ຂຶ້ນຊື່ວ່າເຫັດ ກໍລ້ວນແຕ່ມີສັບພະຄຸນທາງອາຫານຫຼາກຫຼາຍ ແຕ່ສຳລັບເຫັດນິ້ວມືຄົນຕາຍນີ້ ແຕກຕ່າງອອກໄປ ທັງໃນດ້ານສັບພະຄຸນ ແລະ ລັກສະນະພາຍນອກ ທີ່ບໍ່ວ່າໃຜພົບເຫັນຄັ້ງທຳອິດຮັບຮອງວ່າຕ້ອງມີຫຼອນກັນແນ່ນອນ.

Dead Man’s Finger ຫຼື ມັກເອີ້ນກັນວ່າເຫັດນິ້ວມືຄົນຕາຍ ທີ່ມີຊື່ທາງວິທະຍາສາດວ່າ Xylaria polymorpha ເປັນຣາປະເພດ saprobic ເກີດຂຶ້ນທຸກລະດູຕາມໂຄນຕົ້ນໄມ້ ແລະ ຕາມຕໍໄມ້ເນື້ອແຂງທີ່ຕາຍແລ້ວ.

ມັນມີລັກສະນະເປັນທ່ອນຍາວໆສີນ້ຳຕານເຂັ້ມ ແລະ ດຳ ຕິດໆກັນ 3-6 ທ່ອນ, ມີເສັ້ນຜ່າສູນກາງ 0.5 ຊັງຕີແມັດ ມີຄວາມຍາວ 3-7 ຊັງຕີແມັດ, ລຳຕົ້ນໂຄ້ງງໍໜ້ອຍໜຶ່ງຄືກັບນິ້ວມືຄົນ, ສ່ວນປາຍຂອງມັນມີສີຂາວໆທີ່ໃຊ້ໄວ້ສຳລັບປ່ອຍສະປໍອອກມາ. ຈາກຈຳນວນ ແລະ ລັກສະນະພາຍນອກ ເຮັດໃຫ້ເກີດການເຂົ້າໃຈຜິດເລື້ອຍໆວ່າເປັນນິ້ວມືຄົນ ຖ້າຫາກວ່າພົບເຫັນຄັ້ງທຳອິດ.

ເຫັດດັ່ງກ່າວນີ້ ພົບເຫັນໄດ້ໃນສະຫະລາຊະອານາຈັກ, ໄອແລນ ລວມເຖິງຢູໂຣບແຜ່ນດິນໃຫຍ່ ແລະ ອາເມຣິກາເໜືອ. ເປັນ saprotrophic ເຊື້ອຣາທີ່ມີຄຸນສົມບັດຍ່ອຍສະຫຼາຍໂມເລກຸນຂອງສານອິນຊີ ໃຫ້ກັບຄືນສູ່ລະບົບນິເວດ ແລະ ພືດດັ່ງກ່າວບໍ່ສາມາດກິນໄດ້.
ດັ່ງນັ້ນ, ຖ້າພົບເຫັນ ກໍຢ່າຟ້າວແລ່ນໜີ ຫຼື ເກັບມາກິນເທື່ອ ເຖິງຈະເປັນໄປໄດ້ຍາກທີ່ຈະພົບເຫັນເຫັດນິ້ວຄົນຕາຍນີ້ ຢູ່ແຖວບ້ານກໍຕາມ!

ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment