ລັດຖະບານຈັດກອງປະຊຸມ ວາງແຜນງົບປະມານແຫ່ງລັດ-ແຜນເງິນຕາ ແລະ ການກວດສອບແຫ່ງລັດ ເພື່ອບໍ່ໃຫ້ມີການຮົ່ວໄຫຼ

ລັດຖະບານຈັດກອງປະຊຸມ

ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2023 ໃນວັນທີ 7 ກຸມພາ 2023 ນີ້ວ່າ: ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມັງກອນ 2023 ໄຂຂຶ້ນໃນລະຫວ່າງ ວັນທີ 6-7 ກຸມພາ 2023 ທີ່ສຳນັກງານນາຍົກລັັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.

ສໍາລັບທິດທາງແຜນວຽກຈຸດສຸມປະຈຳເດືອນກຸມພາ 2023 ຕົ້ນຕໍ ແມ່ນສືບຕໍ່ສຸມໃສ່ປະຕິບັດບາງວຽກງານທີ່ສໍາຄັນ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 5 ແຜນວຽກທີ່ເປັນບູລິມະສິດ ອັນຮີບດ່ວນ ປີ 2023 ໄປຄຽງຄູ່ກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2023 ຕິດພັນກັບ 2 ວາລະແຫ່ງຊາດ ເຊິ່ງບັນດາໜ້າວຽກຈຸດສຸມຕົວຈິງຈໍານວນໜຶ່ງ ຄື: ສຸມໃສ່ຈັດຕັ້ງຜັນຂະຫຍາຍດຳລັດຂອງນາຍົກລັດຖະມົນຕີ ເລກທີ 90, ລົງວັນທີ 31 ມັງກອນ 2023 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2023 ແລະ ແຜນການແກ້ໄຂຜົນການກວດສອບ. ສະເໜີໃຫ້ແຕ່ລະກະຊວງແບ່ງຄວາມຮັບຜິດຊອບພາຍໃນຂອງຕົນ ໃຫ້ລະອຽດ; ສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເຮັດໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທຸກຂັ້ນ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນຢ່າງເຂັ້ມແຂງ, ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ລັດຖະບານຈັດກອງປະຊຸມ

ພ້ອມກັນນັ້ນ ກໍເພີ່ມທະວີຄວາມເອົາໃຈໃສ່ ກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນ; ສືບຕໍ່ສຸມໃສ່ແກ້ໄຂບັນຫາເສດຖະກິດມະຫາພາກ ຕິດພັນກັບການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນໂດຍໄວ ໃນນັ້ນ, ສຸມໃສ່ການຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນການ, ຊຸກຍູ້ສ້າງໃຫ້ມີຖານລາຍຮັບໃໝ່, ຍູ້ແຮງການຫັນເປັນທັນສະໄໝໃນການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໃນທຸກຂົງເຂດ, ສືບຕໍ່ປະຕິບັດບັນດານິຕິກໍາທີ່ລັດຖະບານວາງອອກ ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານລັດ ການປະຢັດ ແລະ ຕ້ານການຟຸມເຟືອຍ. ການນໍາໃຊ້ລົດຂອງລັດ ແລະ ອື່ນໆ ໃຫ້ເຂັ້ມງວດ ລວມທັງ ສຸມໃສ່ແກ້ໄຂບັນຫາການລົງທຶນຂອງລັດ ໃຫ້ມີປະສິດທິຜົນສູງຂຶ້ນ, ສືບຕໍ່ເອົາໃຈໃສ່ຄຸ້ມຄອງອັດຕາແລກປ່ຽນ, ລາຄາສິນຄ້າ, ປະລິມານ M2, ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ຄຸ້ມຄອງໄດ້, ພ້ອມທັງ ສ້າງຄວາມເຂັ້ມແຂງໃຫ້ຄັງແຮສໍາຮອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນຳໃຊ້ເງິນກີບ ຕາມກົດໝາຍກຳນົດ ໃຫ້ມີປະສິດທິຜົນ ສືບຕໍ່ຈັດສັນແຫຼ່ງທຶນ ແລະ ສົ່ງເສີມ ຜູ້ປະກອບການຜະລິດພາຍໃນ ຕິດພັນກັບການປຸງແຕ່ງກະສິກຳເປັນສິນຄ້າ ເພື່ອສົ່ງອອກໃຫ້ມີຈຸດສຸມ, ຖືກເປົ້າໝາຍ ແລະ ສາມາດແຂ່ງຂັນໃນຕະຫຼາດແບບຍືນຍົງ; ສືບຕໍ່ຊອກຫາ ແລະ ຈັດສັນແຫຼ່ງທຶນ ໄວ້ເພື່ອແກ້ໄຂໜີ້ສິນ ໃຫ້ທັນເວລາ ເພື່ອບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊຳລະໜີ້ໄດ້; ສຸມໃສ່ພັດທະນາການບໍລິການ ແລະ ໂຄງລ່າງພື້ນຖານ ເພື່ອຮອງຮັບໃຫ້ການທ່ອງທ່ຽວ ໂດຍສະເພາະການສ້ອມແປງເສັ້ນທາງເຂົ້າສູ່ແຫຼ່ງທ່ອງທ່ຽວ ທີ່ເປັນເປົ້າໝາຍ ລວມທັງສົ່ງເສີມໃຫ້ພາກທຸລະກິດ ລົງທຶນພັດທະນາຟື້ນຟູແຫຼ່ງທ່ອງທ່ຽວ ແລະ ອຸດສາຫະກຳການທ່ອງທ່ຽວ ໃຫ້ຫຼາຍຂຶ້ນ; ພ້ອມນັ້ນ, ສືບຕໍ່ປັບປຸງ ແລະ ຍົກສູງຄຸນະພາບການບໍລິການຜູ້ໂດຍສານທາງລົດໄຟ ແລະ ການບໍລິການຂົນສົ່ງສິນຄ້າ ໃຫ້ປອດໄພ, ສະດວກ, ວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນ; ສືບຕໍ່ເລັ່ງປັບປຸງກົນໄກການອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃຫ້ດີຂຶ້ນ ຕາມບັນດາໜ້າວຽກຕົວຈິງ ທີ່ໄດ້ກຳນົດໃນ ມາດຕາ 5 ຂອງດຳລັດນາຍົກລັດຖະມົນຕີ ເລກທີ 90, ລົງວັນທີ 31 ມັງກອນ 2023, ສືບຕໍ່ເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນ ຂອງຕ່າງປະເທດ ທີ່ໄດ້ອະນຸມັດແລ້ວ ໃຫ້ມີຄວາມຄືບໜ້າ ແລະ ມີຜົນໄດ້ຮັບຕົວຈິງຕາມແຜນທີ່ວາງໄວ້; ສືບຕໍ່ສຸມໃສ່ພັດທະນາສີມືແຮງງານ ໃຫ້ມີຄຸນະພາບ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ; ສືບຕໍ່ປັບປຸງກົນໄກການຂຶ້ນທະບຽນ ແລະ ອອກໃບຕາດິນ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມສະດວກວ່ອງໄວ ແລະ ຮັບປະກັນຄວາມຖືກຕ້ອງ ຕາມທິດຫັນເປັນທັນສະໄໝ; ສືບຕໍ່ກະກຽມຄວາມພ້ອມ ແລະ ຈັດງານກິລາແຫ່ງຊາດຄົນພິການ ທີ່ຈະຈັດຂຶ້ນໃນເດືອນກຸມພາ ຢູ່ແຂວງຊຽງຂວາງ ໃຫ້ມີບັນຍາກາດຟົດຟື້ນ ແລະ ຮັບປະກັນໃຫ້ມີຄວາມປອດໄພຮອບດ້ານ; ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນການຢ້ຽມຢາມ ຂອງການນໍາຂັ້ນສູງ ໃຫ້ເປັນຮູບປະທໍາ ໂດຍສະເພາະ ຜົນການຢ້ຽມຢາມ ແລະ ບົດບັນທຶກການຮ່ວມມືກັບປະເທດເພື່ອນມິດຍຸດທະສາດ. ສຸມໃສ່ກະກຽມຄວາມພ້ອມຮອບດ້ານ ເພື່ອຕ້ອນຮັບການຢ້ຽມຢາມທາງການ ຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ການເຄື່ອນໄຫວຕ່າງປະເທດ ຂອງການນຳ ຕາມແຜນການ. ພ້ອມກັນນັ້ນ ກໍເອົາໃຈໃສ່ຕິດຕາມສະພາບການສາກົນ ແລະ ພາກພື້ນ ຢ່າງໃກ້ຊິດ ເພື່ອກຳນົດທັດສະນະ ແລະ ມາດຕະການຮັບມືແຕ່ຫົວທີ.

ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງສະມາຊິກລັດຖະບານ ຈົ່ງນຳເອົາແຜນຈຸດສຸມປະຈຳເດືອນກຸມພາ 2023 ໄປຫັນເປັນແຜນຈັດຕັ້ງປະຕິບັດ ຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບ ແລະ ກຳນົດຄາດໝາຍ ໃນແຕ່ລະໄລຍະ ໃຫ້ສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ແລະ ໄດ້ຮັບຜົນເປັນຢ່າງດີ.

ລັດຖະບານຈັດກອງປະຊຸມ

ຂອບໃຈຂໍ້ມູນຈາກ:

https://bit.ly/3XcsOpK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/