ອາເມຣິກາ ພ້ອມກັບບັນດາພັນທະມິດຂອງໂລກຕາເວັນຕົກ ຕົກລົງທີ່ຈະຕັດບາງທະນາຄານຣັດເຊຍອອກຈາກລະບົບ SWIFT ທີ່ເປັນຕົວກາງສໍາລັບການໂອນເງິນຂ້າມປະເທດ. ຍ້ອນເຫດນັ້ນ, ສົ່ງຜົນໃຫ້ຣັດເຊຍໄດ້ຮັບຜົນກະທົບດ້ານການເງິນຢ່າງໜັກໜ່ວງ.
ບັນດາປະເທດຈາກຊາດຕາເວັນຕົກລວມທັງຄະນະກຳມາທິການຢູໂຣບ ຫຼືວ່າ EU ປະກອບມີ ຝຣັ່ງ, ເຢຍລະມັນ, ອີຕາລີ, ອັງກິດ, ແຄນນາດາ ແລະ ອາເມຣິກາໄດ້ຮ່ວມກັນອອກຖະແຫຼງການວ່າ ຈະຕັດບາງທະນາຄານໃນຣັດເຊຍອອກຈາກ ລະບົບ SWIFT ເພື່ອຮັບປະກັນວ່າທະນາຄານຣັດເຊຍຈະຖືກຕັດຂາດຈາກລະບົບການເງິນສາກົນ ແລະ ຈະສົ່ງຜົນໃຫ້ບໍ່ສາມາດເຮັດທຸລະກໍາໃນລະດັບສາກົນໄດ້.

SWIFT ຫຍໍ້ມາຈາກ Society for Worldwide Interbank Financial Telecommunication ເປັນອົງການອິດສະຫຼະຕັ້ງຢູ່ປະເທດເບລຢຽມທີ່ເຮັດໜ້າທີ່ເປັນລະບົບການສົ່ງຂໍ້ຄວາມພາຍໃນລະຫວ່າງທະນາຄານ ແລະ ສະຖາບັນການເງິນຫຼາຍກວ່າ 11,000 ແຫ່ງ ໃນ 200 ກວ່າປະເທດ.

ການຕັດຣັດເຊຍອອກຈາກລະບົບ SWIFT ຫຼື ສະມາຄົມໂທລະຄົມທາງດ້ານການເງິນໂລກຄັ້ງນີ້ ຈະປ້ອງກັນບໍ່ໃຫ້ທະນາຄານຣັດເຊຍເຮັດທຸລະກໍາທາງດ້ານການເງິນ ກັບທະນາຄານຂອງປະເທດອື່ນໆ ໄດ້ຢ່າງປອດໄພ. ກໍລະນີແບບນີ້ ໃນປີ 2014 ອີຣານເຄີຍຖືກຕັດອອກຈາກລະບົບ SWIFT ພາຍຫຼັງທີ່ໄດ້ສືບຕໍ່ພັດທະນາໂຄງການນິວເຄຼຍຂອງຕົນ.

SWIFT ກ່າວໃນຖະແຫຼງການຂອງຕົນວ່າ ການຕັດສິນໃຈໃດໆ ຫຼື ການວາງມາດຕະການລົງໂທດຕໍ່ແຕ່ລະປະເທດ ຫຼື ອົງການ ມັນຂຶ້ນກັບໜ່ວຍງານລັດຖະບານທີ່ມີອຳນາດ ແລະ ສະມາຊິກນິຕິບັນຍັດທີ່ກ່ຽວຂ້ອງເທົ່ານັ້ນ. ການລວມຕົວພາຍໃຕ້ກົດໝາຍຂອງເບລຢຽມ ພັນທະຂອງພວກເຮົາແມ່ນເພື່ອປະຕິບັດຕາມກົດລະບຽບທີ່ກ່ຽວຂ້ອງກັບ EU ແລະ ເບລຢຽມ.
ນອກຈາກນັ້ນ, ອາເມຣິກາ ແລະ ບັນດາປະເທດພັນທະມິດກໍໄດ້ປະກາດວ່າ ພວກເຂົາເຈົ້າຈະວາງມາດຕະການທີ່ເຄັ່ງຄັດເພື່ອປ້ອງກັນບໍ່ໃຫ້ທະນາຄານກາງຣັດເຊຍ ສາມາດນຳໃຊ້ເງິນທຸນສຳຮອງລະຫວ່າງປະເທດ ໃນລັກສະນະທີ່ສາມາດທຳລາຍການລົງໂທດທາງເສດຖະກິດຄັ້ງນີ້ໄດ້.

ວັນທີ 25 ກຸມພາ ທີ່ຜ່ານມານີ້ ກະຊວງການເງິນອາເມຣິກາກ່າວວ່າ, ລັດຖະບານອາເມຣິກາໄດ້ວາງມາດຕະການລົງໂທດຕໍ່ປະທານາທິບໍດີຣັດເຊຍ Vladimir Putin ແລະ ບັນດາເຈົ້າໜ້າທີ່ລະດັບສູງຂອງຣັດເຊຍລວມມີ ລັດຖະມົນຕີກະຊວງການຕ່າງປະເທດ Sergei Lavrov, ລັດຖະມົນຕີກະຊວງປ້ອງກັນປະເທດ Sergei Shoigu ແລະ ຫົວໜ້າເສນາທິການ Valery Gerasimov. ເພື່ອຕອບໂຕ້ການບຸກໂຈມຕີ ຢູເຄຣນ ຂອງຣັດເຊຍຄັ້ງນີ້.
ແຖມກ່ອນໜ້ານີ້ ໂຄສົກທຳນຽບຂາວ ກ່າວໃນ Twitter ວ່າ ກະຊວງການເງິນອາເມຣິກາ ຈະກຳນົດການລົງໂທດຢ່າງເຕັມຮູບແບບ ກັບກອງທຶນເພື່ອການລົງທຶນໂດຍກົງຂອງຣັດເຊຍ (Russian Direct Investment Fund) ທີ່ເປັນຂອງລັດຖະບານຣັດເຊຍ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/