງຄົມໂລກອອນລາຍ ໂດຍລຶບລັກສະນະປະຈຳຊາດທີ່ຢູ່ທາງກາງຂອງທຸງອອກໄປ. ຂະນະທີ່ສື່ຕ່າງໆ ໃນອີຣ່ານ ຮຽກຮ້ອງໃຫ້ FIFA ສັ່ງປົດສິດ ຕັດອາເມຣິກາອອກຈາກການແຂ່ງຂັນບານໂລກ 2022 ນີ້ເລີຍ.

ທຸງຊາດ ອີຣ່ານ ປະກອບໄປດ້ວຍແຖບສີແນວນອນ ສີຂຽວ ສີຂາວ ແລະ ສີແດງ ໂດຍມີຮູບກາແຜ່ນດິນສາທາລະນະລັດ ອິດສະລາມອີຣ່ານ ຢູ່ທາງກາງ ແຕ່ພາບທີ່ສະຫະພັນບັນເຕະ ອາເມຣິກາ ໄດ້ໂພສລົງໃນ Instagram ແລະ Twitter ນັ້ນໄດ້ມີການລຶບກາສັນຍະລັກດັ່ງກ່າວອອກໄປ.

ໂດຍເຫດການດັ່ງກ່າວໄດ້ສ້າງຄວາມບໍ່ພໍ່ໃຈໃຫ້ກັບ ອີຣ່ານຢ່າງຍິ່ງ ເພາະຖືເປັນການກະທຳທີ່ຜິດກົດລະບຽບຢ່າງຊັດເຈນ ເນື່ອງຈາກໄດ້ເຜີຍແຜ່ພາບທຸງຊາດທີ່ ບິດເບືອນ ຈາກບັນຊີຢ່າງເປັນທາງການຂອງສະຫະພັນບານເຕະ ສະຫະລັດ ອາເມຣິກາ. ໂດຍຫຼາຍສຳນັກຂ່າວຈາກອີຣ່ານ ລະບຸວ່າ ພຶດຕິກຳແບບນີ້ ການລົງໂທດໂດຍແບນ 10 ນັດ ຖືເປັນເລື່ອງທີ່ເໝາະສົມ ເຊິ່ງໝາຍເຖິງຕັດອອກຈາກການແຂ່ງຂັນບານໂລກຄັ້ງນີ້ເລີຍ.
ກ່ອນໜ້ານີ້ ເຈົ້າໜ້າທີ່ຝ່າຍການສື່ສານຂອງ ສະຫະພັນບານເຕະ ອາເມຣິກາ ໄດ້ອອກມາບອກວ່າພາບດັ່ງກ່າວແມ່ນເພື່ອສະແດງຄວາມເປັນໜຶ່ງດຽວກັບພວກແມ່ຍິງໃນອີຣ່ານ ແຕ່ໃນເວັບໄຊຢ່າງເປັນທາງການຂອງ ສະຫະພັນ ບໍ່ໄດ້ມີການປ່ຽນແປງແຕ່ຢ່າງໃດ.

ໃນເວລາຕໍ່ມາ ໂຄສົກ ສະຫະພັນບານເຕະ ສະຫະລັດ ອາເມຣິກາ ໄດ້ອອກມາລະບຸວ່າ ພາບທີ່ສ້າງຄວາມບໍ່ພໍໃຈໃຫ້ກັບ ຊາວອີຣ່ານ ດັ່ງກ່າວນັ້ນ ໄດ້ຖືກລຶບອອກໄປແລ້ວ ແລະ ຖືກແທນທີ່ດ້ວຍທຸງຊາດທີ່ຖືກຕ້ອງ ແຕ່ເຮົາຍັງສະໜັບສະໜູນແມ່ຍິງອີຣ່ານ.
ໃນໄລຍະ 2 ເດືອນທີ່ຜ່ານມາ ອີຣ່ານ ຖືກໂຈມຕີຢ່າງໜັກຈາກປະຊາຄົມໂລກ ແລະ ອາເມຣິກາ ຈາກກໍລະນີ ການເສຍຊີວິດຂອງ ມາຊາ ອາມິນີ ແມ່ຍິງອາຍຸ 22 ປີ ຫຼັງຈາກຖືກຄຸມຕົວຕາມຄຳກ່າວຫາວ່າລິເມີດກົດລະບຽບດ້ານການແຕ່ງກາຍບໍ່ສຸພາບ.
ໂດຍການພົບກັນຄັ້ງນີ້ ຂອງທັງສອງຊາດຊາດ ຈະຖືເປັນການແຂ່ງຂັນທີ່ສຳຄັນຫຼາຍ ເພາະເປັນນັດສຸດທ້າຍຂອງກຸ່ມ B ແລະ ຝ່າຍທີ່ຊະນະໃນນັດນິ້ີ້ ຈະເປັນຊາດທີ່ໄດ້ຜ່ານເຂົ້າຮອບ 16 ທີມຕໍ່ໄປ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/