ຢາກໃຫ້ມີຄືເພິ່ນ! ຊາຍຊາວຈີນລົງທຶນ ສ້າງ iPhone ແບບພັບຈໍໄດ້ແທ້ ໂດຍຕັ້ງຊື່ໃຫ້ວ່າ iPhone V


ໃນໄລຍະທີ່ຜ່ານມາ ໂທລະສັບທີ່ສາມາດພັບຈໍໄດ້ນັ້ນ ກາຍເປັນກະແສ ແລະ ໄດ້ຮັບຄວາມສົນໃຈກັນເປັນວົງກວ້າງ ຫຼາຍບໍລິສັດຊັ້ນນຳທີ່ຜະລິດໂທລະສັບຕ່າງກໍຜະລິດ ໂທລະສັບໜ້າຈໍພັບໄດ້ອອກມາປ້ອນສູ່ຕະຫຼາດບໍ່ວ່າຈະເປັນ Samsung Galaxy Z Fold ຫຼື Z Flip, Motorola Razr, Huawei Mate X, OPPO Find N Fold ແລະ  Vivo X Fold ເປັນຕົ້ນ.

ແຕ່ເບິ່ງຄືວ່າ ບໍລິສັດຜູ້ຜະລິດໂທລະສັບ ທີ່ໄດ້ຮັບຄວາມນິຍົມເປັນອັນດັບຕົ້ນຂອງໂລກ ຢ່າງ Apple ຈະຍັງບໍ່ມີທ່າທີ ຫຼື ຂ່າວທີ່ຈະມີການພັດທະນາ iPhone ທີ່ສາມາດພັບຈໍອອກມາໄດ້ເລີຍ. ແຕ່ບໍ່ຕ້ອງຖ້າທາງບໍລິສັດເປັນຄົນປະກາດ ເພາະຫຼ້າສຸດ YouTuber ຊາຍຊາວຈີນໄດ້ລົງທຶນສ້າງ iPhone ທີ່ສາມາດພັບຈໍໄດ້ແທ້ ເປັນທີ່ຮຽບຮ້ອຍແລ້ວ ໂດຍເປັນເຄື່ອງຕົ້ນແບບຮຸ່ນທຳອິດຂອງໂລກ ໂດຍໃຊ້ຊິ້ນສ່ວນຫຼາຍຢ່າງຈາກ Motorola Razr ມາຊ່ວຍພັດທະນາໃຫ້ iPhone ພັບໄດ້ຂອງລາວນັ້ນເກີດຂຶ້ນຈິງ.

ໂດຍ YouTuber ລາຍນີ້ມີຊື່ວ່າ Keijimx ແລະ ລາວໄດ້ເລືອກໃຊ້ iPhone X ທີ່ເປີດຕົວໄປເມື່ອ 5 ປີກ່ອນ ມາຖອດຊິ້ນສ່ວນໜ້າຈໍອອກຈາກຕົວເຄື່ອງ ເຊິ່ງເປັນຂັ້ນຕອນທີ່ຫຍຸ້ງຍາກທີ່ສຸດ ເນື່ອງຈາກ Apple ເລືອກໃຊ້ເທັກໂນໂລຢີໜ້າຈໍທີ່ມີຄວາມຊັບຊ້ອນສູງ ແລະ ຈຳເປັນຕ້ອງໃຊ້ຄວາມລະມັດລະວັງເປັນຢ່າງສູງໃນການແຍກຊັ້ນຕ່າງໆຂອງໜ້າຈໍອອກຈາກກັນໄປຈົນຮອດແຜງຂອງໜ້າຈໍ OLED ໂດຍທີ່ບໍ່ໃຫ້ເກີດຄວາມເສຍຫາຍຕໍ່ລະບົບການເຮັດວຽກຂອງໜ້າຈໍ.

     Keijimx ຕ້ອງໃຊ້ເວລາເຖິງ 5 ອາທິດ ແລະ ສູນເສຍແຜງໜ້າຈໍ iPhone X ໄປເປັນຈຳນວນຫຼາຍ ຈົນກວ່າຈະປະສົບຄວາມສຳເລັດໃນການແຍກຊັ້ນຂອງແຜງໜ້າຈໍໄດ້ໃນທີ່ສຸດ ໃນໜ້າຈໍຂອງເຄື່ອງທີ 37.

ຈາກນັ້ນ Keijimx ໄດ້ນໍາເອົາແຜງໜ້າຈໍ, ເມນບອດ, ກ້ອງ ແລະ ສ່ວນປະກອບທີ່ສໍາຄັນອື່ນໆຂອງ iPhone X ມາປະສານເຂົ້າກັບຕົວເຄື່ອງທີ່ລາວໄດ້ເຮັດການອອກແບບໃໝ່ຂຶ້ນມາ ແລະ ເທັກໂນໂລຢີບານພັບຈາກ Motorola Razr 5G ທີ່ເປີດຕົວໄປເມື່ອ ປີ 2020.

ເຊິ່ງຜົນທີ່ໄດ້ກໍຄື Keijimx ສາມາດສ້າງ iPhone V ທີ່ເປັນ iPhone ເຄື່ອງທຳອິດຂອງໂລກ ທີ່ສາມາດພັບໜ້າຈໍ ແລະ ເຮັດວຽກໄດ້ແທ້ ແຕ່ຕ້ອງສູນເສຍສະເປັກບາງຢ່າງໄປ ເຊັ່ນ ປະລິມານແບັດເຕີຣີ່ ທີ່ລົດລົງ ແລະ ລະບົບປະຕິບັດການ iOS ທີ່ຍັງບໍ່ຮອງຮັບການເຮັດວຽກແບບພັບໜ້າຈໍ ເປັນຕົ້ນ.

Keijimx ກ່າວວ່າ ລາວໄດ້ໃຊ້ເວລາກວ່າ 200 ມື້ໃນການສ້າງໂທລະສັບເຄື່ອງຕົ້ນແບບນີ້ຂຶ້ນມາ ແຕ່ຍັງຕ້ອງການພັດທະນາ iPhone V ນີ້ຂຶ້ນໄປອີກ ໃຫ້ມີຄວາມແຂງແຮງທົນທານ ແລະ ໃຊ້ງານໄດ້ດີຂຶ້ນໄປອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/