ໂດຍປົກກະຕິທີ່ທຸກຄົນຮູ້ກັນດີວ່າ ບັນດາຜະລິດຕະພັນຕ່າງໆມັກຈະຈ້າງໃຫ້ສິນລະປິນ ຫຼື ໄອດໍ້ທີ່ມີຊື່ສຽງ ມາເປັນພຣີເຊັນເຕີ້ເພື່ອຄວາມໜ້າເຊື່ອຖື ແລະ ເພີ່ມຍອດຂາຍສິນຄ້າຂອງເຂົາເຈົ້າໃຫ້ດີຂຶ້ນ. ແຕ່ວ່າ ມັນກໍມັກຈະມີບາງກໍລະນີ ທີ່ສິນລະປິນບາງຄົນບໍ່ໄດ້ຕັ້ງໃຈຢາກຈະໂປຣໂໝດສິນຄ້າໃດໜຶ່ງເປັນພິເສດ, ເຊິ່ງບາງຄົນກໍອາດຈະພຽງແຕ່ຢາກໂພສຮູບພາບກ່ຽວກັບ Life style ຊີວິດປະຈໍາວັນຂອງເຂົາເຈົ້າຊື່ໆ ກໍເຮັດໃຫ້ສິນຄ້ານັ້ນຂາຍດິບຂາຍດີຈົນບໍ່ໜ້າເຊື່ອເລີຍ. ເຊັ່ນດຽວກັນກັບ “Jungkook” ໜຶ່ງໃນສິນລະປິນວົງ “BTS” ທີ່ເຮັດໃຫ້ເກີດປະກົດການທີ່ຊື່ວ່າ “Jungkook Effect” ຂຶ້ນມາ.
ປາກົດການ Jungkook effect ໄດ້ເກີດຂຶ້ນຫຼັັັງຈາກທີ່ Jungkook ເຊິ່ງແມ່ນຄົນທີ່ມີຄວາມມັກໃນການດື່ມນົມ ໄດ້ໂພສພາບທີ່ຕົນເອງຖືແກ້ວນົມລົງໃນ Twitter ຈົນເຮັດໃຫ້ແຮັສແທັກ #JUNGKOOK ຂຶ້ນຕິດ Trend ອັນດັບ 1 ຂອງ Twitter ແລະ ທີ່ສຳຄັນກໍຄື ມີການລາຍງານວ່າຫຼັງຈາກທີ່ສິນລະປິນໜຸ່ມໂພສຮູບໄປແລ້ວເຮັດໃຫ້ຍອດຂາຍນົມຂອງສະຫະລັດອາເມຣິກາເພີ່ມຂຶ້ນ 1.62% ຈາກທີ່ຍອດຂາຍເຄີຍລຕົກລົງເຖິງ 4.09% ໃນປີທີ່ຜ່ານມາ.

Les Produits Laitiers ເຊິ່ງເປັນຜະລິດຕະພັນນົມແບຣນໃຫຍ່ຂອງປະເທດຝຣັ່ງໄດ້ແຊຣ໌ twitter ຂອງ jungkook ພ້ອມກັບບອກວ່າ “Jungkook ໄດ້ຮັບການກົດ like ເຖິງ 2 ລ້ານຄັ້ງຈາກການໂພສຮູບທີ່ຕົນເອງຖືແກ້ວນົມ ເຊິ່ງນັ້ນເປັນສິ່ງທີ່ພວກເຮົາພະຍາຍາມເຮັດມັນມາ 2 ປີແລ້ວ” ນີ້ເປັນສິ່ງທີ່ສະແດງໃຫ້ເຫັນວ່າ soft power ຂອງສິນລະປິນມີອິດທິພົນຕໍ່ກັບສິນຄ້າຫຼາຍໆຢ່າງ.

ເຊິ່ງກ່ອນໜ້ານີ້ທາງສິນລະປິນໜຸ່ມກໍໄດ້ຊ່ວຍເພີ່ມຍອດຂາຍໃຫ້ກັບ Downy(ນ້ຳຢາປັບຜ້ານຸ້ມ) ແບບບໍ່ຕັ້ງໃຈໂດຍມີແຟນຄລັບຕາດີເຫັນຜະລິດຕະພັນ Downy ໃນຮູບທີ່ຕົນໄດ້ໂພສລົງໃນ twitter ຈົນເຮັດໃຫ້ Downy ຂາຍດີຢູ່ເກືອບສອງເດືອນ ,ເຊິ່ງມັນຈົນເຮັດໃຫ້ Jungkook ໄດ້ອອກມາ tweet ເຖິງແຟນຄລັບວ່າ “ຕອນນີ້ນ້ຳຢາປັບຜ້ານຸ້ມຂອງຂ້ອຍກຳລັງຈະໝົດແລ້ວ ແຕ່ຕອນນີ້ສິນຄ້າຂາຍໝົດກ້ຽງເລີຍ”. ຈາກຄໍາເວົ້າຂອງ Jungkook ບໍ່ຮູ້ຈະອີ່ຕົນ ຫຼື ຫົວໃຫ້ກັບຄວາມດັງຂອງລາວດີ ???????????? ວ່າເບາະທຸກຄົນ. ນອກຈາກນັ້ນກໍຍັງມີອີກຫຼາຍຢ່າງທີ່ໄດ້ຮັບຄວາມນິຍົມຈາກອິດທິພົນຂອງສິນລະປິນໜຸ່ມຄົນນີ້ນໍາ.
ຂຽນ ແລະ ຮວບຮວມໂດຍ: Duck_Jipjip