ລັດຖະບານ ຈັດສັນ ບໍລິການລົດສາທາລະນະຟຣີ ໃນງານບຸນພະທາດຫຼວງ ອຳນວຍຄວາມສະດວກ ຫຼຸດຜ່ອນການຈະລາຈອນແອອັດ


ລັດຖະບານ, ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ (ຍທຂ ນວ) ຮ່ວມກັບລັດວິສາຫະກິດ ແລະ ພາກສ່ວນທຸລະກິດ ຈັດສັນບໍລິການລົດສາທາລະນະຟຣີ  ເພື່ອອຳນວຍຄວາມສະດວກ ຫຼຸດຜ່ອນການຈະລາຈອນແອອັດ ໃນໄລຍະບຸນທາດຫຼວງ.

ໃນວັນທີ 20 ພະຈິກ 2023 ທີ່ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ(ຍທຂ ນວ) ໄດ້ຈັດພິທີຖະແຫຼງຂ່າວການບໍລິການລົດສາທາລະນະໂດຍບໍ່ເສຍຄ່າໃນງານບຸນນະມັດສະການພະທາດຫຼວງ ເປັນກຽດຖະແຫຼງໂດຍ ທ່ານ ສົມສະນິດ ລວດທອງຄຳ ຮອງຂະແໜງຂົນສົ່ງ ພະແນກ ຍທຂ ນວ ທ່ານ ພັນໂທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ນວ ທ່ານ ທະນົງສີ ເດດວົງສອນ ຫົວໜ້າພະແນກແຜນການ ແລະ ຂົນສົ່ງລັດວິສາຫະກິດລົດເມ ນວ ມີ ສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມສະນິດ ລວດທອງຄຳ ພ້ອມດ້ວຍຄະນະໄດ້ກ່າວວ່າ: ເພື່ອເປັນການຫຼຸດຜ່ອນການຈະລາຈອນແອອັດໃນໄລຍະງານບຸນນະມັດສະການພະທາດຫຼວງ ທາງພະແນກໂຍທາທິການ ແລະ ຂົນສົ່ງຮ່ວມກັບ ລັດວິສາຫະກິດລົດເມນະຄອນຫຼວງ ແລະ ບໍລິສັດລາວສະມາດໂມບິລິຕິຈຳກັດ(ລົດກ໋ອກໆສີສົ້ມ) ໄດ້ຮ່ວມກັນໃຫ້ບໍລິການລົດສາທາລະນະໂດຍບໍ່ເສຍຄ່າໃນໄລຍະບຸນນະມັດສະການພະທາດຫຼວງເລີ່ມແຕ່ວັນທີ 23 ຫາ 27 ເວລາ 17:00 ຫາ 22:30 ສໍາລັບລັດວິສາຫະກິດລົດເມນະຄອນຫຼວງແມ່ນຈະນຳໃຊ້ລົດເມ 45 ບ່ອນນັ່ງຈໍານວນ 9 ຄັນ ລົດ 25 ບ່ອນນັ່ງ ມີ 16 ຄັນ ແລະ ບໍລິສັດລາວສະມາດໂມບິລິຕິຈໍາກັດ ໃຫ້ບໍລິການລົດກ໋ອກໆສີສົ້ມ ຈໍານວນ 50 ຄັນ ປະເພດ 4-6 ບ່ອນນັ່ງ ມາບໍລິການໃຫ້ກັບມວນຊົນໃນໄລຍະບຸນພະທາດຫຼວງ ສໍາລັບຜູ້ທີ່ໃຊ້ລົດສ່ວນຕົວທີ່ມີຈຸດປະສົງຈະເດີນທາງມາງານບຸນນະມັດສະການພະທາດຫຼວງສາມາດໄປຈອດລົດໄວ້ໃນ 3 ຈຸດທີ່ກໍານົດຄື: 1.ເດີ່ນຈອດລົດຕະຫຼາດເຊົ້າຊ໋ອບປີ້ງມໍ 2. ຈຸດບໍລິການໜ້າຕະຫຼາດຫົວຂົວ ແລະ 3.ຕະຫຼາດບຶງທາດຫຼວງ ແລະ ບ່ອນຈອດລົດຂຶ້ນ-ລົງຮັບຜູ້ໂດຍສານ ມີ ຄື:

1. ຖະໜົນສຸພານຸວົງ ຖະໜົນສີທອງ ຖະໜົນຫ້ວຍຫົງ ຖະໜົນທ່າເດື່ອ ຖະໜົນແຄມຂອງ ສາມາດຈອດລົດຢູ່ລານຈອດລົດຕະຫຼາດເຊົ້າ ຮອງຮັບ ບ່ອນຈອດລົດໄດ້ 400 ກວ່າຄັນ

2. ຖະໜົນໄກສອນພົມວິຫານ ຖະໜົນວັງຊາຍ ສາມາດຈອດລົດໄດ້ຢູ່ເດີ່ນຈອດລົດຕະຫຼາດທາດຫຼວງເກົ່າ ຮອງຮັບບ່ອນຈອດລົດໄດ້ 300 ກວ່າຄັນ.

3. ຖະໜົນນາຄວາຍ ດົງຄຳຊ້າງ ຖະໜົນກຳແພງເມືອງສາມາດຈອດລົດຢູ່ເດີ່ນຕະຫຼາດບຶງທາດຫຼວງ ຮອງຮັບບ່ອນຈອດລົດໄດ້ 200 ກວ່າຄັນ ເຊິ່ງໃນຈຸດດັ່ງກ່າວຈະມີບໍລິການລົດສາທາລະນະໂດຍບໍ່ເສຍຄ່າໄປສົ່ງ ແລະ ໄປຮັບຢູ່ໃນງານບຸນພະທາດຫຼວງ.

ສ່ວນການບໍລິການລົດເມຈະໃຫ້ບໍລິການໃນ 9 ຈຸດ ຄື: 1.ສາຍທາງທ່າເດື່ອ-ຂົວມິດຕະພາບ-ຊຽງຄວນ 2.ສາຍທາງທ່າງ່ອນ-ທາດຫຼວງ 3.ສາຍທາງດົງໂດກ-ທາດຫຼວງ 4.ສາຍທາງໂພນຕ້ອງ-ທາດຫຼວງ 5.ສາຍທາງ-ດົງຄຳຊ້າງ-ທາດຫຼວງ-ໄອເຕັກ 6.ສາຍທາງໜອງໄຮ-ໄອເຕັກ-ທາດຫຼວງ 7.ສາຍທາງດອນປ່າໃໝ່-ໄອເຕັກ-ທາດຫຼວງ 8.ສາຍທາງບ້ານຫ້ອມ-ທາດຫຼວງ 9.ສາຍທາງ ສີໄຄ-ທາດຫຼວງ ເພື່ອໃຫ້ບໍລິການມວນຊົນມາທ່ຽວຊົມງານບຸນນະມັດສະການພະທາດຫຼວງ.

https://www.facebook.com/VientianeMai/posts/pfbid0YkDJs21sCSB2tTqw3s13jN8DALwK3Da14NZLVdSzFR2r6TKB5VRTeE42GR39pF4Bl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/