ໃກ້ເຂົ້າມາເລື້ອຍໆ ກັບການແຂ່ງຂັນກິລາບານເຕະ ຊີເກມ ຄັ້ງທີ 32 ທີ່ຈະຈັດຂຶ້ນທີ່ປະເທດກຳປູເຈຍ ເຊິ່ງທາງ ສປປ ລາວ ກໍຄື ສະຫະພັນບານເຕະແຫ່ງຊາດລາວ ກໍໄດ້ກະກຽມຄວາມພ້ອມຢ່າງເຕັມກຳລັງ ແລະ ໄດ້ມີການ ເອີ້ນຕົວ 3 ນັກເຕະຕ່າງແດນ ເຊື້ອສາຍລາວ ສົມທົບທັບເພື່ອເສີມຄວາມເຂັ້ມແຂງ ແລະ ກຽມຄວາມພ້ອມ ລຸຍຊີເກມ ທີ່ກຳປູເຈຍທີ່ກຳລັງຈະມາຮອດນີ້.
ໂດຍທັງ 3 ນັກເຕະທີ່ທາງ ສະພັນບານເຕະແຫາງຊາດລາວ ຫຼື ສຕລ ໄດ້ເອີ້ນມາສົມທົບໃນຄັ້ງນີ້ປະກອບມີ: ເທໂອ ຄລາຍນ໌ ຈາກ ສະໂມສອນ Omaha Mavericks (ລີກ ລະດັບ ມະຫາວິທະຍາໄລ ຂອງອາເມຣິກາ), ວິກຕໍ ໄຊຊະນະ ໂຢວິນາສັກ ຈາກ JA DRANCY ສະໂມສອນຈາກລີກ ລະດັບ 4 ຂອງຝຣັ່ງ ແລະ ໂຣມັນ ອານຸສອນ ອັນໂກ ຈາກສະໂມສອນ Bahlinger sc (ລີກ ລະດັບ 4 ຂອງເຢຍລະມັນ).
ເຊິ່ງການແຂ່ງຂັນບານເຕະ ໃນຊີເກມນັ້ນ ເປັນການແຂ່ງຂັນບານເຕະໃນຮຸ່ນອາຍຸບໍ່ເກີນ 22 ປີ ໂດຍທີມຊາດລາວ ຊຸດຊີເກມນີ້ ຈະຢູ່ພາຍໃຕ້ການຄຸມທີມ ຂອງ ທ່ານ ໄມເຄີນ ໄວ໌ສ ແລະ ໄດ້ມີການກະກຽມຄວາມພ້ອມຢ່າງເຕັມທີ່ ໂດຍການເດີນທາງໄປເກັບຕົວເຝິກຊ້ອມ ທີ່ເມືອງRiyadh ປະເທດ ຊາອຸດີອາຣະເບຍ ເພື່ອກຽມຄວາມພ້ອມ ເຂົ້າຮ່ວມງານມະຫະກຳກິລາ ຊີເກມ ຄັ້ງທີ 32 ທີ່ປະເທດ ກຳປູເຈຍ.

ສຳລັບລາຍຊື່ນັກເຕະທັງ 25 ຄົນ ທີ່ຈະເດີນທາງໄປແຂ່ງຂັນທີ່ກຳປູເຈຍໃນຄັ້ງນີ້ ປະກອບມີ:
ຜູ້ຮັກສາປະຕູ
– ຈັນທະວີໄຊ ທຽບອານົງ ຈາກ ສະໂມສອນກິລາບານເຕະ ເອສະຣາ
– ກົບ ໂລກພະທິບ ຈາກ ສະໂມສອນກິລາບານເຕະ ເອສະຣາ
– ສໍລະສັກ ທິລາວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ
ກອງຫຼັງ
– ເທໂອ ຄລາຍນ໌ ຈາກ ສະໂມສອນ Omaha Mavericks (ລີກ ລະດັບ ມະຫາວິທະຍາໄລ ຂອງອາເມຣິກາ)
– ວິກຕໍ ໄຊຊະນະ ໂຢວິນາສັກ ຈາກ JA DRANCY ລີກລະດັບ 4 ຂອງປະເທດຝຣັ່ງ
– ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ
– ພຸດທະວົງ ສັງວິໄລ ຈາກ ສະໂມສອນ ເອສະຣາ
– ອີນທະຈັກ ສີສຸພັນ ຈາກ ສະໂມສອນ ຫຼວງພະບາງ
– ເພັດດາວັນ ສົມສະນິດ ຈາກ ສະໂມສອນ Master7
– ວົງສັກດາ ຈັນທະລືໄຊ ຈາກ ສະໂມສອນ ເອສະຣາ
– ຂຸນວັງ ສູນດາລາ ຈາກ ສະໂມສອນ ນ້ຳທາ
– ພຸດທະລັກ ທອງສະນິດ ຈາກ ສະໂມສອນ ເອສະຣາ
– ນະລົງສິດ ຈັນທະລັງສີ ຈາກ ສະໂມສອນ ວຽງຈັນ
ກອງກາງ

– ໂຣມັນ ອານຸສອນ ອັນໂກ ຈາກສະໂມສອນ Bahlinger sc (ລີກ ລະດັບ 4 ຂອງເຢຍລະມັນ)
– ອານຸສອນ ໄຊປັນຍາ ຈາກ ສະໂມສອນ ເອສະຣາ
– ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ເອສະຣາ
– ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນ ເອສະຣາ
– ພົນສັກ ສີສະຫວາດ ຈາກ ສະໂມສອນ ເອສະຣາ
– ສອນໄຊ ພັນທະໄຊ ຈາກ ສະໂມສອນ Master7
– ອຸ່ນ ເພັດວົງສາ ຈາກ ສະໂມສອນ ເອສະຣາ
ກອງໜ້າ
– ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ
– ສຸກພະຈັນ ເລື່ອນທະລາ ຈາກ ສະໂມສອນ Master7
– ອາທິດ ຫຼວງລາດ ຈາກ ສະໂມສອນ ເອສະຣາ
– ປີເຕີ້ ພັນທະວົງ ຈາກ ສະໂມສອນ ເອສະຣາ
– ທະນົງໄຊ ຣາມາງກຸນ ຈາກ ສະໂມສອນ ນ້ໍ້າທາ

ການແຂ່ງຂັນບານເຕະຊາຍ ໃນງານມະຫະກຳກິລາຊີເກມຄັ້ງທີ 32 ທີມຊາດລາວ ຖືກຈັດຢູ່ ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປລາວ ເຊິ່ງຖືວ່າເປັນກຸ່ມທີ່ມີແຕ່ປະເທດຊັ້ນນຳຂອງ ອາຊຽນທັງໝົດ ໂດຍສະເພາະ ໄທ ແລະ ຫວຽດນາມ.

ສຳລັບຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ແມ່ນ ວັນທີ 30/04/2023 ເວລາ 19:00 ຫວຽດນາມ ພົບ ລາວ, ວັນທີ 03/05/2023 ເວລາ 19:00 ມາເລເຊຍ ພົບ ລາວ, ວັນທີ 06/05/2023 ເວລາ 19:00 ລາວ ພົບ ສິງກະໂປ ແລະ ວັນທີ 08/05/2023 ເວລາ 16:00 ລາວ ພົບ ໄທ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/