ສະຖິຕິໃໝ່ ຊາວອິນເດຍ ມີຜູ້ໂດຍສານຂຶ້ນເຮືອບິນຫຼາຍກວ່າ 4,56 ລ້ານຄົນພາຍໃນມື້ດຽວ


ເມື່ອວັນທີ 30 ເມສາ 2023 ກະຊວງການບິນຂອງອິນເດຍໄດ້ເຜີຍວ່າ ປະເທດອິນເດຍໄດ້ສ້າງສະຖິຕິໃໝ່ ໂດຍການມີຜູ້ໂດຍສານເຮືອບິນຫຼາຍທີ່ສຸດເປັນປະຫວັດສາດຮອດ 4,56 ລ້ານຄົນ ຈາກ 2.978 ຖ້ຽວບິນ ພາຍໃນໄລຍະເວລາພຽງມື້ດຽວ.

ລັດຖະມົນຕີກະຊວງການບິນຂອງອິນເດຍ ລະບຸວ່າ ປະລິມານຜູ້ໂດຍສານພາຍໃນປະເທດທີ່ສູງຂຶ້ນໄລຍະຫຼັງການແຜ່ລະບາດໂຄວິດນັ້ນ ເປັນພາບສະທ້ອນການເຕີບໃຫຍ່ຢ່າງສູງຂອງອິນເດຍ ທີ່ມີສ່ວນກະຕຸ້ນພາກການທ່ອງທ່ຽວ ແລະ ຟື້ນຟູພາກເສດຖະກິດຂອງປະເທດອິນເດຍ.

ໂດຍໃນໄລຍະ 3 ເດືອນທຳອິດຂອງປີ 2023 ມີຜູ້ໂດຍສານເຮືອບິນທ່ຽວພາຍໃນປະເທດສູງກວ່າ 37,5 ລ້ານຄົນ ເຊິ່ງເພິ່ມສູງຂຶ້ນ 51,7% ເມື່ອທຽບກັບໄລຍະເວລາດຽວກັນກັບເມື່ອ 1 ປີກ່ອນ ຫຼັງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ ແລະ ຈາກລາຍງານຂອງສະມາຄົມຂົນສົ່ງທາງອາກາດລະຫວ່າງປະເທດ (IATA) ລະບຸວ່າ ອິນເດຍ ຍັງຄົງເປັນຕະຫຼາດອັນດັບຕົ້ນຂອງທຸລະກິດບັນເຊີງພານິດ ໂດຍສະເພາະໃນມິຕິຈຳນວນທີ່ນັ່ງທີ່ສາຍການບິນຕ່າງໆທີ່ຮັບຮອງຜູ້ໂດຍສານຂອງຕົນເມື່ອທຽບກັບປະເທດຕ່າງໆ ຢ່າງອາເມຣິກາ, ຈີນ, ຍີ່ປຸ່ນ, ອອສເຕຣເລຍ ແລະ ບຣາຊິວ. ເຖິງແມ່ນວ່າພາກທຸລະກິດການບິນຈະມີການຟື້ນຕົວໄປໃນທິດທາງທີ່ດີ ແຕ່ອຸດສາຫະກຳນີ້ຍັຄົງປະສົບບັນຫາຫຼາຍໆຢ່າງ ຮວມໄປຮອດລາຄາຂອງເຊື້ອໄຟທີ່ປັບຕົວສູງຂຶ້ນຢ່າງຫຼວງຫຼາຍ ລວມໄປຮອດເຖິງເງິນສະກຸນຮູປີ ທີ່ອ່ອນຄ່າລົງເມື່ອທຽບກັນກັບເງິນສະກຸນໂດລາ ແລະ ເຮືອບິນທີ່ມີກວ່າ 50 ລຳຂອງສາຍການບິນລາຍໃຫຍ່ຂອງອິນເດີຍຢ່າງ IndiGo ແລະ Go First ກໍຕ້ອງຢຸດໃຫ້ໃຫ້ບໍລິການຊົ່ວຄາວ ເນື່ອງຈາກມີເຫດຂັດຂ້ອງກ່ຽວກັບເຄື່ອງຈັກ ແລະ ອາດຈະມີສ່ວນເພີ່ມຄວາມທ້າທາຍໃຫ້ກັບທຸລະກິດການບິນໃນປະເທດອິນເດຍບໍ່ຫຼາຍກໍໜ້ອຍໃນອະນາຄົດອັນໃກ້.

ສະຖິຕິດັ່ງກ່າວເກີດຂຶ້ນຫຼັງຈາກໜ່ວຍງານພາຍໃຕ້ສະຫະປະຊາຊາດຄາດການວ່າ ອິນເດຍຈະແຊງໜ້າຈີນຂຶ້ນປະເທດທີ່ມີປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ ແລະ ມີປະຊາກອນສູງຮອດ 1,7 ພັນລ້ານຄົນພາຍໃນປີ 2064.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/