ວິທີເຝິກສະໝອງໃຫ້ຈົດຈໍ່ກັບສິ່ງທີ່ຢູ່ທາງໜ້າ


ປັດຈຸບັນຍຸກທີ່ເທັກໂນໂລຢີເຂົ້າມາມີບົດບາດໃນການໃຊ້ຊີວິດ ມາດຶງດູດຄວາມສົນໃຈຂະນະທີ່ກຳລັງເຮັດກິດຈະກຳໃດໜຶ່ງ ເຮັດໃຫ້ເຮົາບໍ່ສາມາດຈົດຈໍ່ກັບສິ່ງໃດໜຶ່ງໄດ້ເວລາດົນ.

ເມື່ອກ່ອນສະໝອງຂອງຄົນເຮົາມັກຄິດເລື່ອງທີ່ໜ້າຕື່ນເຕັ້ນ ເມື່ອສະໝອງຖືກກະຕຸ້ນຫຼາຍເກີນໄປເຊັ່ນ ຂ່າວສານໃນອິນເຕີເນັດ, ສຽງແຈ້ງເຕືອນທີ່ເຮັດໃຫ້ເກີດສົງໄສ….ມາບ່ຽງເບນຄວາມສົນໃຈດຶງດູດໄປເລື່ອງອື່ນ ສາເຫດນັ້ນກໍເພາະສະໝອງມີກົນໄກເອີ້ນວ່າ Novelty-Bias ເຮັດໃຫ້ຮ່າງກາຍຫຼັ່ງຮໍໂມນຊື່ໂດພາມີນ ຮໍໂມນນີ້ຈະເຮັດໃຫ້ເຮົາພໍໃຈຈົນເສຍສະມາທິຢູ່ກັບໜ້າຈໍໂທລະສັບ.

1. ຮູ້ທັນບັນຫາທີ່ລົບກວນສະມາທິ

ຫາກຕ້ອງການເພີ່ມສະມາທິໃນການເຮັດວຽກເຮັດກິດຈະກຳຫຍັງບາງຢ່າງຫຼາຍຂຶ້ນ ຕ້ອງຮູ້ກ່ອນວ່າສິ່ງໃດລົບກວນສະມາທິ ແລະ ກະທົບຕໍ່ວຽກງານບໍ່ວ່າຈະເປັນສຽງລົດ, ສຽງໂທລະພາບ, ສຽງແຈ້ງເຕືອນຈາກໂທລະສັບ ແລະ ອື່ນໆ ເມື່ອຮູ້ວ່າຕົ້ນຕໍສາເຫດທີ່ມາລົບກວນສະມາທິເຮົາຈຶ່ງຕ້ອງກຳຈັດດ້ວຍການພາຕົນເອງໄປຢູ່ໃນສະພາບແວດລ້ອມທີ່ງຽບສະຫງົບ, ເຮັດໃຫ້ຮ່າງກາຍຢູ່ໃນພາວະຜ່ອນຄາຍ, ບໍ່ມີສຽງລົບກວນ, ປິດສຽງແຈ້ງເຕືອນໂທລະສັບ ຫຼື ນຳໄປໄວ້ໄກໆເພື່ອບໍ່ໃຫ້ເຜີຈັບມາຫຼິ້ນງ່າຍກໍຍິ່ງເປັນການດີ.

2. ຂຽນສິ່ງທີ່ຕ້ອງເຮັດ

ການຈັດລຳດັບຄວາມສຳຄັນວຽກທີ່ຕ້ອງເຮັດຈະເຮັດໃຫ້ເຮົາເຫັນພາບລວມຂອງວຽກວ່າຄວນເຮັດສິ່ງໃດກ່ອນ ຂຽນລາຍການທີ່ຕ້ອງເຮັດອອກມາເປັນລາຍລັກອັກສອນໃຫ້ເຫັນແນ່ຊັດວ່າຂະນະນັ້ນຕ້ອງການຈົດຈໍ່ກັບເລື່ອງໃດ ຈາກນັ້ນແປະໄວ້ຈຸດທີ່ສັງເກດເຫັນງ່າຍ ແລະ ລົງມືເຮັດທັນທີ.

3. ເຮັດວຽກຢ່າງລະອັນ

ຫຼາຍຄົນຄິດວ່າການເຮັດວຽກຫຼາຍຢ່າງພ້ອມກັນ ເຮັດໃຫ້ວຽກແລ້ວໄວຂຶ້ນ ແຕ່ໃນຄວາມເປັນຈິງສະມາຄົມຈິດຕະວິທະຍາທີ່ປະເທດອາເມຣິກາໄດ້ລະບຸວ່າ ການເຮັດວຽກຫຼາຍຢ່າງພ້ອມກັນອາດລົດປະສິດທິພາບການເຮັດວຽກລົງໄປເຖິງ 40% ສາເຫດກໍເພາະການເຮັດວຽກຫຼາຍຢ່າງຂະນະດຽວກັນເຮັດໃຫ້ເຮົາບໍ່ສາມາດຈົດຈໍ່ກັບວຽກໃດວຽກໜຶ່ງໄດ້ເຕັມທີ່ ທາງທີ່ດີຄວນເຮັດແຕ່ລະວຽກໃຫ້ແລ້ວໄປຢ່າງລະອັນຈະເປັນທາງເລືອກທີ່ດີກວ່າ.

4. ບໍລິຫານເວລາໃຫ້ເໝາະສົມ

ສະໝອງຂອງຄົນເຮົາຈະກະຕືລືລົ້ນໃນໄລຍະທຳອິດທີ່ເລີ່ມເຮັດວຽກ ຜ່ານໄປໄລຍະໜຶ່ງກໍເລີ່ມສະໝອງຈະເລີ່ມອ່ອນລ້າໃຫ້ຄວາມສົນໃຈກັບສິ່ງນັ້ນໜ້ອຍລົງ ເຮົາຈຶ່ງຄວນມີເວລາໃຫ້ສະໝອງໄດ້ພັກຜ່ອນ ຫຼື ນຳໃຊ້ເທັກນິກ Pomodoro ຊ່ວຍແບ່ງເວລາໂດຍການເລີ່ມເຮັດວຽກ 25 ນາທີແລ້ວພັກ 5 ນາທີ ຈຶ່ງກັບມາເຮັດວຽກຕໍ່ ວິທີນີ້ຈະເຮັດໃຫ້ຈົດຈໍ່ໃນເວລາສັ້ນແຕ່ສະໝ່ຳສະເໝີ.

5. ຫຼຸດຄວາມຄຽດທີ່ເປັນສາເຫດເຮັດໃຫ້ບໍ່ມີສະມາທິ

ຄວາມຄຽດເປັນສາເຫດສຳຄັນທີ່ເຮັດໃຫ້ເຮົາຫຼຸດໂຟກັສກັບສິ່ງທີ່ຢູ່ທາງໜ້າໄດ້ງ່າຍ ຫາກກຳລັງວິຕົກກັງວົນເລື່ອງອື່ນຢູ່ ວິທີແກ້ຄືພະຍາຍາມຢ່າເກັບທຸກເລື່ອງມາຄິດ, ຮູ້ຈັກປ່ອຍວາງ ອີກວິທີໜຶ່ງທີ່ມັກຈະໃຊ້ໄດ້ຜົນຄືຂຽນບັນຫາທີ່ຄ້າງຄາໃຈລົງເຈ້ຍ ຂຽນອອກມາແລ້ວຄິດວ່າບັນຫາຄວາມຄຽດທີ່ເຮົາກັງວົນໃຈນັ້ນມີວິທີແກ້ໄຂໄດ້ບໍ່ ຖ້າຫາກໄດ້ກໍເປັນການດີເຮົາບໍ່ຕ້ອງຄຽດກັບມັນແລ້ວ ແຕ່ຖ້າຫາກບໍ່ໄດ້ເຮົາກໍບໍ່ຕ້ອງເກັບມາຄິດ ເພາະເຮົາຄິດຫຼາຍມັນກໍແກ້ໄຂຫຍັງບໍ່ໄດ້ ວິທີນີ້ຈະຊ່ວຍກຳຈັດຄວາມຄຽດທາງຈິດໃຈໄດ້ເປັນຢ່າງດີ ແລະ ເປັນຜົນດີຕໍ່ສຸຂະພາບຈິດຂອງເຮົາດ້ວຍ.

6. ນອນໃຫ້ພຽງພໍ

ນອກຈາກສຸຂະພາບຈິດໃຈແລ້ວສຸຂະພາບຮ່າງກາຍກໍເປັນສິ່ງສຳຄັນ ລອງຜ່ອນຄາຍຮ່າງກາຍດ້ວຍການນອນໃຫ້ພຽງພໍ ການນອນເຕັມອີ່ມເຮັດໃຫ້ມີສະມາທິໃນການເຮັດວຽກ ເລືອກກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ,ຕໍ່ການເຮັດວຽກຂອງສະໝອງດ້ານຄວາມຄິດ ແລະ ຄວາມຈຳໂດຍສະເພາະອາຫານເຊົ້າມີສ່ວນສຳຄັນໃຫ້ສະໝອງເຮັດວຽກໄດ້ດີຂຶ້ນ.

ໃຈຄວາມສຳຄັນຂອງການເຝິກຈົດຈໍ່ກັບສິ່ງທາງໜ້າໄດ້ດີນັ້ນກໍຄືສະມາທິ ແນ່ນອນວ່າການເຝິກສະມາທິນັ້ນເປັນເລື່ອງທີ່ຍາກແຕ່ຖ້າຫາກໄດ້ຮັບການເຝິກຝົນເລັກໆນ້ອຍໆຕໍ່ເນື່ອງເປັນປະຈຳຈະເຮັດໃຫ້ເຮົາມີສະມາທິສາມາດຈົດຈໍ່ກັບສິ່ງທີ່ຢູ່ທາງໜ້າໄດ້ ແລະ ເອົາຊະນະສົ່ງລົບກວນໄດ້ຢ່າງແນ່ນອນ.

ຂອບໃຈຂໍ້ມູນຈາກ:

https://cutt.ly/iwfQLroD

https://cutt.ly/MwfQKAIn

https://cutt.ly/lwfQHYMe

https://cutt.ly/mwfQJfUD

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/