ຢືນຢັນ! ຮູບເງົາຊີວະປະຫວັດ Michael Jackson ຈະເຂົ້າສາຍໃນປີ 2025


ເມື່ອປີ 2023 ທີ່ຜ່ານມາ ຜູ້ກຳກັບ Antoine Fuqua ໄດ້ກັບມາກວາດຄວາມສຳເລັດຄັ້ງໃໝ່ໃນຮູບເງົາ  The Equalizer 3 ທີ່ສາມາດກວາດລາຍໄດ້ທົ່ວໂລກໄປຫຼາຍກວ່າ 190 ລ້ານໂດລາ ແລະ ແນ່ນອນວ່າຕອນນີ້ກຳລັງພັດທະນາຮູບເງົາຊີວະປະຫວັດຂອງ Michael Jackson ຣາຊາເພງປັອບຢູ່ນັ້ນເອງ.

ໂດຍຫຼ້າສຸດທາງສະຕູດິໂອ Lionsgate ໄດ້ອອກມາຢືນຢັນແລ້ວວ່າຮູບເງົາເລື່ອງ Michael ເລື່ອງລາວຊີວະປະຫວັດຂອງຣາຊາເພງປັອບ Michael Jackson ຂອງຜູ້ກຳກັບ Antoine Fuqua ຈະເຂົ້າໂຮງສາຍໃນວັນ 18 ເມສາ 2025 ເຊິ່ງຜູ້ທີ່ຈະມາຮັບບົດ Michael Jackson ກໍບໍ່ແມ່ນຄົນອື່ນນັ້ນກໍຄືຫຼານຊາຍແທ້ໆຂອງຕົນເອງ Jaafar Jackson ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/