ສປປ ລາວ ສະເໜີໂອກາດໃນການລົງທຶນ ໃນພະລັງງານທົດແທນ ໃນກອງປະຊຸມ UNGA 78 ທີ່ ນິວຢອກ


ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະເໜີຕໍ່ບັນດາຜູ້ນຳໂລກ ໃນກອງປະຊຸມ UNGA 78 ທີ່ ນິວຢອກ ວ່າ ສປປ ລາວ ສະໜອງໂອກາດອັນດີໃຫ້ແກ່ການພັດທະນາ ແລະ ການລົງທຶນດ້ານພະລັງງານທົດແທນ, ຍ້ອນມີຕົ້ນທຶນຈາກທຳມະຊາດ ອັນມະຫາສານ, ຊີວະນານາພັນ ແລະ ແຫຼ່ງນ້ຳທີ່ອຸດົມສົມບູນ.

ໂດຍໃນກອງປະຊຸມ ປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 78 (UNGA 78) ທີ່ນະຄອນນິວຢອກ ໃນອາທິດແລ້ວນີ້ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ ລະບຸວ່າ: ໂອກາດທີ່ນອນຢູ່ໃນການເກັບກັກ ແລະ ລົດກ໊າສກາກບອນ ເຮັດໃຫ້ປະເທດລາວມີທ່າແຮງໃນການພັດທະນາອັນໃຫຍ່ຫຼວງ.

ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ສະ​ໜັບ​ສະ​ໜູນ​ການ​ລົງ​ທຶນ, ການ​ເງິນ ແລະ ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ເຕັກ​ນິກ​ຕື່ມ​ອີກ ເພື່ອ​ຊ່ວຍ​ໃຫ້​ປະ​ເທດ​ພວມ​ພັດ​ທະ​ນາ​ຮັບ​ຮູ້​ຄວາມ​ສາ​ມາດ​ພັດ​ທະ​ນາ​ແບບ​ຍືນຍົງຂອງ ສປປ ລາວ ແລະ ໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຫຼວງ​ຫຼາຍ​ເຂົ້າ​ໃນ​ຄວາມ​ພະ​ຍາ​ຍາມ​ແກ້​ໄຂ​ໂລກ​ຮ້ອນ.

ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ ເຖິງວ່າປະເທດລາວ ເປັນປະເທດໜຶ່ງ  ທີ່ມີການປ່ອຍອາຍພິດໃນທົ່ວໂລກໜ້ອຍທີ່ສຸດ, ແຕ່ລາວທີ່ຕົກເປັນເຫຍື່ອຂອງການປ່ຽນແປງ ຂອງດິນຟ້າ ອາກາດແລ້ວ ກໍມີຄວາມໝັ້ນໝາຍ ຢ່າງໜັກແໜ້ນ ໃນພັນທະດ້ານດິນຟ້າອາກາດສາກົນ.

ໃນນັ້ນ, ລັດຖະບານລາວ ໄດ້ຮັບຮອງເອົາ ຍຸດທະສາດແຫ່ງຊາດ ເພື່ອການປ່ຽນແປງດິນຟ້າອາກາດ.

ທ່ານຮອງນາຍົກ ກ່າວວ່າ: ແຕ່ເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ມັນຈຳເປັນຕ້ອງມີແຫຼ່ງທຶນຢ່າງພຽງພໍ ແລະ ການຊ່ວຍເຫຼືອດ້ານເຕັກນິກທີ່ຊ່ວຍໃຫ້ເຂົ້າເຖິງການເງິນດ້ານດິນຟ້າອາກາດ ແລະ ແຫຼ່ງທຶນອື່ນໆ, ເຊິ່ງຈະຊ່ວຍໜູນປະເທດທີ່ພວມພັດທະນາຢ່າງຫຼວງຫຼາຍ”.

ທ່ານ ສະເຫຼີມໄຊ ກ່າວອີກວ່າ: “ໃນ​ເລື່ອງ​ນີ້, ປະ​ເທດ​ຂອງ​ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ, ໂດຍ​ສະ​ເພາະ​ແມ່ນ​ເງິນ 100 ຕື້​ໂດ​ລາ​ສະ​ຫະ​ລັດ​ໃນ​ດ້ານ​ການ​ເງິນ​ດ້ານ​ດິນ​ຟ້າ​ອາ​ກາດ​ໃຫ້​ບັນ​ດາ​ປະ​ເທດ​ທີ່​ຕ້ອງ​ການ​ຫຼາຍ​ທີ່​ສຸດ.”

ໂດຍບັນດາປະເທດທີ່ພັດທະນາແລ້ວໄດ້ຕົກລົງໃນປີ 2009 ທີ່ຈະປະກອບສ່ວນ 100 ຕື້ໂດລາສະຫະລັດຕໍ່ປີໃນດ້ານການເງິນດ້ານດິນຟ້າອາກາດໃຫ້ແກ່ປະເທດທີ່ທຸກຍາກໃນປີ 2020. ແຕ່ເປົ້າໝຍນີ້ບໍ່ໄດ້ບັນລຸໄດ້ ສ່ວນໜຶ່ງແມ່ນຍ້ອນການແຜ່ລະບາດຂອງ Covid.

ປະເທດລາວມີທ່າແຮງໃນການເກັບມ້ຽນ ຄາບອນໄດ້ຫຼາຍຂຶ້ນ ເນື່ອງຈາກປະເທດກຳລັງດຳເນີນໄປຕາມເປົ້າໝາຍທີ່ວາງໄວ້ ທີ່ຈະເພີ່ມເນື້ອທີ່ປ່າໄມ້ໃຫ້ໄດ້ 70 ເປີເຊັນຂອງເນື້ອທີ່ທັງໝົດ 236,800 ກິໂລຕາແມັດ ພາຍໃນປີ 2025. ປັດຈຸບັນນີ້ ປ່າໄມ້ຍັງເຫຼືອປະມານ 62%.

ໂດຍ​ເນັ້ນ​ໜັກ​ເຖິງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ພັດທະນາ​ພະລັງງານ​ທົດ​ແທນ​ຂອງ​ລາວ. ທ່ານ ສະເຫຼີມ​ໄຊ ກົມ​ມະ​ສິດ ​ໄດ້​ເນັ້ນ​ໜັກ​ເຖິງ​ບົດບາດ​ສຳຄັນ​ຂອງ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ນະວັດຕະກຳ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ປະ​ເທດ​ຊາດ​ຂອງ​ລາວ ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ສີຂຽວ ​ແລະ ຮອບດ້ານ, ​ເປັນ​ເສດຖະກິດ​ດິ​ຈິຕອນ ​ໃນ​ດ້ານ​ເສດຖະກິດ​ທີ່​ມີ​ແຫຼ່ງຊັບພະຍາກອນ ແລະ ເພີ່ມ​ທະວີ​ການ​ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ.

ທີ່ມາ:

https://www.vientianetimes.org.la/sub-new/Current/Cur_Laosoffers190_23.php?fbclid=IwAR1HhS-jwWUTh1Zyp-Co3VrgA_sD2JdNDYSAFldp1vu23z0RRDoetvtUb7o

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/