ສປປ ລາວ ຕິດ Top 8 ຈຸດໝາຍປາຍທາງ ການທ່ອງທ່ຽວລາຄາບໍ່ແພງຂອງໂລກ, ເຊິ່ງຈັດໂດຍ Travel Off Path ທີ່ເປັນແພລັດຟອມທາງດ້ານການທ່ອງທ່ຽວທີ່ມີຊື່ສຽງຂອງໂລກ ໄດ້ຈັດໃຫ້ ສປປ ລາວ ເປັນໜຶ່ງໃນ 8 ປະເທດ ທີ່ມີຈຸດໝາຍປາຍທາງການທ່ອງທ່ຽວລາຄາບໍ່ແພງໃນ ປີ 2023 ໂດຍລວມມີ: ສປປ ລາວ, ໄທ, ກໍາປູເຈຍ, ແອລເບເນຍ, ບັລແກເຣຍ, ຈໍເຈຍ, ຕຸຣເຄຍ, ແລະ ອາເຈນຕິນາ.

ເຫດຜົນທີ່ປະເທດລາວຕິດໃນອັນດັບ Top 8 ແມ່ນຍ້ອນ ສປປ ລາວ ເປັນສູນກາງຂອງຂົງເຂດທີ່ສາມາດສໍາຜັດໄດ້ ປະສົບການທາງທໍາມະຊາດ, ມີແມ່ນໍ້າຂອງໄຫຼຜ່ານ, ມີພູຜາທີ່ມີທິວທັດສວຍງາມ, ເຊິ່ງເປັນຕົວດຶງດູດນັກທ່ອງທ່ຽວຈາກທົ່ວໂລກ ທີ່ມີຄວາມຝັນຢາກພັກຜ່ອນກັບທຳມະຊາດທີ່ຍັງບໍ່ທັນຖືກທໍາລາຍຫຼາຍຈາກການທ່ອງທ່ຽວ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/