ລັດຖະບານຍີ່ປຸ່ນຈະສົ່ງເຄື່ອງຜະລິດອົກຊີແຊນ ແລະ ວັກຊີນໃຫ້ແກ່ລາວ


ຫຼັງຈາກການປະຊຸມຄະນະລັດຖະມົນຕີຂອງປະເທດຍີ່ປຸ່ນ ໃນວັນທີ 03 ສິງຫາ 2021, ທ່ານ ໂທຊິມິສຶ ໂມເຕກິ (Yoshimitsu Motegi) ລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນ ໄດ້ອອກມາໃຫ້ສຳພາດວ່າ:

ລັດຖະບານຍີ່ປຸ່ນຈະໄດ້ມອບເຄື່ອງຜະລິດອົກຊີແຊນ ຈຳນວນ 100 ເຄື່ອງ ພ້ອມທັງວັກຊີນປ້ອງກັນໂຄວິດອີກ 600,000 ໂດສ (ຍັງບໍ່ມີການລະບຸປະເພດຂອງວັດຊີນ) ໃຫ້ແກ່ລັດຖະບານລາວ ເພື່ອເປັນການສະໜັບສະໜູນທາງດ້ານການແພດ ແລະ ໃຫ້ຜ່ານພົ້ນວິກິດຂອງການລະບາດພະຍາດໂຄວິດ-19 ໂດຍໄວ.

ນອກຈາກປະເທດລາວແລ້ວ ລັດຖະບານກໍຍັງໄດ້ສົ່ງເຄື່ອງຜະລິດອົກຊີແຊນໃຫ້ແກ່ປະເທດໄທອີກເປັນຈຳນວນ 775 ເຄື່ອງ, ພ້ອມນັ້ນ ທ່ານ ໂມເຕກິ ຍັງໄດ້ກ່າວອີກວ່າ ຍີ່ປຸ່ນຈະຊ່ວຍສະໜັບສະໜູນອຸປະກອນທາງການແພດຄຸນະພາບສູງ ແລະ ວັກຊີນໃຫ້ແກ່ບັນດາປະເທດທີ່ມີຄວາມຈຳເປັນ”.

ກ່ອນໜ້ານີ້ ລັດຖະບານຍີ່ປຸ່ນກໍໄດ້ສົ່ງເຄື່ອງຜະລິດອົກຊີແຊນໃຫ້ແກ່ ອິນເດຍ ແລະ ອິນໂດເນເຊຍ, ພ້ອມຍັງມອບວັກຊີນຟຣີໃຫ້ແກ່ ມາເລເຊຍ ແລະ ປະເທດອື່ນໆອີກ.

ຂໍ້ມູນຈາກ : https://bit.ly/2Vue0Zg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/