ກາຍເປັນບັນຫາທີ່ຍັງຍືດເຍື້ອມາດົນ ກັບເສິກຍາດ “ກິມຈິ” ລະຫວ່າງປະເທດຈີນ ແລະ ເກົາຫຼີ ທີ່ຕ່າງຝ່າຍກໍອອກມາບອກວ່າກິມຈິນັ້ນເປັນຂອງປະເທດຕົນເອງ ເຮັດໃຫ້ເກີດເສິກເທິງໂຊຊຽວມີເດຍກັນຢ່າງດຸເດືອດ.
(ສາມາດອ່ານເພີ່ມເຕີມໄດ້ທີ່: https://laox.la/world-news/6184/)

ເຊິ່ງເລື່ອງນີ້ເອງມີສ່ວນເຮັດໃຫ້ເອເຈນຊີຈາກປະເທດຈີນທີ່ເຮັດລາຍການກິນໂຊ “ຍົກເລີກສັນຍາ” ກັບຢູທູບເບີຊາວເກົາຫຼີທີ່ຊື່ວ່າ “Hamzy” ຫຼັງຈາກທີ່ລາວໄດ້ເວົ້າວ່າ ກິມຈິ ແລະ ຊຳ ເປັນອາຫານເກົາຫຼີ.
ເຫດການກ່ອນໜ້ານີ້ແມ່ນຢູທູບເບີຊາວຈີນທີ່ຊື່ວ່າ Dianxi Xiaoge ໄດ້ຖືກຊາວເນັດເກົາຫຼີວິພາກວິຈານ ຫຼັງຈາກທີ່ລາວອັບວີດີໂອຕອນກິນ “ຊຳ” ເຊິ່ງປະເທດຈີນເອງກໍມີວິທີກິນແບບຫໍ່ຜັກ ເຊິ່ງກໍເປັນວັດທະນະທຳທີ່ມີໃນຫຼາຍປະເທດໃນອາຊີ ລວມເຖິງລາວເອງກໍມີ, ແຕ່ໃນວິດີໂອລາວໄດ້ກິນຊີ້ນ, ໝາກເຜັດ ແລະ ກະທຽມຫໍ່ຜັກ ເຊິ່ງຄ້າຍຄືກັບການກິນຊຳຂອງເກົາຫຼີ.

ຕໍ່ມາ Hamzy ໄດ້ກົດຖືກໃຈຄອມເມັ້ນໜຶ່ງທີ່ຂຽນວ່າ “ໂອ໊ຍ! ຫຼັງຈາກເບິ່ງວິດີໂອທີ່ຄົນຈີນທີ່ບອກວ່າຊຳເປັນອາຫານຂອງພວກເຂົາເຈົ້າ ຂ້ອຍຮູ້ສຶກໃຈຮ້າຍຂຶ້ນມາເລີຍ” ຫຼັງຈາກນັ້ນ ຂໍ້ຄວາມດັ່ງກ່າວກໍຖືກແປໄປເປັນພາສາຈີນ ແລະ ເກີດກະແສດ້ານລົບຂຶ້ນ.

ຫຼັງຈາກຈາກນັ້ນ Hamzy ກໍອອກມາຂໍໂທດຜ່ານ Weibo Livestream ແລະ ອະທິບາຍວ່າໃນຄວາມຄິດຂອງລາວນັ້ນ ກິມຈິ ແລະ ຊຳ ເປັນອາຫານເກົາຫຼີ. ຈາກຄຳຕອບດັ່ງກ່າວເຮັດໃຫ້ເກີດເປັນກະແສຮອບສອງ ຈົນນຳໄປສູ່ການຍົກເລີກສັນຍາຈາກເອເຈນຊີຂອງປະເທດຈີນ, ໂດຍເອເຈນຊີໃຫ້ເຫດຜົນວ່າ Hamzy ດູໝິ່ນປະເທດຈີນ.
ດ້ານ Hamzy ກໍໄດ້ອອກມາຂຽນໃນຊ່ອງ YouTube ຂອງຕົວເອງວ່າ “ຖ້າຄົນຈີນໃຈຮ້າຍຍ້ອນການສື່ສານຜິດພາດ ຫຼື ການທີ່ໃຊ້ຄຳເວົ້າບໍ່ເໝາະສົມ ຂ້ອຍກໍຈະຂໍໂທດ” ແລະ ຍັງເວົ້າຕໍ່ອີກວ່າ “ແຕ່ຖ້າຂ້ອຍຕ້ອງເວົ້າວ່າກິມຈິເປັນອາຫານຈີນ ເພື່ອໃຫ້ໄດ້ເຮັດວຽກທີ່ຈີນ ຂ້ອຍກໍຈະບໍ່ເຮັດວຽກທີ່ນັ້ນອີກຕໍ່ໄປ”
ຂອບໃຈຂໍ້ມູນຈາກ: