ລັດຖະບານຮົງກາລີ ຊ່ວຍເຫຼືອ ສປປ ລາວ ໃຫ້ເງິນກູ້ຢືມບໍ່ມີດອກເບ້ຍ 160 ລ້ານໂດລາ ເພື່ອ ພັດທະນາວິສາຫະກິດນ້ຳປະປາ


ພິທີມອບ-ຮັບ ໂຄງການກໍ່ສ້າງ ຂະຫຍາຍໂຮງງານຜະລິດນໍ້າປະປາດົງບັງ ຈັດຂຶ້ນຕອນເຊົ້າວັນທີ 27 ເມສາ 2023 ທີ່ບ້ານນາສາລາ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ພ້ອມທັງເປີດການກໍ່ສ້າງໂຄງການບຳບັດນໍ້າເປື້ອນ ທີ່ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ປີເຕີ ຊິຢາໂຕ ລັດຖະມົນຕີກະຊວງການຄ້າ ແລະ ຕ່າງປະເທດ ແຫ່ງ ປະເທດຮົງກາລີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ກ່າວວ່າ: ການກໍ່ສ້າງຂະຫຍາຍໂຮງງານນໍ້າປະປາດົງບັງ ມີກໍາລັງການຜະລິດ 24.000 ແມັດກ້ອນ/ມື້, ໂດຍໄດ້ກໍ່ສ້າງຕາຝັ່ງເຈື່ອນແຄມນໍ້າງື່ມ ເຂດໂຮງງານນໍ້າປະປາດົງບັງ ມູນຄ່າທັງໝົດ 12.760.567 ໂດລາສະຫະລັດ. ໃນນີ້, ມູນຄ່າການກໍ່ສ້າງຂະຫຍາຍ ໂຮງງານນໍ້າປະປາ ມູນຄ່າ 11.661.823,63 ໂດລາສະຫະລັດ ເປັນການກໍ່ສ້າງພຽງແຕ່ລະບົບໂຮງງານ, ພາຍຫຼັງການກໍ່ສ້າງສຳເລັດ ແມ່ນເຊື່ອມຕໍ່ການບໍລິການນໍ້າປະປາ ເຂົ້າໃສ່ລະບົບທໍ່ເກົ່າທີ່ມີຢູ່ແລ້ວ ຂອງລັດວິສາຫະກິດນໍ້າປະປາ ນະຄອນຫຼວງ, ການອອກແບບໂຄງສ້າງໂຮງງານເປັນ 2 ຊັ້ນ, ໃຫ້ລະບົບກອງນໍ້າຢູ່ດ້ານເທິງ ແລະ ອ່າງເກັບນໍ້າສະອາດຢູ່ດ້ານລຸ່ມ ເຊິ່ງຈະຊ່ວຍໃຫ້ປະຢັດພື້ນທີ່.

ໂຄງການກໍ່ສ້າງລະບົບບໍາບັດນໍ້າເປື້ອນ ນະຄອນຫຼວງວຽງຈັນ ເລີ່ມແຕ່ກາງປີ 2018 ເປັນຕົ້ນມາ ແລະ ໄດ້ຮັບການຮັບຮອງເອົາບົດສຶກສາຄວາມເປັນໄດ້ໂຄງການ ຢ່າງເປັນທາງການ ຈາກລັດຖະບານ ແລະ ນະຄອນຫຼວງວຽງຈັນ ໃນປີ 2022, ໄດ້ສຳເລັດການອອກແບບລະອຽດວຽກດິນ, ວຽກຮາກຖານລະບົບໂຮງງານ, ລະບົບເສັ້ນທາງເຂົ້າ-ອອກໂຄງການ ແລະ ເລີ່ມລົງມືກໍ່ສ້າງໂຮງງານບຳບັດນໍ້າເປື້ອນ ດ້ວຍກໍາລັງການຜະລິດ 26.000 ແມັດກ້ອນຕໍ່ມື້ ໃນຕົ້ນປີ 2023 ຄາດວ່າຈະສຳເລັດ ໃນປີ 2025.

ໂອກາດນີ້, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ໝາກຜົນການຮ່ວມມືພາຍໃຕ້ເງິນກູ້ຢືມ ບໍ່ມີດອກເບ້ຍ ຈາກລັດຖະບານຮົງກາລີ, ເຊິ່ງເປັນການຮ່ວມມືໄລຍະ 3 ຂອງສອງລັດຖະບານ ໃນມູນຄ່າທັງໝົດ 160 ລ້ານໂດລາສະຫະລັດ, ສ່ວນນະຄອນຫຼວງວຽງຈັນ ເປັນການຮ່ວມມືໄລຍະທຳອິດ ແລະ ໄດ້ຮັບເງິນກູ້ຢືມແບບບໍ່ມີດອກເບ້ຍ ເພື່ອປະກອບເຂົ້າໃນວຽກງານດັ່ງກ່າວ ໃນມູນຄ່າ 100 ລ້ານໂດລາສະຫະລັດ, ມາຮອດປັດຈຸບັນ ໄດ້ທົດລອງແລ່ນລະບົບເຄື່ອງຈັກ ແລະ ຜະລິດນໍ້າປະປາໄດ້ແລ້ວ ແລະ ຈະໃຫ້ບໍລິການຢູ່ເຂດເມືອງໄຊທານີ ໂດຍສະເພາະ ເຂດເສດຖະກິດກວມລວມໄຊເສດຖາ, ເຂດນິຄົມອຸດສາຫະກຳ ແລະ ເຂດບ້ານໃກ້ຄຽງ. ໂອກາດດຽວກັນນີ້ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຕາງໜ້າໃຫ້ ຄະນະພັກ-ອົງການປົກຄອງນະຄອນຫຼວງວຽງຈັນ ຂອບໃຈຕໍ່ລັດຖະບານຮົງກາລີ ທີ່ເຫັນໄດ້ຄວາມສຳຄັນຂອງວຽກງານ ການຄຸ້ມຄອງບໍລິຫານຈັດການນໍ້າ ຢູ່ນະຄອນຫຼວງວຽງຈັນ ແລະ ໄດ້ອະນຸມັດເງິນກູ້ຢືມດັ່ງກ່າວ ໃຫ້ແກ່ນະຄອນຫຼວງວຽງຈັນ ແລະ ຫວັງວ່າລັດຖະບານຮົງກາລີ ໂດຍສະເພາະນະຄອນຫຼວງບຸດາເປສ ທີ່ເປັນນະຄອນມິດຕະພາບ ຈະເພີ່ມທະວີການຊ່ວຍເຫຼືອ ແລະ ການຮ່ວມໃນຕໍ່ໜ້າ ເພື່ອເພີ່ມທະວີສາຍພົວພັນມິດຕະພາບແບບເພື່ອນມິດ ລະຫວ່າງສອງນະຄອນ ໃນຫຼາຍຂົງເຂດວຽກງານ ໃນບົດບັນທຶກຄວາມເຂົ້າໃຈຂອງສອງນະຄອນ ເພື່ອກ້າວໄປສູ່ການຍົກລະດັບ ການພົວພັນຮ່ວມມື ລາວ-ຮົງກາລີ ໃນອະນາຄົດໃຫ້ເປັນຮູບປະທຳ ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງປະເທດຢ່າງແທ້ຈິງ.

ຂໍ້ມູນຈາກ:  https://bit.ly/3NiBiKK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/