ຮ່ອງກົງວາງແຜນທີ່ຈະຫ້າມການຄອບຄອງ ນໍາໃຊ້ ແລະ ຂາຍ ຜະລິດຕະພັນທີ່ມີສ່ວນປະສົມຂອງ CBD, ສານສະກັດຈາກ ກັນຊາ ໂດຍລະບຸວ່າ ສານເສບຕິດຊະນິດດັ່ງກ່າວ ເປັນສານເສບຕິດທີ່ຜິດກົດໝາຍ ແລະ ຖືກຈັດໃຫ້ເປັນສານເສບຕິດອັນຕະລາຍທຽບເທົ່າກັບ ເຮໂຣອິນ.
ຮ່ອງກົງຈັດປະເພດ CBD ເປັນ “ຢາເສບຕິດທີ່ເປັນອັນຕະລາຍ” ແລະ ວາງການລົງໂທດທີ່ຮຸນແຮງສໍາລັບການລັກລອບຜະລິດ, ການຜະລິດ ແລະ ການຄອບຄອງຂອງມັນ. ເຈົ້າໜ້າທີ່ຮ່ອງກົງໄດ້ຕັດສິນໃຈຫ້າມສານຊະນິດນີ້ທີ່ໄດ້ມາຈາກ ກັນຊາ ໂດຍອ້າງເຖິງຄວາມຫຍຸ້ງຍາກໃນການແຍກ CBD ບໍລິສຸດອອກຈາກ ກັນຊາ. ລວມໄປເຖິງຄວາມເປັນໄປໄດ້ຂອງການປົນເປື້ອນຈາກສານ ເຕດທຣາໄຮໂດຣແຄນບິນອຍ (tetrahydrocannabinol) ຫຼື THC ທາດປະສົມທີ່ເປັນພິດ ທີ່ອອກລິດ ຕໍ່ກັບລະບົບປະສາດ ໃນລະຫວ່າງຂະບວນການຜະລິດ ແລະ ຈາກຄວາມຈິງທີ່ວ່າ CBD ນັ້ນສາມາດປ່ຽນເປັນ THC ໄດ້ໃນທີ່ສຸດ.

ຖ້າຫາກຜູ້ໃດລະເມີດ ນຳເຂົ້າ, ສົ່ງອອກ ຫຼື ຜະລິດ CBD ຈະຖືກຈຳຄຸກຕະຫຼອດຊີວິດ ແລະ ປັບໃໝເຖິງ 5 ລ້ານໂດລາຮ່ອງກົງ ເຊິ່ງທຽບເທົ່າກັບໂທດຂອງ ຢາອັນຕະລາຍກວ່າ 200 ຊະນິດ ທີ່ຖືກຫ້າມນຳເຂົ້າມາຮ່ອງກົງ. ສ່ວນຜູ້ທີ່ຄອບຄອງ ຫຼືນຳໃຊ້ CBD ຈະຖືກຈຳຄຸກເຖິງ 7 ປີ ແລະ ປັບໃໝ 1 ລ້ານ HK$.
CBD ແມ່ນສານສະກັດຈາກ ກັນຊາ ເຊິ່ງຫຼາຍຜົນວິໄຈຊີ້ວ່າມັນສາມາດບັນເທົາອາການເຈັບປວດ, ຄວາມກົດດັນ, ຄວາມກັງວົນ ແລະ ການອັກເສບໄດ້. ເຊິ່ງທີ່ຜ່ານມາຖືວ່າຖືກກົດໝາຍໃນຮ່ອງກົງ ແລະ ສາມາດຊອກຊື້ໄດ້ຕາມຮ້ານບັນເທີງ ແລະ ຮ້ານຄ້າທົ່ວໄປເປັນຈໍານວນຫຼາຍ. ການຫ້າມດັ່ງກ່າວແມ່ນສອດຄ່ອງກັບນະໂຍບາຍຕ້ານຢາເສບຕິດທີ່ເຄັ່ງຄັດຂອງຮ່ອງກົງ. ລວມທັງຢູ່ຈີນແຜ່ນດິນໃຫຍ່ ເຊິ່ງ CBD ຖືກຫ້າມບໍ່ໃຫ້ຂາຍຕັ້ງແຕ່ປີ 2022.

ໂດຍທ່ານ ຄຣິສ ຖັງ (Chris Tang) ລັດຖະມົນຕີຮັກສາຄວາມປອດໄພຮ່ອງກົງ ໄດ້ເປີດເຜີຍວ່າ ນັບແຕ່ປີ 2019 ຫາຕົ້ນປີ 2022, ອຳນາດການປົກຄອງຮ່ອງກົງໄດ້ເລີ່ມເຮັດການຢຶດ ແລະ ທົດລອງຜະລິດຕະພັນທີ່ມີ CBD ເກືອບ 120 ຊະນິດຈາກຮ້ານອາຫານ ແລະ ຮ້ານຄ້າ ແລະ ຜ່ານການກວດສອບທົດລອງຢ່າງລະອຽດ ພົບວ່າຫຼາຍກວ່າ 3.800 ຜະລິດຕະພັນໄດ້ຖືກພົບເຫັນວ່າບັນຈຸ THC ເຂົ້າໄປນໍາ ເຖິງແມ່ນວ່າມັນບໍ່ໄດ້ໃຫ້ລາຍລະອຽດເພີ່ມຕື່ມກ່ຽວກັບອັດຕາສ່ວນທີ່ບັນຈຸ THC ເຂົ້າໄປໃນຜະລິດຕະພັນເຫຼົ່ານັ້ນ.

CBD ນັ້ນມັກຈະຖືກສະກັດມາເປັນນໍ້າມັນ ໃຊ້ຢອດກ້ອງລີ້ນໂດຍກົງ ຫຼື ສະກັດເພື່ອນຳໄປປຸງແຕ່ງອາຫານ ປະສົມເຂົ້າໃນຜະລິດຕະພັນຫຼາຍໆ ປະເພດ ແລະ ສານດັ່ງກ່າວນີ້ ຖືກກຳນົດໃຫ້ເປັນສານທີ່ຖືກກົດໝາຍ ແລະ ໃຊ້ງານຢ່າງຈິງຈັງ ສຳລັບວຽກງານທາງການແພດ ໃນບາງປະເທດ.
ໂດຍ THC ເປັນອີກໜຶ່ງສານຫຼັກທີ່ພົບເຫັນຢູ່ໃນກັນຊາ ແລະ ເປັນສານທີ່ຫຼາຍປະເທດອອກກົດໝາຍບໍ່ໃຫ້ນຳໃຊ້ສານຕົວນີ້. THC ມີຂໍ້ແຕກຕ່າງຫຼັກໆຈາກ CBD ກໍຄື THC ນັ້ນເປັນສານທີ່ອອກລິດຕໍ່ລະບົບປະສານໂດຍກົງ ເຮັດໃຫ້ ຜູ້ເສບສານດັ່ງກ່າວເຂົ້າໄປນັ້ນມີອາການເມົາ ຫຼື High ໃນພາສາໄວໜຸ່ມນັ້ນເອງ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/