15-ກໍລະກົດ-2022-ຄົບຮອບ-10-ປີ

“Oppan Gangnam Style” ປະໂຫຍກນີ້ຫຼາຍໆ ຄົນກະຈະຄຸ້ນຮູ້ດີ ເພາະມັນມາຈາກເພງຂອງສິລະປິນຊື່ດັງຊາວເກົາຫຼີໃຕ້ຢ່າງ PSY ທີ່ມື້ນີ້ (15 ກໍລະກົດ 2022) ເມື່ອ 10 ປີກ່ອນ (15 ກໍລະກົດ 2012) PSY ໄດ້ປ່ອຍເພງທີ່ດັງທີ່ສຸດໃນຍຸກນັ້ນຢ່າງ “Gangnam Style” ລົງໃນ YouTube ແລະ ມັນກໍໄດ້ສ້າງປາກົດການທີ່ໂດ່ງດັງໄປທົ່ວໂລກ ຊະນິດທີ່ວ່າໄປທາງໃດກໍຕ້ອງໄດ້ຍິນຄົນເປີດຢູ່ຕະຫຼອດເວລາ ດ້ວຍທຳນອງເພງສຸດມ່ວນ ແລະ ທ່າເຕັ້ນຂີ່ມ້າອັນເປັນເອກະລັກຂອງເພງນີ້. ນອກຈາກນີ້ Gangnam Style ຍັງເປັນເພງທຳອິດທີ່ສາມາດສ້າງຍອດວິວທະລຸ 1,000 ລ້ານວິວໄດ້ເປັນເພງທຳອິດຂອງປະຫວັດສາດໂລກ.

15-ກໍລະກົດ-2022-ຄົບຮອບ-10-ປີ

ທັງນີ້ແລ້ວ Gangnam Style ນັ້ນແມ່ນຢູ່ໃນອາລະບ້ຳທີ 6 ຂອງ PSY ທີ່ມີຊື່ວ່າ PSY SIX RULES Pt.1 ແລະທັນທີທີ່ເພງນີ້ຖືກປ່ອຍອອກມາໃຫ້ຟັງ ມັນກໍໄດ້ຮັບຄວາມນິຍົມຢ່າງລົ້ນເຫຼືອຈາກຊາວເກົາຫຼີໃຕ້ ກ່ອນທີ່ຈະສາມາດສ້າງແຮງສັ່ນສະເທືອນໄປທົ່ວໂລກ. ບໍ່ພຽງເທົ່ານັ້ນ ຄົນດັງລະດັບໂລກຫຼາຍຄົນຕ່າງພາກັນແຊຣ໌ຕໍ່, ໂພສ ແລະ ທະວີດຂໍ້ຄວາມເຖິງເພງນີ້ເປັນຈຳນວນຫຼວງຫຼາຍ ຫຼື ແມ່ນແຕ່ການເຕັ້ນ cover, ຮ້ອງເພງ cover, ເຮັດວິດີໂອລໍ້ລຽນແບບ Parody ສົ່ງຜົນໃຫ້ PSY ແລະ Gangnam Style ກາຍເປັນທີ່ສົນໃຈຂອງຄົນທົ່ວໂລກໃນພຽງເວລາອັນສັ້ນເທົ່ານັ້ນ.

15-ກໍລະກົດ-2022-ຄົບຮອບ-10-ປີ

ປັດຈຸບັນນີ້ເພງ Gangnam Style ແມ່ນຢູ່ໃນອັນດັບ 5 ຂອງ MV ທີ່ມີຍອດວິວສູງສຸດຕະຫຼອດການໃນ YouTube ໂດຍມີຍອດວິວຫຼາຍກວ່າ 4.4 ພັນລ້ານຄັ້ງ ເຊິ່ງອັນດັບໜຶ່ງທີ່ຄອງແຊັມໄປນັ້ນກໍຄືເພງສຸດຮິດຢ່າງ Baby Shark ທີ່ມີຍອດວິວຫຼາຍກວ່າ 10,000 ລ້ານວິວໄປແລ້ວ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply