ລາຄາ Dogecoin ເພີ່ມຂຶ້ນແຕະລະດັບສູງສຸດປະຈຳປີ ເພື່ອຕ້ອນຮັບການສະເຫຼີມສະຫຼອງຄົບຮອບ 10 ປີຢ່າງຍິ່ງໃຫຍ່


ໃນມື້ນີ້ຫຼຽນມີມຍອດນິຍົມຄື Dogecoin (DOGE) ກໍາລັງສະເຫຼີມສະຫຼອງຄົບຮອບ 10 ປີ ຂອງຕົນຢ່າງຍິ່ງໃຫຍ່, ຫຼັງຈາກທີ່ລາຄາຂອງຫຼຽນໄດ້ມີການເພີ່ມຂຶ້ນຍືນເໜືອແນວຕ້ານໄລຍະຍາວຢູ່ທີ່ 0,1 ໂດລາ ເຊິ່ງນີ້ຖືໄດ້ວ່າເປັນຂອງຂວັນອັນຍິ່ງໃຫຍ່ຢ່າງແທ້ຈິງ ເນື່ອງຈາກໃນ 8 ເດືອນທີ່ຜ່ານມາລາຄາຂອງຫຼຽນດັ່ງກ່າວນັ້ນບໍ່ສາມາດຂຶ້ນໄປແຕະລະດັບນີ້ໄດ້ເລີຍ.

ໃນຂະນະດຽວກັນນັ້ນ ທ່າມກາງການລໍຄອຍການເປີດຕົວຂອງ Bitcoin Exchange-Traded Fund (ETF) ຄັ້ງທໍາອິດ, ຫຼຽນ Bitcoin ກໍໄດ້ມີການເພີ່ມຂຶ້ນຢ່າງຮຸນແຮງຈົນແຕະລະດັບ 44,000 ໂດລາ ແລະນີ້ສົ່ງຜົນໃຫ້ຫຼຽນ altcoins ສ່ວນໃຫຍ່, ເຊິ່ງມີຄວາມສຳພັນກັບກັບລາຄາຂອງ Bitcoin ມີການເພີ່ມຂຶ້ນເກືອບທັງໝົດ.

ແນ່ນອນວ່າຫຼຽນມີມນ້ອງໝານັ້ນກໍເຊັ່ນກັນ ໂດຍລາຄາຂອງ DOGE ໄດ້ມີການຊື້ຂາຍກັນຢູ່ທີ່ 0,1031 ໂດລາ, ເຊິ່ງມີກຳໄລເພີ່ມຂຶ້ນ 15.3% ໃນ 24 ຊົ່ວໂມງທີ່ຜ່ານ. ທັງນີ້ ປະລິມານການຊື້ຂາຍຂອງ Dogecoin ຍັງໄດ້ເພີ່ມຂຶ້ນສູງກວ່າ 3,398,079,431 ໂດລາໃນມື້ດຽວ ແຊງໜ້າຫຼຽນ altcoins ຊັ້ນນໍາຄື Cardano (ADA), XRP (XRP) ແລະ Solana (SOL).

ທ່າອ່ຽງຂາຂຶ້ນທີ່ເຂັ້ມແຂງຂອງ Dogecoin ຍັງຄົງປາກົດຕົວໃຫ້ເຫັນຢູ່ໃນຕົວຊີ້ວັດໃນເຄືອ (On-Chain Metrics) , ເຊິ່ງນີ້ສະແດງໃຫ້ເຫັນເຖິງການເຕີບໂຕຂອງຈໍານວນຜູ້ໃຊ້ງານໃນເຄືອຂ່າຍ Dogecoin ແລະ ຈໍານວນຂອງຜູ້ຖືຄອງລາຍໃຫຍ່ກໍໄດ້ພົບເຫັນວ່າມີການເພີ່ມຂຶ້ນເລັກນ້ອຍ. ໃນທາງກົງກັນຂ້າມ ການເຮັດທຸລະກໍາຂະໜາດໃຫຍ່ໃນເຄືອຂ່າຍ Proof of Work (PoW) ແລະ ຜູ້ຖື ‘In The Money’ ກໍເພີ່ມຂຶ້ນ 5% ໃນແຕ່ລະລາຍການເຊັ່ນກັນ.

ດັດຊະນີຄວາມເຂັ້ມແຂງຂອງ Relative Strength Index (RSI) ປະຈໍາອາທິດຂອງ Dogecoin (DOGE) ປະຈຸບັນຢູ່ທີ່ 90.74, ເຊິ່ງນີ້ຊີ້ໃຫ້ເຫັນເຖິງສະພາວະທີ່ມີການຊື້ຫຼາຍເກີນໄປ (overbrought) ແລະ ນີ້ມັກຈະສົ່ງຜົນໃຫ້ຫຼຽນມີການປັບຖານໃໝ່ໄດ້. ດັ່ງນັ້ນ, ນັກລົງທຶນຄວນຈະລະມັດລະວັງກັບການລົງທຶນໃນໄລຍະນີ້.

ທີ່ມາ:

dailycoin

dailycoin2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/