ທະນາຄານກາງຂອງຣັດເຊຍ ປະກາດວ່າກຳລັງກະກຽມການຫັນໄປໃຊ້ UnionPay ແທນທີ່ Visa ແລະ Mastercard. ການປະກາດດັ່ງກ່າວມີຂຶ້ນຫຼັງຈາກ Visa ແລະ Mastercard ຜູ້ໃຫ້ບໍລິການເຄືອຂ່າຍການຈ່າຍເງິນລາຍໃຫຍ່ຂອງອາເມຣິກາແຈ້ງການຢຸດໃຫ້ບໍລິການໃນຣັດເຊຍ ເຊັ່ນດຽວກັນກັບບໍລິສັດຊັ້ນນໍາຂອງໂລກຈໍານວນຫຼາຍໄດ້ຕັດສາຍສຳພັນທາງທຸລະກິດກັບຣັດເຊຍ ເພື່ອປະທ້ວງການປະຕິບັດການທາງທະຫານຂອງຣັດເຊຍ ທີ່ມີຕໍ່ຢູເຄຣນ.
ທະນາຄານກາງຣັດເຊຍຍັງກ່າວວ່າ ທະນາຄານຣັດເຊຍຈໍານວນຫຼາຍກໍາລັງກະກຽມອອກບັດ UnionPay ໃຫ້ແກ່ລູກຄ້າຂອງພວກເຂົາ ເຊິ່ງຈະສາມາດໃຊ້ງານໄດ້ 180 ປະເທດ.

ເຖິງແມ່ນວ່າທະນາຄານຣັດເຊຍຈໍານວນຫຼາຍໄດ້ໃຊ້ UnionPay ແລ້ວ ແຕ່ທະນາຄານໃຫຍ່ອື່ນໆເຊັ່ນ Sberbank ແລະ Tinkoff ຄາດວ່າຈະເລີ່ມອອກບັດເຄຣດິດຮ່ວມກັນໃນໄວໆນີ້ລະຫວ່າງ UnionPay ແລະ Mir ເຊິ່ງເປັນລະບົບການຈ່າຍເງິນທ້ອງຖິ່ນຂອງຣັດເຊຍ.

Union Pay ແມ່ນໜຶ່ງໃນເຄືອຂ່າຍການຈ່າຍເງິນ ທີ່ເປັນເຄືອຂ່າຍມາຈາກຈີນ ເຊິ່ງໄດ້ຮ່ວມມືກັບທະນາຄານ ແລະ ສະຖາບັນການເງິນທົ່ວໂລກ ເພື່ອເປັນຕົວກາງໃນການໃຊ້ຈ່າຍ ບໍ່ວ່າຈະເປັນການຊື້ສິນຄ້າ ຫຼື ການບໍລິການ. ຜູ້ໃຊ້ບັດ UnionPay ສາມາດສັງເກດຮ້ານຄ້າທີ່ເຂົ້າຮ່ວມຢ່າງງ່າຍໆໂດຍການສັງເກດສັນຍະລັກ UnionPay ທີ່ຕິດຢູ່ຕາມສະຖານທີ່ ຫຼື ຕູ້ ATM ຕ່າງໆ, ຕ່າງຈາກ Visa ແລະ Mastercard ທີ່ມີຕົ້ນທາງເຄືອຂ່າຍມາຈາກ ປະເທດອາເມຣິກາ ເຊິ່ງໄດ້ຮັບການຍອມຮັບ ແລະ ເປັນທີ່ນິຍົມຫຼາຍກວ່າ. ສະນັ້ນເຮົາຈຶ່ງມັກເຫັນວ່າ ຮ້ານຄ້າ ຫຼື ການໃຫ້ບໍລິການຕ່າງໆຈໍານວນຫຼາຍຈຶ່ງສະເໜີທາງເລືອກ ໃນການຈ່າຍເງິນສໍາລັບ Visa ແລະ Mastercard ເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/