ລັດຖະບານຕາລີບັນຂອງອັບການິສຖານສັ່ງລະງັບບໍ່ໃຫ້ແມ່ຍິງທົ່ວປະເທດສຶກສາຕໍ່ໃນຂັ້ນມະຫາວິທະຍາໄລ ມີຜົນບັງຄັບໃຊ້ທັນທີ

ລັດຖະບານຕາລີບັນຂອງອັບການິສຖານ

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນອັງຄານ ທີ 20 ທັນວາ ທາງກະຊວງການສຶກສາຂັ້ນສູງຂອງອັບການິສຖານອອກຄຳສັ່ງລະງັບບໍ່ໃຫ້ແມ່ຍິງທົ່ວປະເທດເຂົ້າຮັບການສຶກສາຕໍ່ໃນລະດັບຂັ້ນມະຫາວິທະຍາໄລ ໂດຍການຕັດສິນໃຈນີ້ມີຂຶ້ນໃນການປະຊຸມຄະນະມົນຕີຂອງອັບການິສຖານ ແລະ ຄຳສັ່ງດັ່ງກ່າວແມ່ນມີຜົນບັງຄັບໃຊ້ທັນທີ.

ລັດຖະບານຕາລີບັນຂອງອັບການິສຖານ

ທັງນີ້ນັບຕັ້ງແຕ່ກຸ່ມຕາລີບັນກັບມາຄອງອຳນາດອີກຄັ້ງໃນເດືອນສິງຫາ ຂອງປີ 2021 ທີ່ຜ່ານມາ ພວກເຂົາກໍເລີ່ມອອກມາດຕະການທີ່ເປັນການຈຳກັດສິດທິເສລີພາບຂອງແມ່ຍິງທົ່ວປະເທດຫຼາຍຂຶ້ນເລື້ອຍໆ ແລະ ເມື່ອເດືອນມີນາທີ່ຜ່ານມາ ຕາລີບັນແມ່ນບໍ່ເຮັດຕາມສັນຍາທີ່ບອກໄວ້ວ່າຈະເປີດໂຮງຮຽນໃຫ້ກັບກຸ່ມນັກຮຽນ ຊ້ຳບໍ່ໜຳຍັງມີການສັ່ງຫ້າມບໍ່ໃຫ້ເດັກນ້ອຍຍິງເຂົ້າຮຽນໃນຊັ້ນມັດທະຍົມສຶກສາອີກພ້ອມ.

ລັດຖະບານຕາລີບັນຂອງອັບການິສຖານ

ທາງດ້ານກຸ່ມສິດທິມະນຸດ Human Rights Watch ກໍໄດ້ອອກມາວິພາກວິຈານຄຳສັ່ງຫຼ້າສຸດຂອງຕາລີບັນ ລະບຸວ່າເປັນການຕັດສິນທີ່ໜ້າອັບອາຍ ເພາະມັນລະເມີດສິດທິການສຶກສາຂອງແມ່ຍິງ ແລະ ເດັກຍິງ ໃນອັບການິສຖານ “ຕາລີບັນເຮັດໃຫ້ຊັດເຈນຂຶ້ນທຸກມື້ວ່າ ພວກເຂົາບໍ່ເຄົາລົບສິດທິພື້ນຖານຂອງຊາວອັບການິສຖານເລີຍ” Human Rights Watch ກ່າວ.

ທາງດ້ານ ເນດ ໄພຣຊ໌ (Ned Price) ໂຄສົກກະຊວງການຕ່າງປະເທດຂອງສະຫະລັດອາເມຣິກາກໍໄດ້ອອກມາປະນາມກຸ່ມຕາລີບັນ ແລະ ໄດ້ລະບຸວ່າການຕັດສິນໃຈນີ້ຈະເຮັດໃຫ້ເກີດຜົນທີ່ຕາມມາຕໍ່ຕາລີບັນ ມັນຈະເຮັດໃຫ້ປະເທດພວກເຂົາໂດດດ່ຽວຈາກປະຊາຄົມນານາຊາດ ແລະ ເຮັດໃຫ້ສິ່ງທີ່ຕາລີບັນເຄີຍອ້າງບໍ່ເປັນທີ່ຍອມຮັບຫຼາຍຂຶ້ນ.

ລັດຖະບານຕາລີບັນຂອງອັບການິສຖານ

ພ້ອມນັ້ນ ເນດ ໄພຣຊ໌ ຍັງເຕືອນອີກພ້ອມວ່າ ຜົນກະທົບຈາກຄຳສັ່ງນີ້ຈະເຮັດໃຫ້ອີກບໍ່ດົນ ປະຊາຊົນກວ່າເຄິ່ງໜຶ່ງຂອງອັບການິສຖານຈະບໍ່ສາມາດເຂົ້າເຖິງການສຶກສາໃນລະດັບທີ່ສູງເກີນຊັ້ນປະຖົມໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/