ເມື່ອບໍ່ດົນມານີ້ ທະນາຄານຢູ່ລາວເຮົາຈຳນວນໜຶ່ງ ໄດ້ອອກມາປະກາດແຈ້ງເຕືອນໄພອັນຕະລາຍກ່ຽວກັບມິດສາຊີບໄດ້ແອບອ້າງເອົາຮູບພາບ ແລະ ບັດຂອງພະນັກງານທະນາຄານ ໄປເຄື່ອນໄຫວສ້າງບັນຊີ Facebook ປອມ ເພື່ອຫຼອກລວງໃຫ້ຫຼົງເຊື່ອກ່ຽວກັບການກູ້ຢືມເງິນທະນາຄານດ້ວຍຊ່ອງທາງອອນລາຍ ໂດຍໃຫ້ລາຍລະອຽດວ່າ ສາມາດກູ້ໄດ້ງ່າຍ, ດອກເບ້ຍຕ່ຳ, ໃຊ້ເອກະສານໜ້ອຍ, ບໍ່ມີຫຼັກຊັບຄ້ຳປະກັນ, ອະນຸມັດໄວ ເຊິ່ງຖ້າຫາກມີຄົນຫຼົງເຊື່ອ ກໍຈະໃຫ້ຂໍ້ມູນສ່ວນຕົວແກ່ກຸ່ມມິດສາຊີບ ແລະ ພວກເຂົາຈະຊັກຊວນໃຫ້ໂອນເງິນຄ່າທຳນຽມເພື່ອກູ້ເງິນໃຫ້ກ່ອນ ສຸດທ້າຍມິດສາຊີບກໍຈະຫາຍຕົວໄປພ້ອມກັບເງິນຄ່າທຳນຽມ ກວ່າທີ່ເຮົາຈະຮູ້ຕົວກໍອາດເສຍຊັບສິນໄປແລ້ວ. ສະນັ້ນ, ເຮົາຈະມີວິທີຮູ້ໄດ້ແນວໃດວ່າໃຜເປັນມິດສາຊີບ?, ຈະມີວິທີປ້ອງກັນແນວໃດກ່ອນໃຫ້ຂໍ້ມູນສ່ວນຕົວ? ແລະ ຈະກູ້ຢືມເງິນແນວໃດຈຶ່ງເອີ້ນວ່າປອດໄພ? ມື້ນີ້ພວກເຮົາມີຂໍ້ມູນມາຝາກ.



ທ່ານກຳລັງຕິດຕໍ່ກັບກຸ່ມມິດສາຊີບຢູ່ຫຼືບໍ່? ຖ້າຢາກຮູ້ ຈະມີວິທີສັງເກດແນວໃດ?
- ສັງເກດບັນຊີ Facebook ປອມໃຫ້ດີ
ສ່ວນຫຼາຍເປັນບັນຊີທີ່ຫາກໍສ້າງຂຶ້ນໃໝ່, ແອບອ້າງໃຊ້ຊື່ ແລະ ໂລໂກ້ຂອງທະນາຄານໃດໜຶ່ງ, ປະຫວັດການເຄື່ອນໄຫວບໍ່ມີຂໍ້ມູນຂ່າວສານອັບເດດ ມີພຽງແຕ່ຊັກຊວນໃຫ້ກູ້ເງິນອອນລາຍ, ການນໍາໃຊ້ຄຳສັບພາສາລາວມີຄວາມແປກ ຄ້າຍຄືກັບແປມາຈາກ Google Translate, ມັກຈະລົງຮູບຕັດຕໍ່ພະນັກງານໃນຊຸດເຄື່ອງແບບ ແລະ ລົງຮູບບັດພະນັກງານ ເພື່ອໃຫ້ເຫຍື່ອຕາຍໃຈ, ມັກຈະໃຫ້ຕິດຕໍ່ຜ່ານ WhatsApp ແລະ ເບີທີ່ໃຫ້ແມ່ນເປັນເບີມືຖື ທີ່ບໍ່ແມ່ນເບີດຽວກັນກັບເວັບໄຊທາງການຂອງທະນາຄານລົງໄວ້, ບັນຊີ Page ຂອງທະນາຄານຖືກປ່ຽນຊື່ໃໝ່ ຫຼື ສ້າງຂຶ້ນໃໝ່ເລື້ອຍໆ.
ຕົວຢ່າງບັນຊີ Facebook ປອມ:

- ຍື່ນເອກະສານຂໍກູ້ຢືມທາງອອນລາຍ
ທັນທີທີ່ທ່ານໄດ້ເຫັນປະໂຫຍກນີ້ ໃຫ້ຕັ້ງຂໍ້ສົງໄສໄວ້ກ່ອນເລີຍວ່າ ທ່ານອາດກຳລັງລົມກັບມິດສາຊີບແລ້ວ ເພາະການກູ້ຢືມເງິນຈາກສະຖາບັນການເງິນໃດໜຶ່ງຢູ່ ສປປ ລາວ ຈະຕ້ອງມີເອກະສານຂໍ້ມູນສ່ວນຕົວຂອງຜູ້ກູ້ຢຶມ ລວມທັງຫຼັກຊັບຄ້ຳປະກັນ ແລະ ຈະຕ້ອງຕິດຕໍ່ພົວພັນກັບທະນາຄານ ຫຼື ສະຖາບັນການເງິນນັ້ນໆ ເພື່ອຢັ້ງຢືນວ່າຜູ້ສະເໜີຂໍກູ້ຢືມມີຕົວຕົນຢູ່ຈິງ. ຂໍ້ນີ້ລະວັງໃຫ້ດີ ຢ່າໃຫ້ຂໍ້ມູນສ່ວນຕົວຂອງທ່ານໄປໂດຍງ່າຍດາຍ ເຊັ່ນ: ຊື່ ແລະ ນາມສະກຸນ, ເບີໂທຕິດຕໍ່, ເລກບັນຊີທະນາຄານ, ຮູບຖ່າຍບັດປະຈຳຕົວ ແລະ ເອກະສານອື່ນໆ ເພາະຂໍ້ມູນຂອງທ່ານ ກຳລັງຕົກຢູ່ໃນມືຂອງມິດສາຊີບ ແລະ ຂໍ້ມູນສ່ວນຕົວຂອງທ່ານອາດຖືກນໍາໃຊ້ໄປຕົວະຍົວະຫຼອກລວງຄົນອື່ນຕໍ່.
- ບໍ່ມີຫຼັກຊັບຄ້ຳປະກັນ ແຕ່ມີຄ່າທຳນຽມທີ່ຕ້ອງຈ່າຍ
ໂດຍສ່ວນໃຫຍ່ແລ້ວ ທຸກການກູ້ຢືມຜ່ານທະນາຄານ ຫຼື ສະຖາບັນການເງິນ ຕ້ອງມີຫຼັກຊັບ ຫຼື ອາດເປັນເງິນເດືອນຄ້ຳປະກັນ ອີງຕາມລະບຽບການສະເພາະຂອງແຕ່ລະທະນາຄານ. ດັ່ງນັ້ນ, ຖ້າທ່ານພົບເຫັນການກູ້ຢືມທີ່ບໍ່ມີຫຼັກຊັບຄ້ຳປະກັນໃດໆ ຂໍໃຫ້ທ່ານສົງໄສໄວ້ກ່ອນເລີຍວ່າ ແມ່ນຖືກກຸ່ມມິດສາຊີບຊັກຊວນໃຫ້ທ່ານຈ່າຍຄ່າທຳນຽມແທນການນໍາໃຊ້ຫຼັກຊັບຄ້ຳປະກັນແລ້ວ. ຂັ້ນຕອນນີ້ສຳຄັນ ເມື່ອລໍ້ລວງທ່ານຈົນມາຮອດນີ້ ຖືວ່າຂະບວນການໃກ້ສຳເລັດແລ້ວ, ຕໍ່ໄປແມ່ນທ່ານຕ້ອງໂອນຄ່າທຳນຽມໄປໃຫ້ພວກເຂົາກ່ອນ ຈຶ່ງຈະອະນຸມັດເງິນກູ້ໃຫ້ ໂດຍຄ່າທຳນຽມທີ່ພົບເຫັນສ່ວນໃຫຍ່ແມ່ນປະມານ 7% ຂອງມູນຄ່າກູ້ຢືມ (ຍົກຕົວຢ່າງ: ສະເໜີຂໍກູ້ 75.000.000 ລ້ານກີບ ຄ່າທຳນຽມທີ່ຕ້ອງໂອນກ່ອນແມ່ນ 5.250.000 ກີບ) ແລະ ເລກບັນຊີທະນາຄານທີ່ພວກມິດສາຊີບໃຫ້ມາ ຈະເປັນເລກບັນຊີຂອງທະນາຄານອື່ນ ເຊິ່ງບໍ່ແມ່ນທະນາຄານທີ່ມິດສາຊີບປອມຕົວແອບແຝງ. ມາຮອດຂັ້ນຕອນນີ້ ຖ້າທ່ານບໍ່ກວດສອບໂດຍລະອຽດ ແລະ ກົດໂອນໄວ ແນ່ນອນວ່າທ່ານຈະກາຍເປັນເຫຍື່ອຂອງມິດສາຊີບທັນທີ! ສຸດທ້າຍ, ກວ່າທີ່ທ່ານຈະຮູ້ຕົວອີກເທື່ອໜຶ່ງ ກໍບໍ່ສາມາດຕິດຕໍ່ພວກມິດສາຊີບໄດ້ແລ້ວ.

ແລ້ວຖ້າຢາກກູ້ຢືມເງິນແບບປອດໄພ ຈະຕ້ອງເຮັດແນວໃດ?
ເມື່ອມີຈຸດປະສົງຢາກກູ້ຢືມເງິນ ໂດຍຫຼີກເວັ້ນຄວາມສ່ຽງຕົກເປັນເຫຍື່ອເງິນກູ້ອອນລາຍຈາກກຸ່ມມິດສາຊີບ ໃຫ້ປະຕິບັດດັ່ງນີ້:
- ເຂົ້າພົບ ຫຼື ຕິດຕໍ່ໂດຍກົງກັບທະນາຄານ ຫຼື ສະຖາບັນການເງິນ ຜ່ານຊ່ອງທາງທີ່ເປັນທາງການເທົ່ານັ້ນ;
- ຍັງບໍ່ມີທະນາຄານ ຫຼື ສະຖາບັນການເງິນໃດ ໄດ້ຮັບອະນຸຍາດດຳເນີນການກູ້ຢືມເງິນແບບອອນລາຍຢູ່ ສປປ ລາວ. ດັ່ງນັ້ນ, ໃຫ້ຫຼີກເວັ້ນທຸກການໃຫ້ຂໍ້ມູນສ່ວນຕົວເພື່ອຂໍກູ້ຢືມເງິນອອນລາຍແກ່ກຸ່ມມິດສາຊີບ ເພາະທ່ານອາດຕົກເປັນເຫຍື່ອ ແລະ ຖືກນໍາໃຊ້ຂໍ້ມູນສ່ວນຕົວ ໄປເຮັດໃນສິ່ງທີ່ຜິດກົດໝາຍ.
- ມີສະຕິລະວັງຕົວ, ເມື່ອບໍ່ແນ່ໃຈ ໃຫ້ກວດສອບຂໍ້ມູນລະອຽດ ແລະ ໂທສອບຖາມກັບທະນາຄານ ຫຼື ສະຖາບັນການເງິນໂດຍກົງ.
- ນອກນັ້ນ, ເພື່ອຮັບປະກັນວ່າທ່ານກຳລັງພົວພັນກັບທະນາຄານ ຫຼື ສະຖາບັນການເງິນທີ່ມີຕົວຕົນ ໃຫ້ກວດສອບວ່າທະນາຄານ ຫຼື ສະຖາບັນການເງິນ ທີ່ທ່ານກຳລັງຕິດຕໍ່ພົວພັນຢູ່ນັ້ນ ໄດ້ຮັບອະນຸຍາດສ້າງຕັ້ງຖືກກົດໝາຍຫຼືບໍ່? ເຊິ່ງທ່ານສາມາດກວດໄດ້ທີ່ https://bit.ly/42xYkBV ສຳລັບລາຍຊື່ທະນາຄານ ແລະ https://bit.ly/41wkqU5 ສຳລັບລາຍຊື່ສະຖາບັນການເງິນ ທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມກົົດໝາຍ.
ແຫຼ່ງຂໍ້ມູນອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/