ໃນປັດຈຸບັນ ການນຳໃຊ້ພະລັງງານທົດແທນຮູບແບບໂຊລາເຊວ ຫຼື ພະລັງງານແສງອາທິດນັ້ນ ເປັນທີ່ນິຍົມກັນຫຼາຍ ຕັ້ງແຕ່ຕິດຕັ້ງໃຊ້ງານພາຍໃນເຮືອນ ຈົນໄປຮອດຟາມພະລັງງານຂະໜາດໃຫຍ່ ເຊັ່ນດຽວກັບສິງກະໂປ ທີ່ໄດ້ເປີດຕົວຟາມພະລັງງານແສງອາທິດແບບລອຍນ້ຳທີ່ມີຂະໜາດໃຫຍ່ເທົ່າກັບເດີ່ນບານເຕະເຖິງ 45 ເທົ່າ.

ຖືວ່າເປັນຟາມພະລັງງານແສງອາທິດທີ່ມີຂະໜາດໃຫຍ່ອີກແຫ່ງໜຶ່ງຂອງໂລກ ມັນສາມາດຜະລິດໄຟຟ້າໄດ້ພຽງພໍສຳລັບໃຊ້ໃນໂຮງງານບຳບັດນ້ຳ 5 ແຫ່ງຂອງປະເທດໄດ້, ມັນມີພະລັງງານຂະໜາດ 60 ເມກາວັດ ຕັ້ງຢູ່ເທິງອ່າງເກັບນ້ຳທາງທິດຕາເວັນຕົກຂອງສິງກະໂປ ແລະ ຍັງຊ່ວຍລົດການປ່ອຍກາສແຮືອນແກ້ວໄດ້ປະມານ 32 ກິໂລໂຕນ/ປີ ທຽບເທົ່າການນຳເອົາລົດ 7,000 ຄັນອອກຈາກຫົນທາງ.

ໂຄງການດັ່ງກ່າວ ເປັນໜຶ່ງໃນເປົ້າໝາຍຂອງສິງກະໂປ ທີ່ຕ້ອງການຈະເພີ່ມການຜະລິດພະລັງງານທົດແທນເພີ່ມຂຶ້ນ 4 ເທົ່າ ພາຍໃນປີ 2025 ເພື່ອຊ່ວຍຮັບມືກັບບັນຫາສະພາບອາກາດ ແລະ ບັນຫາໂລກຮ້ອນ.



ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/