ຢຶດ ແລະ ກ່າວເຕືອນ! ສິນຄ້າບໍ່ຕິດສະຫຼາກພາສາລາວ ແລະ ສິນຄ້າຮຽນແບບ


ໃນທ້າຍເດືອນຕຸລາຜ່ານມາ ທ່ານ ທອງຄຳ ໂພທີສານ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ພ້ອມເຈົ້າໜ້າທີ່ກວດກາການຄ້າ ແລະ ສາທາລະນະສຸກເມືອງ ໄດ້ລົງເຄື່ອນໄຫວກວດກາ, ຕິດຕາມການຕິດສະຫຼາກລາຄາສິນຄ້າເປັນພາສາລາວ, ສິນຄ້າລອກຮຽນແບບ, ສິນຄ້າໝົດອາຍຸ ແລະ ອາຫານທີ່ມີສານເຄມີເຈືອປົນຕາມຕະຫຼາດຫຼັກ 8 ໃຕ້, ຕະຫຼາດຫຼັກ 14 ໃຕ້, ຕະຫຼາດຫຼັກ 13 ໃຕ້, ຫ້າງຮ້ານຂາຍເຄື່ອງສົ່ງ-ເຄື່ອງຍ່ອຍ, ມິນິມາດ ແລະ ຮ້ານຂາຍເຄື່ອງໃກ້ກັບບໍລິເວນໂຮງຮຽນ.

ຜ່ານການລົງກວດກາຕົວຈິງ ສາມາດຈັດຕັ້ງປະຕິບັດໄດ້ຮ້ານຄ້າທັງໝົດ 39 ຫົວໜ່ວຍຕິດພັນກັບການສຶກສາອົບຮົມ ແລະ ສ້າງບົດບັນທຶກກ່າວເຕືອນກັກຢຶດສິນຄ້າທີ່ລອກຮຽນແບບ, ສິນຄ້າໝົດອາຍຸໄດ້ຈຳນວນ 211 ອັນ/ກ່ອງ, ມູນຄ່າທັງໝົດ 6.703.000 ກີບ ເພື່ອເປັນການປົກປ້ອງຜູ້ບໍລິໂພກ, ການຊົມໃຊ້ ແລະ ບໍລິການ ສ່ວນສິນຄ້າດັ່ງກ່າວແມ່ນຈະນຳໄປຈັດພິທີທຳລາຍຕາມຂັ້ນຕອນ ແລະ ລະບຽບການ.

ຂໍ້ມູນຈາກ:

ເສດຖະກິດ-ການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/