ສຳພາດພິເສດມະນຸດ Android Connor ແລະ Sex Android ແຫ່ງ Detroit Become Human


ໃນງານ PlayStation Experience 2018 SEA ຈັດຂຶ້ນທີ່ Central World ມີແຂກຮັບເຊີນສຸດພິເສດຄື Bryan Dechart ແລະ Amelia Rose Blaire ນັກສະແດງຈາກເກມ Detroit Become Human ເກມແນວແອດເວັນເຈີ້ທີ່ກຳລັງໄດ້ຮັບສຽງຕອບຮັບທີ່ດີຫຼາຍໆເຂົ້າມາຮ່ວມງານດ້ວຍ ໂດຍທັງຄູ່ກໍຄອນເຟີມແລ້ວວ່າຈະມາຮ່ວມງານເມື່ອບໍ່ດົນມານີ້.

ໃນງານ PlayStation Experience ທັງ Bryan ແລະ Amelia ໄດ້ຫຼິ້ນເກມ Detroit Become Human ໃຫ້ FC ເບິ່ງກັນແບບສົດໆຖືວ່າເປັນປະສົບການພິເສດສຳຫຼັບ Gamer  ຫຼາຍໆຄົນ Blognone ມີໂອກາດໄດ້ສຳພາດທັງຄູ່ແບບສັ້ນໆເຖິງເລື່ອງລາວຂອງເກມຈຶ່ງນຳບົດຄວາມສຳພາດມາຝາກ FC ເກມນີ້.

ກ່ອນທີ່ຈະເຂົ້າເລື່ອງບົດສຳພາດຂໍອະທິບາຍຕົວເກມ Detroit Become Human ກ່ອນຄື ເກມເວົ້າເຖິງໂລກອະນາຄົດແບບດິສໂທເປຍ ທີ່ບໍລິສັດ CYBERLIFE ຜະລິດຫຸ່ນຍົນໜ້າຕາເປັນມະນຸດມາບໍລິການໃຊ້ງານໃນອາຊີບຕ່າງໆສົ່ງຜົນໃຫ້ຄົນວ່າງວຽກ ກໍ່ໃຫ້ເກີດຄວາມຂັດແຍ່ງຄື: ມະນຸດຕໍ່ຕ້ານ Android ທີ່ຍາດວຽກ ແລະ Android ເອງກໍຕໍ່ຕ້ານມະນຸດທີ່ກົດຂີ່ ຫຼື ກະທຳການຮຸນແຮງກັບ Android ມາໂດຍຕະຫຼອດ.

Detroit Become Human ເປັນຜົນງານຈາກຜູ້ພັດທະນາເກມ QUANTIC DREAM ກຳກັບໂດຍ David Cage.

ແມ່ນຫຍັງ ? ຄືປັດໄຈທີ່ເຮັດໃຫ້ Detroit Become Human ປະສົບຄວາມສຳເລັດ.

ເລີ່ມຈາກ Bryan ຜູ້ຮັບບົດໜຶ່ງໃນຕົວລະຄອນຫຼັກຄື Connor ແອນດຣອຍຕຳຫຼວດ, ລາວເວົ້າເຖິງຄວາມສຳເລັດຂອງເກມວ່າ ເກມນີ້ຫຼິ້ນໄດ້ຫຼາຍແບບນຳຜົນລັບໄປ Share ກັບໝູ່ເພື່ອນ ເດີນເລື່ອງດ້ວຍຕົວເອງ ຖືເປັນທາງເລືອກໃໝ່ຂອງຄົນທີ່ມັກຮັກໃນການຫຼິ້ນເກມ ມັນຄືການຖອກຂອງຫຼິ້ນຫຼາຍອັນໄວ້ເທິງໂຕະ ແລະ ຜູ້ຫຼິ້ນມີຫຼາຍທາງເລືອກໃນເກມທີ່ຕ້ອງເລືອກຫຼິ້ນ.

ສະແດງຮູບເງົາກັບສະແດງໃນເກມແຕກຕ່າງກັນແບບໃດແດ່ ?

ເມື່ອຖາມເຖິງຄວາມແຕກຕ່າງລະຫວ່າງການສະແດງຮູບເງົາ ແລະ ການສະແດງໃນເກມ Amelia ຜູ່ຮັບບົດ sex android ບອກວ່າສິ່ງໜຶ່ງທີ່ແຕກຕ່າງກັນຫຼາຍຄືການຖ່າຍທຳໃນເກມບໍ່ມີການເຊັດອັບສາກ ຫຼື ສ້າງຫຍັງຂຶ້ນມາເລີຍແມ່ນແຕ່ການແຕ່ງໜ້າເຮັດຜົມທຸກຢ່າງຕ້ອງຢູ່ໃນຈິນຕະນາການຂອງນັກສະແດງທັງໝົດ ແຕ່ການທີ່ບໍ່ຕ້ອງເຊັດອັບສາກເຮັດໃຫ້ມື້ໜຶ່ງນັກສະແດງສາມາດຖ່າຍທຳໄດ້ຫຼາຍໆສາກໃນມື້ດຽວກັນ. Bryan ຍັງເວົ້າເສີມອີກວ່າ ເນື່ອງຈາກເປັນເກມທີ່ມີຫຼາຍທາງເລືອກແລ້ວນັກສະແດງຕ້ອງສະແດງຫຼາຍທາງເລືອກຄືກັນເຊັ່ນ: ເວລາຕອບຄຳຖາມ Hank (ມະນຸດຕຳຫຼວດທີ່ເຮັດວຽກກັບ Connor) ຖ້າທາງເລືອກຄຳຕອບມີ 6 ທາງເລືອກກໍຕ້ອງສະແດງສາກນັ້ນຊ້ຳໆເປັນວົງຈອນໄປ, ນອກຈາກຄຳເວົ້າແລ້ວ ຍັງຕ້ອງສະແດງຫຼາຍອາລົມໃນສາກດຽວກັນເພາະມີທັງທາງເລືອກທີ່ Connor ໃຈດີກັບທາງເລືອກທີ່ Connor ໃຈຮ້າຍ ຫຼື ບໍ່ພໍໃຈ ດັ່ງນັ້ນຈຶ່ງບໍ່ຄືການສະແດງລະຄອນ ຫຼື ສະແດງຮູບເງົາເລີຍ.

ເຄື່ອງນຸ່ງທີ່ໃສ່ ແລະ ຈຸດທີ່ຢູ່ຕາມຮ່າງກາຍນັກສະແດງກໍຊ່ວຍໃຫ້ການຖ່າຍທຳນັ້ນງ່າຍຂຶ້ນ Bryan ອະທິບາຍວ່າກ້ອງຈະເບິ່ງເຫັນພຽງຈຸດທີ່ຢູ່ຕາມຮ່າງກາຍເທົ່ານັ້ນເຮັດໃຫ້ສາມາດຖ່າຍທຳແຍກກັນໄດ້ແບບບໍ່ຕ້ອງນັດນັກສະແດງມາພ້ອມໆກັນເພື່ອຖ່າຍທຳ.

ນອກຈາກນີ້ສະຄິບທີ່ໃຊ້ໃນການຖ່າຍທຳມີເປັນພັນໆໜ້າເພາະແຕ່ລະການຖ່າຍທຳມີຫຼາຍທາງເລືອກ ເຊິ່ງ Bryan ກໍບອກເທັກນິກທີ່ລາວໃຊ້ຈື່ບົດດ້ວຍການໃຊ້ສັນຍະລັກປຸ່ມກົດເທິງຈໍເກມວ່າລາວຈະຕ້ອງຫຼິ້ນບົດໃດ ແລະ ໃຊ້ສີເຂົ້າມາຊ່ວຍຄືບາງຄັ້ງທີ່ລາວຕ້ອງຫຼິ້ນບົດຮ້າຍເປັນ deviant ກໍໃຊ້ສີມາໝາຍໄວ້ ຈະໄດ້ຕິດຕາມອາລົມທີ່ຕົວເອງຕ້ອງຫຼິ້ນຕໍ່ໄປໄດ້.

ເມື່ອຖາມວ່າເທຣນການສະແດງໃນເກມມີຫຼາຍຂຶ້ນເລື່ອຍໆທັ້ງ Bryan ມີຄວາມຄິດເຫັນແບບໃດ? ໂດຍ Bryan ບອກວ່າວີດີໂອເກມຄືອະນາຄົດ ເຕັກໂນໂລຊີຈະເຂົ້າເຖິງໄດ້ງ່າຍຂຶ້ນບໍ່ພຽງອຸດສາຫະກຳ ແລະ ເກມແຕ່ຮວມເຖິງຄົນທົ່ວໄປ, ນັກຮຽນນັກສຶກສາ, ນັກພັດທະນາ ແລະ ອາດເປັນໄປໄດ້ວ່າການປະມວນຜົນເຕັກໂນໂລຊີການຖ່າຍທຳກໍຈະໄວຂຶ້ນ, ຄົນຫຼິ້ນເກມກໍຈະມີທາງເລືອກຫຼາຍຂຶ້ນອີກດ້ວຍ.

ຖ້າໃນອະນາຄົດໃກ້ໆນີ້ມີມະນຸດ Android ແທ້ໆ, ຢາກມີມະນຸດ Android ເປັນຂອງໂຕເອງ ຫຼື ບໍ່ ?

Amelia ບອກວ່າເປັນຄຳຖາມທີ່ຍາກຫຼາຍ ຫຼັງຈາກທີ່ລາວໄດ້ຫຼິ້ນເກມແລ້ວຄຳຕອບທີ່ລາວຈະບອກກໍຄື ສັນຊາດຕະຍານຂອງລາວບອກວ່າບໍ່ມີທາງທີ່ຈະມີ Android ເປັນຂອງຕົວເອງ, ແຕ່ວ່າຄົງຈະດີບໍ່ໜ້ອຍທີ່ມີ Android ມາເຮັດຫຍັງໃຫ້ເຊັ່ນ: ເຮັດວຽກເຮືອນ ຫຼື ເຮັດວຽກຫຍັງທີ່ເຮົາບໍ່ຢາກເຮັດ. ສ່ວນ Bryan ກໍບອກວ່າລາວຈະເຮັດໂຕໃຈດີກັບ Android ຕົວນັ້ນ ຍົກຕົວຢ່າງເຊັ່ນ: “Siri ຊ່ວຍຕັ້ງໂມງປຸກໃຫ້ຂ້ອຍ”.

Bryan ແລະ Amelia ຍັງເປັນຄູ່ຮັກກັນອີກດ້ວຍ.

ບັນຍາກາດ Live ຫຼິ້ນເກມແບບສົດໆເທິງໂທລະທັດ.

ທີ່ມາ: https://www.blognone.com/node/104701