ເຊື່ອວ່າຄົນທີ່ເປັນແຟນກັນ ຫຼື ເປັນຄູ່ຮັກກັນຕ້ອງເຄີຍມີປະສົບການທີ່ເຮັດໃຫ້ເກີດການຜິດຖຽງກັນນັບຕັ້ງແຕ່ເລື່ອງນ້ອຍຈົນໄປຮອດເລື່ອງໃຫຍ່ ເຊິ່ງນັ້ນມັນອາດຈະກາຍເປັນບັນຫາຈົນໄປຮອດຈຸດແຕກຫັກຂອງຄວາມສຳພັນກໍເປັນໄດ້. ເຊັ່ນດຽວກັນກັບກໍລະນີຂອງສາວໄຕ້ຫວັນຄົນນີ້ທີ່ຄຽດໃຫ້ແຟນໜຸ່ມຂອງຕົນເອງຍ້ອນ “ບໍ່ແກະກຸ້ງໃຫ້ກິນ” ແລະ ຈະຮັບຄໍາຂໍໂທດຈາກແຟນໜຸ່ມເປັນ iPhone 14 ເທົ່ານັ້ນຈຶ່ງຈະເຊົາຄຽດໃຫ້.

ໂດຍເລື່ອງລາວທີ່ກ່າວມານີ້ເປັນຂອງຍິງສາວໄຕ້ຫວັນຄົນໜຶ່ງ ທີ່ໄດ້ໂພສລົງກຸ່ມ Facebook “匿名2公社” ໂດຍເລົ່າວ່າ ຕົນກັບແຟນໜຸ່ມແມ່ນຄົບຫາກັນມາໄດ້ 1 ປີແລ້ວ ພ້ອມກັບຕົກລົງກັນວ່າທັງສອງຈະສະຫຼອງກັນທຸກໆ ວັນທີ 14 ຂອງເດືອນ ເຊິ່ງປຽບຄືວັນວາເລນໄທນ໌ ແລະ ແຟນໜຸ່ມຈະຕ້ອງຊື້ຂອງຂວັນທີ່ລາຄາບໍ່ຕໍ່າກວ່າ 3.000 ໂດລາໄຕ້ຫວັນໃຫ້ກັບຕົນເອງທຸກຄັ້ງ.

ຢ່າງໃດກໍຕາມ ເມື່ອບໍ່ດົນມານີ້ ແຟນໜຸ່ມໄດ້ບອກກັບຍິງສາວວ່າ ຍິນດີທີ່ຈະສະຫຼອງທຸກໆ ວັນທີ 14 ແຕ່ບໍ່ສາມາດຊື້ຂອງຂວັນລາຄາແພງໃຫ້ຍິງສາວໃນທຸກໆເດືອນໄດ້.
“ຂ້ອຍຢາກຮ້າຍທີ່ລາວເວົ້າແບບນັ້ນ ເຈົ້າລອງສະຫຼອງວາເລນໄທນ໌ໂດຍທີ່ບໍ່ມີຂອງຂວັນມັນໄດ້ຫວາ?” ຍິງສາວກ່າວໃນໂພສ
ຈາກເຫດການ ນີ້ຍິງສາວແມ່ນໄດ້ຄຽດແລະເຄືອງແຮງ ຈົນແຟນໜຸ່ມໄດ້ຍອມຄຸເຂົ່າຂໍໂທດ “ຖ້າບໍ່ແມ່ນຍ້ອນລາວຄຸເຂົ່າຂໍໂທດໃນພື້ນທີ່ສາທາລະນະ ແລະຂໍການໃຫ້ອະໄພຈາກຂ້ອຍ ບໍ່ຊັ້ນຂ້ອຍເລີກກັບລາວໄປດົນແລ້ວ” ຍິງສາວກ່າວເສີມ.

ຍິງສາວເລົ່າຕໍ່ວ່າ ເມື່ອເທສະການໄຫວ້ພະຈັນທີ່ຜ່ານມາຕົນໄດ້ຕັດສິນໃຈເຂົ້າຮ່ວມງານກິນລ້ຽງກັບຄອບຄົວແຟນ ໂດຍໃນງານດັ່ງກ່າວອ້າຍຂອງແຟນໄດ້ຊື້ອາຫານທະເລມາຫຼາຍຢ່າງເຊິ່ງໃນນັ້ນມີ “ກຸ້ງ” ເຊິ່ງເປັນອາຫານທີ່ຍິງສາວມັກກິນທີ່ສຸດ ແລະ ເມື່ອຮອດຕອນກິນຍິງສາວໄດ້ຂໍໃຫ້ແຟນໜຸ່ມຊ່ວຍແກະກຸ້ງໃຫ້ກິນ ແຕ່ແຟນໜຸ່ມກໍພຽງໄດ້ເຮັດແຕ່ຕັກມັນວາງໄວ້ໃນຈານພ້ອມບອກວ່າ “ຖ້າຢາກກິນກໍແກະເອງເດີ”.

“ຂ້ອຍຕົກໃຈຫຼາຍທີ່ແຟນບໍ່ຍອມແກະກຸ້ງໃຫ້ ແລະ ບອກໃຫ້ກິນດ້ວຍຕົນເອງ” ຍິງສາວກ່າວ (ເພາະວ່າທຸກຄັ້ງທີ່ໄປກິນນຳກັນແຟນຈະເປັນຄົນທີ່ຊ່ວຍແກະກຸ້ງໃຫ້ຍິງສາວກິນຕະຫຼອດ) “ແຕ່ເມື່ອຂ້ອຍໄດ້ບອກໃຫ້ລາວແກະໃຫ້ກິນອີກຄັ້ງ ລາວກໍເວົ້າແບບເກົ່າ” ເຊິ່ງນັ້ນເຮັດໃຫ້ຍິງສາວຄິດວ່າແຟນຂອງຕົນປ່ຽນໄປ ແລະ ເລີ່ມຮູ້ສຶກຄຽດຫຼາຍ ຈົນເຖິງຂັ້ນຂວໍ້າໂຕະກິນເຂົ້າທີ່ເຕັມໄປດ້ວຍອາຫານຕ່າງໆ
“ຂ້ອຍຢາກຮ້າຍຈົນຂວ້ຳໂຕະອາຫານ ຖ້າຂ້ອຍບໍ່ໄດ້ກິນ ທຸກຄົນກໍບໍ່ຄວນກິນ ຂ້ອຍຂວ້ຳອາຫານທັງໝົດແລ້ວຮີບອອກໄປທັນທີ ທ່າມກາງຄວາມຕົກໃຈຂອງທຸກຄົນ”

ເມື່ອເປັນແບບນັ້ນ ແຟນໜຸ່ມກໍບໍ່ໄດ້ສົນໃຈຫຍັງແລະໄດ້ບອກກັບຍິງສາວວ່າ “ຢ່າສ້າງບັນຫາ” ເຊິ່ງນັ້ນມັນໄດ້ເຮັດໃຫ້ຍິງສາວເດືອດສຸດຂີດພ້ອມກັບກ່າວຂຶ້ນວ່າ “ຖ້າເຈົ້າບໍ່ຢາກໃຫ້ຂ້ອຍສ້າງບັນຫາ ເຈົ້າຕ້ອງຄຸເຂົ່າຕໍ່ໜ້າຂ້ອຍ ແລະ ຂໍໂທດຂ້ອຍຕໍ່ໜ້າທຸກຄົນ”
ໃນຂະນະນັ້ນທີ່ແຟນໜຸ່ມກໍາລັງຈະຄຸເຂົ່າ ແຕ່ກໍຖືກອ້າຍຂອງແຟນໜຸ່ມມາຫ້າມໄວ້ ພ້ອມບອກວ່າ ຍິງສາວບໍ່ເໝາະທີ່ຈະເປັນແຟນກັບນ້ອງຊາຍຂອງຕົນ ພ້ອມກັບໄລ່ໃຫ້ຍິງສາວອອກຈາກເຮືອນທັນທີ.

“ແລ້ວຈະໃຫ້ຂ້ອຍໄປແນວໃດ ໃນເມື່ອຂ້ອຍບໍ່ມີເງິນ?” ເວລາອອກໄປຂ້າງນອກ ລາວເປັນຄົນຈ່າຍຕະຫຼອດ ຂ້ອຍບໍ່ເຄີຍຕ້ອງຖືເງິນສົດເລີຍ” ຍິງສາວຕອບກັບຄອບຄົວແຟນໜຸ່ມ.
ດ້ວຍຄວາມສົງສານເຮັດໃຫ້ແຟນໜຸ່ມຈະເອົາເງິນໃຫ້ຍິງສາວເພື່ອຈ້າງລົດກັບເຮືອນ ແຕ່ທາງຄອບຄົວຝ່າຍຊາຍຮູ້ເລື່ອງລາວຕ່າງໆ ທີ່ຜ່ານມາກໍພ້ອມໃຈຫ້າມ ຈົນເຮັດໃຫ້ຍິງສາວເວົ້າວ່າ “ຂ້ອຍບໍ່ເຄີຍເຫັນຄອບຄົວທີ່ບໍ່ມີເຫດຜົນແບບນີ້ມາກ່ອນ”
ນອກຈາກນີ້ ໃນຕອນທ້າຍຂອງໂພສ ຍິງສາວໄດ້ກ່າວຖິ້ມທ້າຍວ່າ ເມື່ອນຶກເຖິງເລື່ອງທີ່ເກີດຂຶ້ນຂ້ອຍຮູ້ສຶກຄຽດແຮງ ພ້ອມກັບຖາມຊາວເນັດວ່າ “ເປັນໄປໄດ້ບໍ່ທີ່ແຟນຈະບໍ່ແກະກຸ້ງໃຫ້ ເພາະຢູ່ຕໍ່ໜ້າຄອບຄົວ?” ແລະຍັງຂໍຄໍາເຫັນນຳຊາວເນັດວ່າຄວນໄປຕໍ່ຫຼືພໍຊໍ່ານີ້ ຢ່າງໃດກໍດີໃນໂພສຂອງຍິງສາວຍັງເຮັດໃຫ້ຊາວເນັດໄດ້ແປກໃຈໄດ້ອີກ ເມື່ອຍິງສາວບອກວ່າ ຕົນຍັງຖ້າຂອງຂວັນວັນທີ 14 ຈາກແຟນໜຸ່ມຢູ່ ແລະ ຖ້າຕ້ອງການຈະຄືນດີແຟນໜຸ່ມຕ້ອງຊື້ iPhone 14 ມາງໍ້ “ແຕ່ວ່າຕອນນີ້ລາວບໍ່ໂທຫາຂ້ອຍເລີຍ ລາວມີແຜນຈະເລີກກັບຂ້ອຍບໍ່” ຍິງສາວກ່າວ.

ເມື່ອເລື່ອງນີ້ຖືກເຜີຍແຜ່ ໂພສຂອງຍິງສາວກໍໄດ້ກາຍເປັນກະແສໄປໃນດ້ານລົບຢ່າງໄວວາ ເພາະມີຫຼາຍຄົນພ້ອມໃຈກັນມາທົວລົງທີ່ໂພສຂອງຍິງສາວ ພ້ອມກັບສະແດງຄໍາເຫັນວິຈານຕ່າງໆນານາ.
“ເຈົ້າເອົາແຕ່ຮຽກຮ້ອງຝ່າຍດຽວ ໃນຂະນະທີ່ເຈົ້າເຄີຍໃຫ້ຍັງແດ່ກັບຄວາມສຳພັນນີ້? ຂອງຂວັນເປັນພຽງສັນຍະລັກສະແດງຄວາມຫ່ວງໃຍຈາກອີກຝ່າຍ ຫາກເຈົ້າສົນໃຈແຕ່ວ່າຂອງຂວັນມີລາຄາແພງ ສະແດງວ່າເຈົ້າເປັນພວກວັດຖຸນິຍົມ”
“ຂ້ອຍວ່າຜູ້ຊາຍຄົນນີ້ຕ້ອງດວງບໍ່ດີຕັ້ງແຕ່ຊາດກ່ອນຈົນມາຮອດຊາດນີ້ ທີ່ຕ້ອງມາເຈິກັບຜູ້ຍິງເຫັນແກ່ຕົວແບບນີ້”
“ຖ້າຫາກທີ່ໂພສມາເປັນເລື່ອງແທ້ ກໍຕ້ອງຂໍຊົມເຊີຍນຳແຟນໜຸ່ມເຈົ້າເດີ້ ທີ່ທົນມາໄດ້ຂະໜາດນີ້”
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment