ສະພາແຫ່ງຊາດ ຈັດພິທີຕິດແຜ່ນກາໝາຍນໍາໃຊ້ສໍາລັບລົດຂອງລັດ

ສະພາແຫ່ງຊາດ

ເພື່ອເປັນການຈັດຕັ້ງປະຕິບັດ ດໍາລັດ 599/ລບ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ສະພາແຫ່ງຊາດ ຈຶ່ງໄດ້ສົມທົບກັບຄະນະຮັບຜິດຊອບຊຸກຍູ້, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ແລະ ເກັບກໍາສະຖິຕິລົດຂອງລັດ ໃນຂອບເຂດທົ່ວປະເທດ ເພື່ອຈັດຕັ້ງປະຕິບັດການຕິດແຜ່ນກາໝາຍນໍາໃຊ້ສໍາລັບລົດຂອງລັດ ສາມາດຈໍາແນກ ຕິດຕາມ ກວດກາ ລົດຂອງລັດທີ່ປະກອບໃຫ້ແຕ່ລະພາກສ່ວນໄດ້ຢ່າງຈະແຈ້ງ. ໃນວັນທີ 2 ພະຈິກຜ່ານມາ, ທີ່ສະພາແຫ່ງຊາດ ໄດ້ມີພິທີຕິດແຜ່ນກາໝາຍນໍາໃຊ້ລົດບໍລິຫານຂອງລັດຂອງສະພາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ປິ່ງຄໍາ ລາຊະສິມມາ ເລຂາທິການສະພາແຫ່ງຊາດ, ມີຄະນະຮັບຜິດຊອບຊຸກຍູ້ ຕິດຕາມ ກວດກາ ຂັ້ນສູນກາງ ໂດຍມີທ່ານ ນາງ ວຽງຄໍາ ພາບວິໄຊ ຮອງຫົວໜ້າກົມບໍລິຫານ-ພິທີການ ແລະ ການເງິນ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສົມບູນ ແກ່ນປະເສີດ ຫົວໜ້າພະແນກ ກົມຄຸ້ມຄອງຊັບສິນ ກະຊວງການເງິນ, ທ່ານ ອຸ່ນແກ້ວ ຫຼວງສະຫຼາດ ຮອງຫົວໜ້າພະແນກ ກົມບໍລິຫານ-ພິທີການ ແລະ ການເງິນ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ເພັດລໍາພັນ ຈັນທະວີໄຊ ຮອງຫົວໜ້າພະແນກ ກົມບໍລິຫານ-ພິທີການ ແລະ ການເງິນ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ທ່ານ ເພັດທອນ ຄໍາມີ ວິຊາການກົມຄຸ້ມຄອງຊັບສິນ ກະຊວງການເງິນ ພ້ອມດ້ວຍຄະນະກົມ, ຄະນະພະແນກ, 3 ອົງການຈັດຕັ້ງມະຫາຊົນ ຈາກສະພາແຫ່ງຊາດ ແລະ ພະນັກງານ-ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະພາແຫ່ງຊາດ

ການຕິດແຜ່ນກາໝາຍນໍາໃຊ້ລົດຂອງລັດໃນຄັ້ງນີ້ ແມ່ນປະຕິບັດຕາມດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ເຊິ່ງລົດຂອງລັດ ແມ່ນຕ້ອງຖືກນຳໃຊ້ເຂົ້າໃນວຽກງານທາງລັດຖະການເທົ່ານັ້ນ, ການນຳໃຊ້ຕ້ອງໃຫ້ຖືກຕ້ອງຕາມເປົ້າໝາຍ, ມີຄວາມໂປ່ງໃສ, ສາມາດກວດສອບໄດ້; ພ້ອມນັ້ນ, ໃນການນໍາໃຊ້ແລ້ວທຸກຄັ້ງ ຕ້ອງໄດ້ຈອດໄວ້ບ່ອນຈອດສະເພາະຢູ່ສຳນັກງານຂອງຂະແໜງການຕົນທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ ພ້ອມທັງມີການຄຸ້ມຄອງປົກປັກຮັກສາຢ່າງຖືກຕ້ອງ ເພື່ອໃຫ້ຮັບປະກັນການເຄື່ອນໄຫວວຽກງານລວມ ແລະ ວຽກງານວິຊາສະ ເພາະຂອງແຕ່ລະພາກສ່ວນ; ການຈັດພິມ ແລະ ຕິດແຜ່ນກາໝາຍນໍາໃຊ້ລົດຂອງລັດ QR code ແມ່ນຕ້ອງໄດ້ບັນທຶກຂໍ້ມູນເຂົ້າໃນລະບົບໂປຣແກຣມຄຸ້ມຄອງຂໍ້ມູນຊັບສິນຂອງລັດ AMIS ເຊິ່ງສາມາດກວດກາໄດ້ ໂດຍຜ່ານການສະແກນ QR code ຖ້າຫາກລົດຄັນໃດທີ່ຕິດປ້າຍທະບຽນລັດບໍລິຫານ ຫາກບໍ່ມີ QR code ແມ່ນໃຫ້ຖອນຄືນການນໍາໃຊ້ ຫຼື ແກ້ໄຂຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.

ສະພາແຫ່ງຊາດ

ຂໍ້ມູນຈາກ:

https://cutt.ly/xN8QwMm

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/