ໃນວັນທີ 17 ມີນາ 2023 ນີ້, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເປີດກວ້າງການຮ່ວມມືດ້ານການຂົນສົ່ງຜ່ານທາງລົດໄຟ ລະຫວ່າງປະເທດ (ຈາກໄທມາລາວໄປຈີນ, ຈາກຈີນມາລາວໄປໄທ), ຜ່ານລົດໄຟ ໄທ-ລາວ ແລະ ລົດໄຟ ລາວ-ຈີນ ໂດຍການລົງນາມລະຫວ່າງ ທ່ານ ດາວຈິນດາ ສີຫາລາດ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດລົດໄຟແຫ່ງຊາດລາວ, ທ່ານ ຊານສັກ ຊື່ນຊົມ ປະທານບໍລິຫານ ບໍລິສັດ Global Multimodal Logistics ຈຳກັດ, ທ່ານ ພະເດດ ເມທິຍະນົນ ຮອງປະທານບໍລິຫານ ບໍລິສັດ Pan-Asia Silk Road ຈຳກັດ ແລະ ທ່ານ ປັນຍາ ປະພຸດສະໂຣ ປະທານກຳມະການ ບໍລິສັດເກົ້າຈະເລີນ ເທຣນທຣານສປອດ ຈຳກັດ ໂດຍມີພາກສ່ວນກ່ຽວຂ້ອງ ຂອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

ໃນບົດບັນທຶກດັ່ງກ່າວ, ລັດວິສາຫະກິດລົດໄຟແຫ່ງຊາດລາວ ເປັນຜູ້ປະສານງານ, ອຳນວຍຄວາມສະດວກ ແລະ ຈອງພ່ວງຈາກການລົດໄຟ ແຫ່ງປະເທດໄທ ແລະ ລົດໄຟ ລາວ-ຈີນ ເພື່ອໃຫ້ ຝ່າຍ ບໍລິສັດເກົ້າຈະເລີນ ເທຣນ ທຣານສປອດ ຈຳກັດ, ບໍລິສັດ Global Multimodal Logistics ຈຳກັດ ແລະ ບໍລິສັດ Pan-Asia Silk Road ຈຳກັດ ນໍາໃຊ້ໃນການບໍລິການຂົນສົ່ງສິນຄ້າທາງລົດໄຟຂ້າມແດນ ແລະ ຜ່ານແດນ, ພ້ອມທັງ ຈອງຂະບວນລົດໄຟຂົນສົ່ງສິນຄ້າ ຈາກການລົດໄຟແຫ່ງປະເທດໄທ ຫາ ສະຖານີລົດໄຟທ່ານາແລ້ງ ຫລື ຈາກສະຖານີລົດໄຟທ່ານາແລ້ງ ຫາ ການລົດໄຟແຫ່ງປະເທດໄທ.

ກຸ່ມບໍລິສັດ ດັ່ງກ່າວ, ວາງເປົ້າໝາຍ ຈະຂົນສົ່ງໝາກໄມ້ຈາກໄທຜ່ານລາວອອກໄປ ສປ ຈີນ ເປັນຫຼັກ, ໃນນັ້ນ, ບໍລິສັດ Global Multimodal Logistics ຈຳກັດ ເຊິ່ງເປັນບໍລິສັດຖືຮຸ້ນໂດຍ PTT ທັງໝົດ ຈະຮ່ວມມືກັບ ບໍລິສັດ Pan-Asia Silk Road ຈຳກັດ ໂດຍຈະເປັນຜູ້ປະສານງານ ກັບຜູ້ປະກອບການ (ພໍ່ຄ້າຖົ່ວລຽນ) ຈາກ ສປ ຈີນ ໂດຍມີ ບໍລິສັດເກົ້າຈະເລີນ ເທຣນ ທຣານສປອດ ຈຳກັດ ເປັນຜູ້ຮັບເໝົາ ຂົນສົ່ງ ແລະ ລັດວິສາຫະກິດລົດໄຟແຫ່ງຊາດລາວ ເປັນຜູ້ສະໜອງຕູ້ເກັບສິນຄ້າເຢັນ ສໍາລັບການຂົນສົ່ງ.
ພ້ອມກັນນັ້ນ, ກຸ່ມບໍລິສັດດັ່ງກ່າວ, ຕັ້ງເປົ້າຈະຂົນສົ່ງ ຖົ່ວລຽນ ແລະ ໝາກໄມ້ ໃຫ້ໄດ້ຢ່າງໜ້ອຍ 20 ພັນ ໂຕນຕໍ່ເດືອນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/