ຖ້າຫາກມື້ໜຶ່ງເຮົາຕ້ອງສູນເສຍອະໄວຍະວະທີ່ຊ່ວຍອຳນວຍຄວາມສະດວກໃນການດຳລົງຊີວິດໄປ ເຊັ່ນ: ແຂນແລະ ມື, ສິ່ງນັ້ນອາດຈະເປັນເລື່ອງທີ່ສ້າງຄວາມລຳບາກຕໍ່ການໃຊ້ຊີວິດແລະເຮັດກິດຈະກຳຫຼາຍໆຢ່າງຂອງເຮົາຫຼາຍ ແຕ່ມັນບໍ່ແມ່ນສຳລັບສິລະປິນໜຸ່ມຜູ້ທີ່ປ່ຽນຄວາມໂຊກຮ້າຍທີ່ເກີດຂຶ້ນກັບຕົນເອງໃຫ້ປ່ຽນເປັນເປັນແຮງຊຸກຍູ້ ແລະ ສ້າງຜົນງານສິລະປະອັນສວຍງາມອອກມາ.
ສີວັນ ສີບຸນເຮືອງ ຫຼື ເຈົ້າຂອງ Facebook ທີ່ຊື່ວ່າ Vanh LikeDrawing ອາຍຸ 25 ປີ, ປັດຈຸບັນຢູ່ບ້ານ ຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ນັກແຕ້ມໜຸ່ມຜູ້ທີ່ມີຄວາມຕັ້ງໃຈກັບການແຕ້ມຮູບ ແລະ ງານສິລະປະເຖິງວ່າຮ່າງກາຍຈະບໍ່ສົມບູນແບບ.

ສີວັນໄດ້ເລົ່າເຖິງຄວາມສົນໃຈທາງດ້ານສິລະປະວ່າ “ເລີ່ມຕົ້ນມາຈາກໃນປີ 2012 ທີ່ໄດ້ເກີດອຸບັດຕິເຫດໄຟຟ້າຊ໊ອດຈົນເຮັດໃຫ້ເສຍແຂນທັງສອງຂ້າງໄປ, ພາຍຫຼັງຈາກພັກຟື້ນເປັນໄລຍະເວລາໜຶ່ງ ເມື່ອສະພາບຮ່າງກາຍ ແລະ ຈິດໃຈພ້ອມ ຈຶ່ງໄດ້ລອງເລີ່ມຮຽນຂຽນໜັງສືດ້ວຍການໃຊ້ຕີນ ແລະ ຕໍ່ມາໄດ້ເລີ່ມເຝິກໃຫ້ຕົນເອງແຕ້ມຮູບໄດ້ ເພື່ອເປັນເຄື່ອງມືຊ່ວຍລະບາຍ ແລະ ເຮັດໃຫ້ມີຊີວິດຊີວາຂຶ້ນ”.
“ຈົນເຮັດໃຫ້ມີຄົນສົນໃຈ ແລະ ໄດ້ມີໂອກາດແຕ້ມຮູບເພື່ອຫາລາຍໄດ້ ບໍ່ວ່າຈະເປັນການແຕ້ມຮູບເໝືອນ, ການແຕ້ມຮູບຕາມຝາ, ການເພັ້ນເກີບ ແລະ ອີກຫຼາຍໆຢ່າງ ຈົນເປັນອາຊີບໃນປັດຈຸບັນ”

ເມື່ອຖາມເຖິງຄວາມຮູ້ສືກເມື່ອຕອນທີ່ສູນເສຍແຂນໄປ ສີວັນກໍໄດ້ໃຫ້ຄຳຕອບໄວ້ຢ່າງໜ້າປະທັບໃຈວ່າ “ໄລຍະທຳອິດກໍຮູ້ສຶກເສຍໃຈຫຼາຍ, ຮູ້ສຶກນ້ອຍໃຈໃນຊິວິດ ແລະ ໂຊກຊະຕາທີ່ເຮັດໃຫ້ເຮົາຕ້ອງເປັນແບບນີ້ ແຕ່ກໍຍ້ອນມີຄົນອ້ອມຂ້າງເຊັ່ນ ພໍ່ແມ່ ແລະ ໝູ່ເພື່ອນໃຫ້ກຳລັງຕະຫຼອດມາ ເຮັດໃຫ້ມີແຮງຕໍ່ສູ້ກັບອຸປະສັກຕ່າງໆ”.
ສີວັນ ຍັງໄດ້ກ່າວເພີ່ມອີກວ່າ “ທຸກໆຄົນກໍເຄີຍມີຈຸດຕົກຕ່ຳ ແລະ ເຮົາກໍຕ່າງມີມື້ທີ່ບໍ່ດີ ແຕ່ກໍສູ້ກັບມັນ ແລະ ພັດທະນາຕໍ່ໄປ, ໃນອະນາຄົດ ຢາກມີໂອກາດໄດ້ເຮັດຫຼາຍໆຢ່າງ ພົບປະຜູ້ຄົນ ໃຫ້ຫຼາຍຂຶ້ນກວ່ານີ້ , ຢາກເຮັດວຽກ ແລະຢູ່ກັບງານສິລະປະໄປດົນໆ” ນັ້ນຄືຄຳກ່າວຂອງ ສີວັນຕໍ່ກັບສິ່ງທີ່ລາວຮັກ.


ສາມາດເຂົ້າໄປຕິດຕາມຜົນງານໄດ້ທີ່: https://www.facebook.com/vanh.likedrawing
ສຳພາດແລະຮຽບຮຽງ: ເຊັນໄປ 29/06/2021
ຮູບພາບຈາກ: Vanh LikeDrawing
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/