ຣັດເຊຍວາງແຜນຊື້ເງິນຢວນຂອງຈີນ 70,000 ລ້ານໂດລາ ແລະ ຊື້ສະກຸນເງິນຂອງປະເທດພັນທະມິດ ເພື່ອຫວັງລົດການແຂງຄ່າຂອງເງິນ Ruble

ຣັດເຊຍ

ຣັດເຊຍ ວາງແຜນເຂົ້າຊື້ເງິນຢວນຂອງຈີນ ດ້ວຍມູນຄ່າກວ່າ 70,000 ລ້ານໂດລາ ພ້ອມທັງສະກຸນເງິນອື່ນໆຂອງປະເທດພັນທະມິດເພື່ອລົດການແຂງຄ່າຂອງເງິນ Ruble ກ່ອນທີ່ຈະປັບຍຸດທະສາດໃນໄລຍະຍາວຂອງປະເທດ ດ້ວຍການຂາຍເງິນຢວນອອກເພື່ອນຳເງິນມາໃຊ້ໃນການລົງທຶນ.

ດ້ວຍກຳໄລຈາກການສົ່ງອອກນໍ້າມັນ ແລະ ອາຍແກ໊ສທີ່ເພີ່ມສູງຂຶ້ນຫຼາຍ ມັນຈຶ່ງເຮັດໃຫ້ຄ່າເງິນ Ruble ແຂງຄ່າຂຶ້ນຫຼາຍ ຈາກຕົວເລກທີ່ເກີນດຸນເປັນສະຖິຕິໃໝ່ ຈຶ່ງເປັນທີ່ມາຂອງແຜນທີ່ຈະເຂົ້າຊື້ເງິນຢວນຂອງຈີນ ໃນຄັ້ງນີ້.

Alexander Isakov ນັກເສດຖະສາດປະຈຳຣັດເຊຍ ກ່າວວ່າ: “ການຖືຄອງເງິນຢວນຂອງຣັດເຊຍ ຈະຊ່ວຍໃຫ້ເງິນ Ruble ທີ່ແຂງຄ່າແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ສາມາດຜ່ອນຄາຍລົງ ສຳລັບປະເທດທີ່ເປັນກາງ ການເຂົ້າຊື້ສະກຸນເງິນເຫຼົ່ານີ້ ຈະຊ່ວຍໃຫ້ຄ່າເງິນຂອງປະເທດນັ້ນໆແຂງຄ່າຂຶ້ນ ແລະ ຊ່ວຍບັນເທົາຕົ້ນທຶນໃນການນຳເຂົ້າສິນຄ້າຕ່າງໆ”.

ຣັດເຊຍ

ຈາກກະແສຂ່າວດັ່ງກ່າວສົ່ງຜົນໃຫ້ຄ່າເງິນຢວນຂອງຈີນແຂງຄ່າຂຶ້ນທັນທີເມື່ອທຽບໃສ່ສະກຸນເງິນໂດລາຂອງສະຫະລັດ ເຊັ່ນດຽວກັນກັບສະກຸນເງິນຂອງ ຕຸຣກີ ທີ່ແຂງຄ່າຂຶ້ນແລ້ວ ປະມານ 1% ສ່ວນຄ່າເງິນ ຣູປີ ຂອງອິນເດຍກໍມີການແຂງຄ່າຂຶ້ນເລັກນ້ອຍເຊັ່ນດຽວກັນ.

ຣັດເຊຍ

ແຜນງານດັ່ງກ່າວຂອງຣັດເຊຍ ໄດ້ຮັບການສະໜັບສະໜູນໃນຖານະຍຸດທະສາດສະເພາະກິດລະຫວ່າງການປະຊຸມຂອງຄະນະລັດຖະມົນຕີລະດັບສູງ ແລະ ທະນາຄານກາງຂອງຣັດເຊຍ ເມື່ອວັນທີ 30 ສິງຫາ ທີ່ຜ່ານມາ.

ເຊິ່ງແຜນງານປັບຍຸດທະສາດຄັ້ງນີ້ຂອງຣັດເຊຍເປັນຜົນມາຈາກມາດຕະການຂວໍ້າບາດຈາກບັນດາປະເທດ ຕາເວັນຕົກ ເຊິ່ງສົ່ງຜົນໃຫ້ເງິນທຶນສຳຮອງໃນຕ່າງປະເທດຂອງຣັດເຊຍປະມານເຄິ່ງໜຶ່ງຈຳນວນປະມານ 3 ແສນລ້ານລ້ານໂດລາ ຖືກແຊ່ແຂງຈົນບໍ່ສາມາດເຮັດທຸລະກຳຫຍັງໄດ້.  

ຫຼາຍປີທີ່ຜ່ານມາ ຣັດເຊຍໄດ້ມີຄວາມພະຍາຍາມຄວບຄຸມຄ່າໃຊ້ຈ່າຍ ແລະ ສຳຮອງເງິນທຶນໄວ້ເປັນຈຳນວນຫຼາຍໃນສະກຸນເງິນໂດລາ, ຢູໂຣ ແລະ ເງິນອື່ນໆ ເພື່ອປ້ອງກັນຄວາມສ່ຽງຈາກສະພາວະເສດຖະກິດທີ່ຜັນຜວນຈາກລາຄານໍ້າມັນ. ແຕ່ຫຼັງຈາກການຂວໍ້າບາດ ແລະ ການແຊ່ແຂງ ເງິນທຶນສຳຮອງມູນຄ່າປະມານ 3 ແສນລ້ານໂດລາ ຈະບໍ່ສາມາດຊ່ວຍຫຍັງຣັດເຊຍໄດ້ເລີຍ.

ຣັດເຊຍ

ມີລາຍງານອອກມາອີກວ່າ ລວມໆແລ້ວການຖືຄອງເງິນຢວນຂອງຣັດເຊຍອາດສູງເຖິງ 1.8 ແສນລ້ານໂດລາ ຖ້າລວມຈາກເງິນເກົ່າທີ່ມີຢູ່ແລ້ວ ກັບການເຂົ້າຊື້ເພີ່ມໃນຄັ້ງນີ້. ໂດຍເງິນຢວນຈຳນວນ 1.8 ແສນລ້ານໂດລາ ນີ້ ຈະຖືກໃຊ້ເປັນເງິນລົງທຶນສຳຮອງສຳລັບ 3-5 ປີທາງໜ້າ ໃນສ່ວນຂອງເທັກໂນໂລຢີ ແລະ ໂຄງສ້າງພື້ນຖານດ້ານການຂົນສົ່ງ ໂທລະຄົມມະນາຄົມ ເພື່ອເຊື່ອມຕໍ່ກັບອາຊີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply