ລາຄາ BNB ລົດລົງແຕະລະດັບຕໍ່າສຸດໃນຮອບ 1 ປີທີ່ຜ່ານມາ, ຫຼັງຈາກ Binance ໄດ້ລະງັບການຖອນເງິນ EUR ຊົ່ວຄາວ


ລາຄາຂອງໂທເຄັນປະຈຳເຄືອຂ່າຍ BNB chain (BNB) ໄດ້ລົດລົງແຕະລະດັບຕໍ່າສຸດໃນຮອບ 1 ປີ ໂດຍມີລາຄາການຊື້ຂາຍໃນວັນທີ 21 ສິງຫາຢູ່ທີ່ 207,47 ໂດລາ. ຖືໄດ້ວ່າມັນໄດ້ທຳລາຍສະຖິຕິຕໍ່າສຸດໃໝ່ຈາກລະດັບຕໍ່າສຸດກ່ອນໜ້ານີ້ທີ່ 227,85 ໂດລາ.

ການປັບຖານລາຄາທີ່ຮຸນແຮງຂອງຕະຫຼາດ Crypto ໄດ້ມີການເລີ່ມຂຶ້ນຕັ້ງແຕ່ວັນທີ 5 ມິຖຸນາ, ຫຼັງຈາກການລາຍງານຄວາມຄືບໜ້າຈາກຄະດີການຟ້ອງຮ້ອງລະຫວ່າງ SEC ກັບ Binance ເຊິ່ງເປັນໜ່ວຍງານສູນກາງທີ່ໃຊ້ໂທເຄັນ BNB ເປັນຊັບສິນພື້ນຖານ ແລະ ຍັງຮັບຜິດຊອບໃນການພັດທະນາລະບົບ BNB Chain ອີກດ້ວຍ.

ທັງນີ້ ຂ່າວສານ ແລະ ກິດຈະກຳທີ່ກ່ຽວຂ້ອງກັບ Binance ມັກຈະສົ່ງຜົນກະທົບຕໍ່ລາຄາຂອງ BNB ຢູ່ສະເໝີ ຄືກັບໃນກໍລະນີຄະດີທີ່ SEC ໄດ້ກ່າວຫາວ່າ BNB ນັ້ນເປັນຫຼັກຊັບທີ່ຍັງບໍ່ໄດ້ຮັບການຈົດທະບຽນ. ເຫດການດັ່ງກ່າວໄດ້ເຮັດໃຫ້ລາຄາຂອງ BNB ລົດລົງກວ່າ 13% ໃນ 7 ມື້ທີ່ຜ່ານມາ ແລະ ລົດລົງ 14% ໃນ 30 ມື້ທີ່ຜ່ານມາ. BNB ສູນເສຍມູນຄ່າກວ່າ 30% ໃນໄລຍະເວລາ 1 ປີ ແລະ ຕົກໄປຢູ່ໃນອັນດັບທີ 4 ຕາມມູນຄ່າຕະຫຼາດ ເຊິ່ງມີມູນຄ່າ 32 ຕື້ໂດລາ

ໂດຍການລົດລົງຂອງ BNB ເກີດຂຶ້ນບໍ່ດົນຫຼັງຈາກຜູ້ໃຊ້ບາງຄົນໄດ້ tweeted ສະແດງຄວາມບໍ່ພໍໃຈໃນແພລັດຟອມ X (ອະດີດ Twitter) ວ່າພວກເຂົາບໍ່ສາມາດຖອນ ຫຼື ຝາກເງິນຢູໂຣ (EUR) ຈາກ Binance ໄດ້. ເຊິ່ງ X ກໍໄດ້ອອກມາຕອບກັບລູກຄ້າຂອງ Binance ໂດຍຊີ້ແຈງວ່າ “ການໂອນເງິນຜ່ານທະນາຄານໂດຍກົງສະຫຼັບສະກຸນເງິນຢູໂຣ (EUR) ຍັງຢູ່ໃນໄລຍະປັບປຸງ” ຈຶ່ງໄດ້ຖືກລະງັບເປັນການຊົ່ວຄາວ.

ທັງນີ້ ບັນຊີຝ່າຍສະໜັບສະໜູນລູກຄ້າຂອງ Binance ກ່າວວ່າ ຜູ້ໃຊ້ສາມາດ “ຝາກ ຫຼື ຖອນຜ່ານບັດເດບິດ” ໃນລະຫວ່າງນີ້ໄດ້ ຫຼື ລອງໃຊ້ທາງເລືອກໃນການຖອນເງິນອື່ນໆເຊັ່ນ P2P.

ທີ່ມາ:

finbold

twitter

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/