ໃນໄລຍະ 3-4 ປີມານີ້ ອຸດສາຫະກຳຄຣິບໂຕນັ້ນເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງໄວ ທ່າມກາງການຍອມຮັບຂອງຫຼາຍໆປະເທດທົ່ວໂລກ. ແຕ່ ຈີນ ເປັນໜຶ່ງປະເທດທີ່ປະກາດ ແລະ ຢືນຢັນມາຕະຫຼອດວ່າ ຄຣິບໂຕ ນັ້ນເປັນສິ່ງທີ່ຜິດກົດໝາຍ ແລະ ສັ່ງຫ້າມບໍ່ໃຫ້ປະຊາຊົນ ເຮັດທຸລະກຳຊື້ຂາຍຄຣິບໂຕໂດຍເດັດຂາດ. ແຕ່ຫຼ້າສຸດ ມີລາຍງານວ່າ ສານປະຊາຊົນສູງສຸດ ຊຽງໄຮ້ ໄດ້ປະກາດໃຫ້ Bitcoin ເປັນສະກຸນເງິນດິຈິຕອນທີ່ຢູ່ພາຍໃຕ້ການຄຸ້ມຄອງໂດຍກົດໝາຍຂອງຈີນ.

ໂດຍຊ່ອງທາງການສື່ສານ WeChat ຢ່າງເປັນທາງການຂອງສານ ປະກາດຂໍ້ຄວາມວ່າ: ຈາກການທົດລອງຕົວຈິງ ສານປະຊາຊົນໄດ້ຮວບຮວມຄວາມເຫັນທາງກົດໝາຍກ່ຽວກັບ Bitcoin ແລະ ສະຫຼຸບວ່າ Bitcoin ນັ້ນມີຄຸນສົມບັດເປັນຊັບສິນແບບສະເໝືອນຈິງ, ໂດຍ Bitcoin ມີມູນຄ່າທາງເສດຖະກິດທີ່ແນ່ນອນ. ເຊິ່ງສອດຄ່ອງກັບຄຸນສົມບັດຂອງຊັບສິນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ດັ່ງນັ້ນ, ຈຶ່ງຕ້ອງໄດ້ຮັບການຄຸ້ມຄອງທາງກົດໝາຍ.
ຄໍາຖະແຫຼງດັ່ງກ່າວເປັນຄັ້ງທໍາອິດທີ່ສານປະຊາຊົນສູງສຸດໃນປະເທດຈີນໄດ້ອອກຄໍາຕັດສິນໃນກໍລະນີຂອງ Bitcoin.
ສຳລັບຄະດີຂອງ Bitcoin ທີ່ນໍາໄປສູ່ການຕັດສິນດັ່ງກ່າວແມ່ນ ຄະດີຂອງ Cheng Mou (ໂຈດ) ທີ່ຍື່ນຟ້ອງຕໍ່ສານປະຊາຊົນເຂດ ເປົ່າຊານ ເມືອງ ຊຽງໄຮ້ ໃນວັນທີ 10 ຕຸລາ 2020, ຟ້ອງ Shi Moumou (ຈໍາເລີຍ), ຮຽກຮ້ອງໃຫ້ສົ່ງຄືນ Bitcoin ຈຳນວນ 1 Bitcoin (BTC).

ຈົນສຸດທ້າຍສານໄດ້ຕັດສິນ ເມື່ອວັນທີ 23 ກຸມພາ 2021 ວ່າຈໍາເລີຍຕ້ອງຈ່າຍ BTC ຄືນໃຫ້ກັບໂຈດພາຍໃນ 10 ມື້ຂອງຄໍາຕັດສິນ. ຢ່າງໃດກໍຕາມ, Shi Moumou ປະຕິເສດການຊໍາລະຄືນ ແລະ ໃຫ້ Cheng Mou ຍື່ນຟ້ອງເພີ່ມ. ຕໍ່ມາ ສານເຂດ ເປົ່າຊານ ຈຶ່ງໄດ້ຈັດຕັ້ງໃຫ້ມີການໄກ່ເກ່ຍກັນລະຫວ່າງສອງຝ່າຍ.

Liu Yang ທະນາຍຄວາມຂອງບໍລິສັດກົດໝາຍ DeHeng ຂອງປັກກິ່ງ ກ່າວຕໍ່ສື່ມວນຊົນທ້ອງຖິ່ນວ່າ ຄໍາຖະແຫຼງຂອງສານປະຊາຊົນສູງສຸດຈະມີຄວາມສໍາຄັນຫຼາຍໃນການພິຈາລະນາເປັນຄະດີອ້າງອີງ ສໍາລັບຂໍ້ຂັດແຍ້ງທາງແພ່ງທີ່ກ່ຽວຂ້ອງກັບ Bitcoin ໃນເຂດຊຽງໄຮ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/