ໃນເຊົ້າຂອງວັນພຸດ, ລາຄາຂອງ Bitcoin ກໍໄດ້ຟື້ນຕົວຂຶ້ນ ແລະ ໄດ້ຊົງຕົວຢູ່ໃກ້ກັບລະດັບ 26,000 ໂດລາ ຫຼັງຈາກທີ່ລາຄາຫຼຸດລົງຢ່າງຮຸນແຮງຕໍ່າກວ່າ 25,000 ໂດລາ. ໃນຂະນະດຽວກັນລາຄາຂອງ Ethereum ກໍໄດ້ມີການຟື້ນຕົວຂຶ້ນເກືອບຮອດລະດັບ 1,600 ໂດລາ ພ້ອມດ້ວຍຫຼຽນ altcoin 10 ອັນດັບທຳອິດກໍໄດ້ມີການຟື້ນຕົວຕາມມາແບບຕິດໆໃນ 24 ຊົ່ວໂມງທີ່ຜ່ານມາ ໂດຍສະເພາະແມ່ນ Toncoin (TON) ນັ້ນຖືວ່າເປັນຫຼຽນທີ່ມີການຟື້ນຕົວທີ່ໂດດເດັ່ນໃນມື້ນີ້ ເຊິ່ງມີມູນຄ່າເພີ່ມຂຶ້ນຫຼາຍກວ່າ 12%.

ອີງຕາມຂໍ້ມູນຂອງ CoinMarketcap, ກ່ອນໜ້ານີ້ສະກຸນເງິນດິຈິຕອນທີ່ໃຫຍ່ທີ່ສຸດໃນໂລກຄື Bitcoin ໄດ້ມີການປັບຖານລົງສູ່ລະດັບຕໍ່າສຸດໃນຮອບ 3 ເດືອນທີ່ 24,930 ໂດລາ ແຕ່ເມື່ອບັນດານັກລົງທຶນໄດ້ຄາຍຄວາມກັງວົນກ່ຽວກັບຂ່າວຂອງ FTX ລາຄາຂອງ Bitcoin ກໍມີການໄດ້ຟື້ນຕົວຂຶ້ນເຮັດລະດັບສູງສຸດທີ່ 26,406 ໂດລາໃນເຊົ້າຂອງມື້ນີ້ ກ່ອນທີ່ຈະຫຼຸດລົງພຽງເລັກນ້ອຍ. ລາຄາ Bitcoin ໄດ້ມີຂຶ້ນ 3.02% ໃນ 24 ຊົ່ວໂມງທີ່ຜ່ານມາ ແລະ ມີລາຄາການຊື້ຂາຍກັນຢູ່ທີ່ 25,903 ໂດລາ.
ສ່ວນ Ethereum ນັ້ນກໍໄດ້ມີລາຄາເພີ່ມຂຶ້ນ 3.10% ຢູ່ທີ່ 1,595 ໂດລາ. ຢ່າງໃດກໍຕາມ, ລາຄາດັ່ງກ່າວຍັງຖືວ່າຫຼຸດລົງ 2.28% ໃນໄລຍະ 7 ມື້ທີ່ຜ່ານມາ, ໂດຍ ETH ນັ້ນສາມາດເຮັດລະດັບສູງສຸດໃນ 24 ຊົ່ວໂມງທີ່ 1,619 ໂດລາໃນວັນອັງຄານທີ່ຜ່ານມາ.
K33 ບໍລິສັດຄົ້ນຄ້ວາ Crypto ໄດ້ມີການລາຍງານໃນວັນອັງຄານທີ່ຜ່ານມາໂດຍໄດ້ລະບຸວ່າ: ຄວາມເຊື່ອໝັ້ນຂອງຕະຫຼາດ Crypto ໃນປັດຈຸບັນໄດ້ສະທ້ອນໃຫ້ເຫັນເຖິງໄລຍະສຸດທ້າຍຂອງຕະຫຼາດໝີໃນປີ 2015 ແລະ 2019.
ໂດຍຄວາມຮູ້ສຶກກັງວົນນັ້ນມາຈາກແຮງກົດດັນໃນດ້ານການຂາຍທີ່ໄດ້ມີການຄາດການໄວ້ ເຊິ່ງມີສ່ວນກ່ຽວຂ້ອງກັບຍອດສິນຊັບທີ່ເຫຼືອຂອງ FTX ປະກອບມີ: BTC ມູນຄ່າ 560 ລ້ານໂດລາ, ETH ມູນຄ່າ 192 ລ້ານໂດລາ ແລະ SOL ມູນຄ່າ 1.16 ຕື້ໂດລາ.
ນອກຈາກນີ້ ຕະຫຼາດຍັງຄາດວ່າແຮງກົດດັນດ້ານການຂາຍທີ່ເກີດຈາກຜູ້ດູແລຜົນປະໂຫຍດຂອງ Mt. Gox ແລະ Bitcoins Silk Road ຂອງສະຫະລັດ ທີ່ຍັງບໍ່ທັນຮູ້ຊັດເຈນໃນການກຳນົດການຂາຍ ແຕ່ຂ່າວເຫຼົ່ານີ້ລ້ວນເປັນແຮງຊຸກຍູ້ທີ່ສຳຄັນທີ່ຈະເຂົ້າມາເພີ່ມແຮງກົດດັນໃນຕະຫຼາດທີ່ມີຢູ່ແລ້ວຂຶ້ນໄປອີກ.
ໃນອີກດ້ານໜຶ່ງ Greg Moritz, ຜູ້ຮ່ວມກໍ່ຕັ້ງ ແລະ COO ຂອງກອງທຶນ hedge Fund Alt Tab Capital ໄດ້ກ່າວວ່າ: ຜົນກະທົບຈາກການຊໍາລະບັນຊີຂອງ FTX ມີຜົນກະທົບຕໍ່ຕະຫຼາດ Crypto ຂ້ອນຂ້າງໜ້ອຍ ແຕ່ຈະກິນເວລາຫຼາຍເດືອນ. ແຕ່ໃນຕອນນີ້ແຮງກົດດັນຈາກຜົນກະທົບດັ່ງກ່າວໄດ້ຫຼຸດລົງຫຼາຍແລ້ວ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/