ສະໜາມບິນສິງກະໂປ ເລັງໃຊ້ລະບົບໄບໂອເມທຣິກແທນພາສປອດ ອຳນວຍຄວາມສະດວກ ເຂົ້າອອກປະເທດໂດຍບໍ່ຕ້ອງຖືພາສປອດ


ສິງກະໂປ ປະກາດ ໃນປີ 2024 ຈະເລີ່ມໃຊ້ລະບົບການກວດຄົນເຂົ້າເມືອງແບບອັດຕະໂນມັດ ໃຊ້ລະບົບໄບໂອເມທຣິກແທນພາສປອດ. ສະໜາມບິນຂອງປະເທດສິງກະໂປ ຂຶ້ນຊື່ວ່າເປັນໜຶ່ງໃນສະໜາມບິນທີ່ດີທີ່ສຸດແຫ່ງໜຶ່ງໃນໂລກ ແລະ ຫຼ້າສຸດ ມີແຜນຍົກລະດັບການອໍານວຍຄວາມສະດວກຜູ້ໂດຍສານຂາອອກດ້ວຍການປັບລະບົບການກວດຄົນເຂົ້າເມືອງໃຫ້ທັນສະໄໝຂຶ້ນ.

ເຈົ້າໜ້າທີ່ກ່າວໄວ້ວ່າ ຕັ້ງແຕ່ປີ 2024 ສາໜາມບິນຊາງງີ ຈະເລີ່ມໃຊ້ລະບົບການກວດເຂົ້າເມືອງແບບອັດຕະໂນມັດ ເຊິ່ງຈະຊ່ວຍໃຫ້ຜູ້ໂດຍສານເດີນທາງອອກຈາກສິງກະໂປໂດຍບໍ່ຕ້ອງໃຊ້ໜັງສືເດີນທາງ ຫຼື ພາສປອດ ໂດຍຈະໃຊ້ພຽງຂໍ້ມູນໄບໂອເມທຣິກເທົ່ານັ້ນ.

ລັດຖະມົນຕີກະຊວງຄົມມະນາຄົມປະກາດລະຫວ່າງການປະຊຸມລັດສະພາ ເມື່ອວັນຈັນ 18 ກັນຍາ ສິງກະໂປ ຈະເປັນໜຶ່ງໃນປະເທດທຳອິດໃນໂລກທີ່ໃຊ້ລະບົບກວດຄົນເຂົ້າເມືອງແບບອັດຕະໂນມັດ ໂດຍບໍ່ຕ້ອງໃຊ້ໜັງສືເດີນທາງ.

ເຕັກໂນໂລຊີໄບໂອເມທຣິກ ຄືການເກັບຂໍ້ມູນອັດຕະລັກບຸກຄົນ ສຳລັບຢືນຢັນຕົວບຸກຄົນ ທີ່ເຮົາຄຸ້ນເຄີຍກັນດີບໍ່ວ່າຈະເປັນ ການສະແກນນິ້ວມືເທິງໂທລະສັບ, ການສະແກນໃບໜ້າເຂົ້າອາຄານ ຫຼື ການສະແກນດວງຕາ. ໂດຍເຕັກໂນໂລຊີໄບໂອເມທຣິກ ທີ່ສະໜາມບິນຊາງງີຈະນຳໃຊ້ ຄືຊັອບແວຈົດຈຳໃບໜ້າ ເຊິ່ງກ່ອນໜ້ານີ້ໄດ້ຖືກນຳໃຊ້ແລ້ວທີ່ຊ່ອງທາງອັດຕະໂນມັດຂອງຈຸດກວດຄົນເຂົ້າເມືອງ ແຕ່ການປ່ຽນແປງທີ່ກຳລັງຈະເກີດຂຶ້ນນີ້ ຈະຫຼຸດຄວາມຈຳເປັນທີ່ຜູ້ໂດຍສານຈະຕ້ອງສະແດງເອກະສານການເດີນທາງທີ່ເປັນຂອງແທ້ ເຊັ່ນ: ບັດຜ່ານຂຶ້ນເຄື່ອງ (ບອດດິ້ງພາສ) ແລະ ໜັງສືເດີນທາງ.

ຂໍ້ມູນຈາກ: PPTVHD36

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/