ປະເທດສິງກະໂປ ເປັນປະເທດທີ່ມີຄວາມພັດທະນາໃນຫຼາຍໆດ້ານ ເມື່ອບໍ່ດົນມານີ້ສິງກະໂປຕິດອັນດັບມະຫາວິທະຍາໄລທີ່ດີທີ່ສຸດໃນໂລກ ແລະ ເປັນ 1 ດຽວໃນອາຊຽນທີ່ສາມາດຄອບຄອງຕຳແໜ່ງນີ້ໄດ້. ຫຼ້າສຸດ ກໍຕິດອັນດັບ 9 ຂອງໂລກ ແລະ ອັນດັບ 1 ຂອງອາຊຽນ ທີ່ມີໂຮງໝໍທີ່ດີທີ່ສຸດໃນໂລກ.
ວາລະສານ Newsweek ຮ່ວມກັບ Statista ບໍລິສັດສຳຫຼວດວິໄຈ ແລະ ວິເຄາະຂໍ້ມູນດ້ານການຕະຫຼາດ ແລະ ຜູ້ບໍລິໂພກ ໄດ້ຈັດອັນດັບໂຮງໝໍທີ່ດີທີ່ສຸດໃນໂລກປະຈຳປີ 2023 ຈໍານວນ 250 ອັນດັບ, ຈາກການສໍາຫຼວດໂຮງໝໍ 2.300 ແຫ່ງ ໃນ 28 ປະເທດ ລະຫວ່າງເດືອນກັນຍາ-ພະຈິກ 2022. ໂດຍອັນດັບທີ 1 ເປັນຂອງ Mayo Clinic – Rochester ຂອງສະຫະລັດ ດ້ວຍຄະແນນ 97.5%.

- ການຈັດອັນດັບດັ່ງກ່າວ ພິຈາລະນາເກນສໍາຄັນ 4 ດ້ານ ໄດ້ແກ່: ການສໍາຫຼວດອອນລາຍຈາກແພດ, ຜູ້ບໍລິຫານໂຮງໝໍ, ບຸກຄະລາກອນທາງການແພດ 80.000 ຄົນ.
- ຂໍ້ມູນຈາກປະສົບການຜູ້ປ່ວຍໄດ້ແກ່ ຄວາມພໍໃຈທົ່ວໄປ, ການແນະນໍາບອກຕໍ່, ຄວາມພໍໃຈຕໍ່ການປິ່ນປົວ.
- ດັດຊະນີຄຸນະພາບຂອງໂຮງໝໍໄດ້ແກ່: ຂໍ້ມູນຄຸນະພາບການດູແລຮັກສາສະເພາະທາງຄວາມປອດໄພຂອງຜູ້ປ່ວຍ, ມາດຕະການດ້ານສຸຂະອະນາໄມ ແລະ ອັດຕາສ່ວນຂອງແພດ ຫຼື ພະຍາບານຕໍ່ຜູ້ປ່ວຍ.

ເຖິງຢ່າງໃດກໍຕາມ ໃນພູມີພາກອາຊຽນ ມີພຽງໂຮງໝໍຂອງສິງກະໂປ ແລະ ໄທ ເທົ່ານັ້ນ ທີ່ຕິດໃນ 250 ອັນດັບທຳອິດ ໂດຍໂຮງໝໍໃນສິງກະໂປຕິດອັນດັບເຖິງ 5 ແຫ່ງ. ຖືໄດ້ວ່າເປັນໜຶ່ງດຽວໃນອາຊຽນ ທີ່ຕິດອັນດັບຂອງໂລກຫຼາຍທີ່ສຸດ.
ຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/