ໃນວັນທີ 17 ທັນວາ ເວລາ 1 ໂມງ 59 ນາທີຕາມເວລາຂອງປັກກິ່ງ ສ.ປ ຈີນ ທີ່ຜ່ານມາ ຍານຂົນສົ່ງຂອງໂຄງການສຳຫຼວດດວງຈັນ “ສາງເອີ 5” ໄດ້ລົງຈອດຢູ່ພື້ນດິນທີ່ກຳນົດໄວ້ລ່ວງໜ້າທີ່ເມືອງຊື້ຈືຫວາງເຂດປົກຄອງຕົນເອງມົງໂກໄດ້ຢ່າງສຳເລັດ, ຫຼັງຈາກຜ່ານການບິນອະວະກາດທີ່ລະທຶກໃຈຂອງຄົນທັງຫຼາຍເປັນເວລາ 23 ວັນ.
ໃນທີ່ສຸດກໍໄດ້ເກັບຕົວຢ່າງກ້ອນຫີນ ແລະດິນຈາກດວງຈັນກັບຄືນສູ່ໂລກໄດ້ ເອີ້ນໄດ້ວ່າເປັນຂີດໝາຍອີກກ້າວໜຶ່ງຂອງວົງການດາຣາສາດ ທີ່ໄດ້ນຳເອົາຕົວຢ່າງດິນຈາກຕ່າງດາວກັບຄືນສູ່ໂລກເປັນຄັ້ງທຳອິດຂອງຈີນໄດ້ສຳເລັດຜົນຢ່າງຈົບງາມຕາມທີ່ຄາດຫມາຍ.

ໃນການປະຕິບັດໜ້າທີ່ຄັ້ງນີ້ ຍານສຳຫຼວດດວງຈັນ “ສາງເອີ 5” ໄດ້ບັນລຸການບຸກທະລຸຄັ້ງສຳຄັນຫຼາຍຢ່າງເປັນຄັ້ງທຳອິດໃນປະຫວັດສາດການບິນອະວະກາດຂອງຈີນ ບໍ່ວ່າຈະເປັນ: ການເກັບເອົາຕົວຢ່າງດິນຢູ່ຜິວດວງຈັນ, ການບິນຂຶ້ນຈາກພື້ນຜິວດວງຈັນ, ການເຊື່ອມຕໍ່ກັບຍານໂຄຈອນຢູ່ວົງໂຄຈອນຂອງດວງຈັນ, ການນຳເອົາຕົວຢ່າງດິນຂອງດວງຈັນກັບຄືນສູ່ໂລກ ແລະ ອື່ນໆ ອັນເປັນການສະຫຼຸບຜົນສຳເລັດໄດ້ຢ່າງຈົບງາມໃນ 3 ບາດກ້າວສຳລັບໂຄງການສຳຫຼວດດວງຈັນຂອງຈີນຄື: “ໂຄຈອນ,ລົງຈອດ ແລະ ກັບຄືນສູ່ໂລກ.”
ເຊິ່ງໃນນີ້ ຂັ້ນຕອນ “ກັບຄືນສູ່ໂລກ” ໄດ້ສະແດງໃຫ້ເຫັນວ່າ ຈີນໄດ້ມີເຕັກນິກພື້ນຖານທາງວິທະຍາສາດທີ່ທັນສະໄຫມໃນການສຳຫຼວດດວງຈັນໂດຍບໍ່ມີຄົນຂັບ,ໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ເປົ້າໝາຍການສ້າງສະຖານີຄົ້ນຄວ້າວິທະຍາສາດດວງຈັນ ແລະ ບັນທຸກມະນຸດຂຶ້ນດວງຈັນກໍຄືຂຶ້ນດາວອັງຄານໃນອະນາຄົດ.

ເຊິ່ງຍານສຳຫຼວດດວງຈັນ “ສາງເອີ 5” ເປັນຜົນງານໃໝ່ຂອງຈີນໃນເສັ້ນທາງແຫ່ງການປະດິດສ້າງໃໝ່ດ້ານການບິນອະວະກາດຢ່າງເປັນເຈົ້າຕົນເອງ, ເປັນຜົນງານທີ່ປິຕິຊົມຊື່ນອີກຄັ້ງໜຶ່ງໃນ 50 ປີຜ່ານມານັບແຕ່ຈີນໄດ້ຍິງສົ່ງດາວທຽມດວງທຳອິດຂຶ້ນສູ່ອະວະກາດໃນປີ 1970.
ທັງນີ້ ດ້ວຍຄວາມສຳເລັດຂອງຍານສຳຫຼວດ ສາງເອີ 5 ນີ້ເອງເຮັດໃຫ້ ສ.ປ ຈີນ ໄດ້ກາຍເປັນຊາດທີ 2 ຂອງໂລກທີ່ສາມາດເອົາທຸງຊາດເປັນປັກເທິງດວງຈັນໄດ້ສຳເລັດໃນປີ 2020 ຫຼັງຈາກທີ່ສະຫະລັດອາເມຣິກາໄດ້ປັກທຸງເມື່ອ 51 ປີກ່ອນ ໃນປີ 1969.

ທີ່ມາ:
https://web.facebook.com/1481813438714083/posts/2979510938944318/?_rdc=1&_rdr
http://www.xinhuanet.com/english/2020-11/25/c_139542527.htm