ຫຼາຍຄົນຄົງຈະເຄີຍພົບເຫັນກັບສິລະປະທີ່ເປັນຮູບປັ້ນຜູ້ຊາຍທີ່ມີອະໄວຍະວະເພດນ້ອຍ ແຕ່ກໍຍັງມີບາງຄົນທີ່ຍັງບໍ່ທັນຮູ້ວ່າເປັນຫຍັງຄືນ້ອຍ ແລະ ຄວາມໝາຍຂອງຮູບປັ້ນຜູ້ຊາຍຄົນນີ້ແມ່ນຫຍັງ.
ຖ້າເວົ້າເຖິງສິລະປະລ້ວນແລ້ວແຕ່ມີຄວາມງາມ ແລະ ຄວາມໝາຍຂອງມັນ ເຊິ່ງຈະແຕກຕ່າງກັນອອກໄປ ຄວາມໝາຍຂອງມັນແມ່ນມີທີ່ມາທີ່ໄປ ເຊິ່ງກໍມາຈາກອຸດົມຄະຕິກ່ຽວກັບເພດຊາຍຂອງຊາວກຣີກ ໃນສະໄໝກ່ອນ ເຊິ່ງຊາວກຣີກມີອຸດົມຄະຕິວ່າ: ຜູ້ຊາຍທີ່ສົມບູນແບບນັ້ນ ຈະຕ້ອງມີຮ່າງກາຍທີ່ສົມສ່ວນແຂງແຮງ ເຊິ່ງຄວາມສົມສ່ວນທີ່ວ່ານີ້ ຍັງລວມໄປເຖິງອະໄວຍະວະເພດອີກດ້ວຍ.

ການທີ່ອະໄວຍະວະເພດທີ່ບໍ່ໃຫຍ່ ກໍບໍ່ໄດ້ໝາຍຄວາມວ່າຜູ້ຊາຍຄົນນັ້ນຈະອ່ອນແອ ໃນເລື່ອງເພດ ແຕ່ມັນຄືຄວາມໝາຍສວຍງາມ ແລະ ສົມບູນແບບຂອງຜູ້ຊາຍ ລວມໄປເຖິງການມີອາລະຍະທີ່ສູງສົ່ງອີກດ້ວຍ ແລະ ພິເສດໄປກວ່ານີ້ ຄວາມຄິດແບບນີ້ໄດ້ສືບທອດມາເຖິງຊາວໂຣມັນອີກດ້ວຍ.
ກົງກັນຂ້າມຖ້າຫາກຜູ້ຊາຍທີ່ມີອະໄວຍະວະເພດທີ່ໃຫຍ່ ຈະກາຍເປັນສັນຍະລັກຂອງຄວາມປ່າເຖື່ອນ ສັນດານດິບ ໄຮ້ອາລະຍະ. ອີກເຫດຜົນໜຶ່ງກໍຄື ຮູບປັ້ນເພດຊາຍທີ່ມີອະໄວຍະວະເພດນ້ອຍ ຮູບປັ້ນເຫຼົ່ານີ້ບໍ່ໄດ້ສື່ຄວາມໝາຍກ່ຽວກັບເລື່ອງເພດ ແຕ່ສື່ເຖິງຄວາມອຸດົມສົມບູນຂອງເພດຊາຍຕາມອຸດົມຄະຕິ.
ເປັນທີ່ໜ້າສົນໃຈວ່າ ສັງຄົມຊາວກຣີກຈະເປີດກວ້າງໃນເລື່ອງເພດ. ດັ່ງນັ້ນ, ຖ້າຫາກຮູບປັ້ນ ຫຼື ຮູບແຕ້ມຊະນິດໃດ ຕ້ອງການສື່ກ່ຽວກັບເລື່ອງເພດ ຜົນງານເຫຼົ່ານີ້ກໍຈະສະແດງເຖິງອະໄວຍະວະເພດທີ່ໃຫຍ່ເຊັ່ນດຽວກັນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/