ສະມາຄົມນັກເທັນນິສຊາຍ Association of Tennis Professionals (ATP) ແລະ ສະມາຄົມນັກເທັນນິສຍິງ Women’s Tennis Association (WTA) ໄດ້ມີຖະແຫຼງການອອກມາຕຳໜິ ພ້ອມກັບສະແດງຈຸດຢືນວ່າບໍ່ເຫັນດີກັບຝ່າຍຈັດການແຂ່ງຂັນ Tennis Wimbledon ທີ່ປະກາດແບນ ນັກເທັນນິສ ຂອງ ຣັດເຊຍ ແລະ ເບລາຣູດ ຈາກການຂວໍ້າບາດ ໂດຍເປັນການຕັດສິນໃຈທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອັງກິດ.

ທັງ ATP ແລະ WTA ເຫັນກົງກັນວ່າ ນັກກິລາບໍ່ຄວນຖືກກີດກັ້ນຈາກບັນຫາການເມືອງ. ໂດຍສ່ວນໜຶ່ງຂອງຖະແຫຼງການຂອງ ATP ກ່າວວ່າ: “ພວກເຮົາເຊື່ອວ່າ ການຕັດສິນໃຈຝ່າຍດຽວຂອງ Wimbledon ທີ່ຈະແຍກນັກກິລາຈາກ ຣັດເຊຍ ແລະ ເບລາຣູດ ອອກຈາກການແຂ່ງຂັນ ໃນເດີ່ນຫຍ້າ (Grass court) ທີ່ປະເທດອັງກິດນັ້ນ ເປັນສິ່ງທີ່ບໍ່ຍຸຕິທຳ ແລະ ມີໂອກາດທີ່ຈະສ້າງຄວາມເສຍຫາຍໃຫ້ກັບເກມການແຂ່ງຂັນ”.
“ການຈຳແນກໂດຍອີງໃສ່ສັນຊາດນັ້ນຍັງຖືເປັນການລະເມີດຂໍ້ຕົກລົງຂອງພວກເຮົາທີ່ມີກັບ Wimbledon ນຳອີກ ທີ່ລະບຸວ່ານັກກິລາທີ່ຈະໄດ້ເຂົ້າແຂ່ງໃນລາຍການນີ້ ແມ່ນອີງໃສ່ການຈັດອັນດັບຂອງ ATP ເທົ່ານັ້ນ”.

ສ່ວນໜຶ່ງໃນຖະແຫຼງການຂອງ WTA ກ່າວວ່າ: “ພວກເຮົາມີຄວາມຜິດຫວັງຫຼາຍໃນການປະກາດໃນມື້ນີ້ ໂດຍ AELTC (All England Lawn Tennis) ແລະ LTA (The Law Tennis Association) ທີ່ຈະຫ້າມນັກກິລາທີ່ມາຈາກຣັດເຊຍ ແລະ ເບລາຣູດໃນການແຂ່ງຂັນຂອງອັງກິດທີ່ຈະມາເຖິງ. ຫຼັກການພື້ນຖານຂອງ WTA ມີຄືນັກກິລາແຕ່ລະຄົນສາມາດເຂົ້າຮ່ວມໃນການແຂ່ງຂັນເທັນນິສມືອາຊີບໄດ້ ໂດຍອີງໃສ່ຄຸນະພາບ ແລະ ຄວາມສາມາດ ໂດຍບໍ່ມີການຈໍາແນກໃດໆ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/