ຢູໂຣບ ອະນຸມັດກົດໝາຍ ຢຸດຂາຍພາຫະນະທີ່ປ່ອຍຄາບອນໄດອັອກໄຊ ໃນປີ 2035


ອີກໜຶ່ງປັດໄຈສຳຄັນທີ່ເປັນຕົວເລັ່ງໃຫ້ໂລກມະນຸດເຮົາກຳລັງປະເຊີນກັບສະພາວະໂລກຮ້ອນໄວຂຶ້ນນັ້ນກໍຄື ອາຍ ຄາບອນໄດອັອກໄຊ ທີ່ຖືກປ່ອຍອອກມາຈາກທໍ່ຂອງລົດ ທີ່ສັນຈອນໄປມາຕາມທ້ອງຖະໜົນ ເຊິ່ງມີຈຳນວນຫຼາຍຈົນນັບບໍ່ຖ້ວນ. ເພື່ອເປັນການລົດຜ່ອນປະຕິກິລິຍາດັ່ງກ່າວ ບັນດາປະເທດໃນສະຫະພາບຢູໂຣບ ຫຼື EU ໄດ້ໃຫ້ການອະນຸມັດກົດໝາຍສຳຄັນທີ່ຈະສົ່ງຜົນໃຫ້ EU ຈະຢຸດການຈຳໜ່າຍລົດທີ່ປ່ອຍອາຍກ໊າສຄາບອນໄດອັອກໄຊ ໃນປີ 2035 ຫຼືໃນອີກ 12 ປີ ທາງໜ້ານີ້.

ໂດຍການອະນຸມັດຈາກບັນດາລັດຖະມົນຕີວ່າການກະຊວງພະລັງງານຂອງ 27 ປະເທດ ໃນ EU ຄັ້ງນີ້ ຈະສົ່ງຜົນໃຫ້ນະໂຍບາຍການຮັບມືພາວະໂລກຮ້ອນສຳລັບກຸ່ມພາຫະນະຈະມີຜົນບັງຄັບໃຊ້ທັນທີ ໂດຍກົດໝາຍສະບັບນີ້ຈະບັງຄັບໃຫ້ພາຫານະ ຫຼື ລົດໃຫຍ່ຮຸ່ນໃໝ່ທຸກຄັນທີ່ຈະສົ່ງອອກສູ່ຕະຫຼາດນັບແຕ່ປີ 2035 ເປັນຕົ້ນໄປ ຈະຕ້ອງບໍ່ປ່ອຍກ໊າສຄາບອນໄດອັອກໄຊ ສູ່ຊັ້ນບັນຍາກາດໂລກ ແລະ ຕັ້ງແຕ່ປີ 2030 ລົດທຸກຄັນທີ່ຈຳໜ່າຍຈະຕ້ອງປ່ອຍ ຄາບອນໄດອັອກໄຊ ໃຫ້ໜ້ອຍລົງ 55% ຈາກລະດັບຂອງປີ 2021.

ຄະນະກຳມາທິການຢູໂຣບໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນອະນາຄົດຈະມີການກຳນົດແນວທາງປະຕິບັດທາງກົດໝາຍສຳລັບການຈຳໜ່າຍລົດໃໝ່ທີ່ໃຊ້ເຊື້ອໄຟ ໄຟຟ້າ (E-fuels) ໃນໄລຍະຫຼັງປີ 2035.

ແຕ່ຢ່າງໃດກໍຕາມ ກໍບໍ່ແມ່ນທຸກປະເທດໃນ EU ທີ່ຈະເຫັນດີນໍາການລົງມະຕິດັ່ງກ່າວ ເພາະປະເທດ ໂປແລນໄດ້ລົງມະຕິບໍ່ເຫັນດີນຳ ຂະນະທີ່ອິຕາລີ, ບັລແກເຣຍ ແລະ ໂຣມາເນຍ ງົດອອກສຽງ ເນື່ອງຈາກຊາດເຫຼົ່ານີ້ກັງວົນວ່າກົດໝາຍດັ່ງກ່າວຈະເຮັດໃຫ້ຕົ້ນທຶນໃນການຜະລິດລົດ ເພີ່ມສູງຂຶ້ນກວ່າເກົ່າຫຼາຍເທົ່າ. ຂະນະທີ່ອິຕາລີ ໄດ້ມີການຊຸກຍູ້ໃຫ້ມີການຍົກເວັ້ນສຳລັບລົດທີ່ໃຊ້ເຊື້ອໄຟຊີວະພາບ.

ການເຄື່ອນໄຫວດັ່ງກ່າວເປັນສ່ວນໜຶ່ງໃນຄວາມພະຍາຍາມຂອງ EU ທີ່ຈະຄວບຄຸມການປ່ອຍກ໊າສ ຄາບອນໄດອັອກໄຊ  ເຊິ່ງມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ພາວະໂລກຮ້ອນ ຕະຫຼອດຈົນຜົນກະທົບທີ່ນຳມາອີກຫຼາຍຢ່າງທີ່ເປັນອັນຕະລາຍຕໍ່ໂລກເຮົາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/